ລວມສຸດຍອດ "ນາງງາມຜິວສີ" ງາມລະດັບໂລກແຫ່ງປີ 2019

ໄລຍະທ້າຍປີ ເປັນໄລຍະເວລາແຫ່ງການປະກວດເຟ້ນຫາ "ນາງງາມ" ຂອງແຕ່ລະເວທີເລີຍກໍວ່າໄດ້ ໃນປີ 2019 ນີ້ ເວົ້າໄດ້ວ່າເປັນປີຄຳທີ່ມາແຮງຂອງແມ່ຍິງຜິວສີ ຍ້ອນໃນປີນີ້ "ສາວຜິວສີ" ກວາດລາງວັນເທິງເວທີນາງງາມລະດັບໂລກຫຼາຍເວທີ. ຈະມີໃຜ ຈາກປະເທດໃດ ງາມສົມມຸງກຸດສໍ່າໃດ ມາສ່ອງພ້ອມກັນ.
ເລີ່ມທີ່ເວທີທີ່ຫາກໍ່ປະກາດຜົນໄປສົດໆຮ້ອນໆ ສຳລັບໜຶ່ງເວທີໃຫຍ່ຂອງການປະກວດນາງງາມປະຈຳປີ "Miss World 2019" ທີ່ Toni-Ann Singh ສາວງາມສຽງຊົງພະລັງຈາກປະເທດ Jamaica ຄວ້າມຸງກຸດຟ້າ "Miss World 2019" ຄົົນທີ 69 ໄປຄອງໄດ້ສຳເລັດ.
ຕໍ່ທີ່ເວທີນາງງາມອັນເກົ່າແກ່ ແລະ ຍິ່ງໃຫຍ່ ຢ່າງ "Miss Universe 2019" ທີ່ຈັດຂຶ້ນເປັນຄັ້ງທີ 68 ອີກໜຶ່ງນາງງາມຜິວສີ ກັບຜົມສັ້ນມີເອກະລັກ Zozibini Tunzi ໄວ 26 ປີ ໜຶ່ງໃນຕົວເຕັງ ສາວງາມຈາກປະເທດ SouthAfrica ຄວ້າມຸງກຸດ Mouward ມູນຄ່າເກືອບ 45 ຕື້ກີບໄປຄອງ.
ອີກໜຶ່ງເວທີການປະກວດເຟ້ນຫານາງງາມເວທີໃຫຍ່ "Miss USA 2019" ການປະກວດຫາສາວງາມຕົວແທນປະເທດສະຫະລັດອາເມຣິກາ ເພື່ອຊີງມົງກຸດນາງງາມຈັກກະວານປີນີ້. Cheslie Kryst ສາວໄວ 28 ປີ ທະນາຍ ແລະ ນັກອອກແບບແຟຊັນຈາກ North Carolina ຄວ້າມຸງກຸດໄປຄອງໄດ້ສຳເລັດ.
Nia Franklin ສາວງາມຜິວສີໄວ 25 ປີ ຜູ້ເປັນເຈົ້າຂອງຕຳແໜ່ງ "Miss America 2019" ຜູ້ມາພ້ອມພະລັງສຽງໂອເປຣາສຸດມ່ວນ ແລະ ຍັງເປັນນາງງາມຄົນທຳອິດທີ່ຊະນະການປະກວດ Miss America ໂດຍບໍ່ຕ້ອງສວມຊຸດລອຍນໍ້າອີກດ້ວຍ.
ປິດທ້າຍທີ່ Kaliegh Garris ສາວນ້ອຍໄວ 19 ປີ ນາງງາມຜິວສີທີ່ມາພ້ອມຊົງຜົມທຳມະຊາດສຸດໝັ້ນໃຈຊົງແອຟໂຟ ຜູ້ຄວ້າມຸງກຸດ Miss Teen USA ປັດຈຸບັນກຳລັງສຶກສາຢູ່ທີ່ Southern Connecticut State University ໃນສາຂາການສື່ສານ.
ຂໍຂອບໃຈ
ພາບ : IG : toniannsingh , IG : zozitunzi , IG : chesliekryst , IG : niaimanifranklin , IG : kalieghgarris