ຍີ່ປຸ່ນ ຊ່ວຍເຫຼືອລ້າ 4 ຕື້ກວ່າກີບ ຂະຫຍາຍ ແລະ ກໍ່ສ້າງໂຮງຮຽນໃໝ່ 4 ແຂວງຂອງລາວ

ລັດຖະບານຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອລ້າແກ່ໂຄງການຂະຫຍາຍ ແລະ ກໍ່ສ້າງໂຮງຮຽນຄືນໃໝ່ ຈຳນວນ 6 ແຫ່ງ ໃນແຂວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງັດຕະປື ໂດຍຜ່ານໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ ລວມມູນຄ່າປະມານ 4 ຕື້ກວ່າກີບ (538.555 ໂດລາສະຫະລັດ) ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາໃນແຂວງເປົ້າ ໝາຍ ເພື່ອໃຫ້ເຂົາເຈົ້າໄດ້ມີບ່ອນຮຽນທີ່ສະດວກຂຶ້ນກວ່າເກົ່າ.
ເມື່ອວັນທີ 7 ມີນາ ຜ່ານມາ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີຊັນສັນຍາໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານໃນຂະແໜງການສຶກສາ ຈຳນວນ 6 ໂຄງການ, ໂດຍໃຫ້ກຽດລົງນາມຂອງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ຫົວໜ້າພະແນກສຶກສາທິການ ແລະ ກິລາ ຈຳນວນ 4 ແຂວງດັ່ງກ່າວ ທີ່ເປັນຕົວແທນໃຫ້ບັນດາແຂວງ ແລະ ຕົວເມືອງທີ່ໄດ້ຮັບການຊ່ວຍເຫຼືອ, ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຮສ.ປອ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽຂ້ອງທັງ 2 ຝ່າຍ.
ສຳລັບການຊ່ວຍເຫຼືອດັ່ງກ່າວ ມີທັງໝົດ 6 ໂຄງການ ໃນນີ້ 4 ໂຄງການທຳອິດ ແມ່ນຈະໄດ້ກໍ່ສ້າງອາຄານຮຽນໃໝ່ ທີ່ໂຮງຮຽນມັດທະຍົມຕອນຕົ້ນຄຳວົງສາ ແຂວງອັດຕະປື, ໂຮງຮຽນມັດທະຍົມຕອນຕົ້ນໃໝ່ ປາກທູນ ແຂວງວຽງຈັນ, ໂຮງຮຽນມັດທະຍົມສົມບູນນາປອດ ແຂວງສະຫວັນນະເຂດ ແລະ ໂຮງຮຽນມັດທະຍົມຕອນຕົ້ນຫ້ວຍໄຮ່ ແຂວງຈຳປາສັກ, ເຊິ່ງອາຄານຮຽນພາຍໃນບັນດາໂຮງຮຽນດັ່ງກ່າວນີ້ແມ່ນມີສະພາບຊຸດໂຊມ ແລະ ໃກ້ຈະຊໍາລຸດ. ດັ່ງນັ້ນ, ໂຄງການ ຈຶ່ງມີເປົ້າໝາຍທີ່ຈະຍົກລະດັບສະພາບແວດລ້ອມທາງການສຶກສາ ໂດຍການສ້າງອາຄານຮຽນໃໝ່ 1 ຫຼັງ ທີ່ມີຫ້ອງຮຽນ 3-6 ຫ້ອງ.
ໂຄງການທີ 2 ແມ່ນການກໍ່ສ້າງອາຄານຮຽນທີ່ໂຮງຮຽນມັດທະຍົມຕົ້ນວົງສົມພູ ແຂວງອັດຕະປື ເນື່ອງຈາກວ່າໂຮງຮຽນດັ່ງກ່າວຍັງບໍ່ທັນມີອາຄານຮຽນປັນຂອງຕົນອງ ຈຶ່ງໄດ້ມີການຢືມອາຄານຮຽນຂອງໂຮງຮຽນປະຖົມໃນໝູ່ບ້ານ ເພື່ອໃຊ້ເປັນສະຖານການສຶກສາ, ນອກຈາກນັກຮຽນໂຮງຮຽນມັດທະຍົມຕົ້ນດັ່ງກ່າວ ຈະປະສົບບັນຫາຄວາມລຳບາກໃນການນໍາໃຊ້ອຸປະກອນ ແລະ ເຄື່ອງໃຊ້ພາຍໃນຫ້ອງຮຽນທີ່ຖືກອອກແບບມາ ເພື່ອນັກຮຽນປະຖົມແລ້ວ ພາຍໂຮງຮຽນປະຖົມເອງກໍ່ຍັງບໍ່ມີຫ້ອງວິຊາການອີກດ້ວຍ. ເພາະສະນັ້ນ, ໂຄງການ ຈຶ່ງມີເປົ້າໝາຍທີ່ຈະຍົກລະດັບສະພາບແວດລ້ອມທາງການສຶກສາ ໂດຍການສ້າງອາຄານຮຽນໃໝ່ 1 ຫຼັງທີ່ມີຫ້ອງຮຽນ 5 ຫ້ອງ ແລະ ຫ້ອງວິຊາການ 1 ຫ້ອງ. ສ່ວນໂຄງການສຸດທ້າຍ ແມ່ນການຂະຫຍາຍອາຄານຮຽນໃຫ້ແກ່ໂຮງຮຽນມັດທະຍົມສົມບູນນາສັກ ແຂວງວຽງຈັນ, ເຊິ່ງປັດຈຸບັນຫ້ອງຮຽນມີຄວາມແອອັດ ຈຳນວນນັກຮຽນໃນໂຮງຮຽນດັ່ງກ່າວຄາດ ວ່າຈະເພີ່ມຂຶ້ນອີກເລື້ອຍໆ. ສະນັ້ນ, ໂຄງການ ຈຶ່ງມີເປົ້າໝາຍໃນການສ້າງອາຄານຮຽນໃໝ່ 2 ຫຼັງ ທີ່ມີ ຫ້ອງຮຽນ 4 ຫ້ອງ.
ຂໍຂອບໃຈ
ຂໍ້ມູນ : ສຶກສາ-ກິລາ