ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ມະຫາວິທະຍາໄລທຳມະສາດປະເທດໄທ ຈັດງານລາວບຸກແຟ ສົ່ງເສີມການອ່ານ

ໃນຕອນເຊົ້າວັນທີ 16 ທັນວາ 2019 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ຮ່ວມກັບ ສູນໜັງສືມະຫາວິທະຍາໄລທຳມະສາດ ປະເທດໄທ ໄດ້ຈັດພິທີສຳມະນາວິຊາການ ແລະວາງສະແດງປຶ້ມ ຄັ້ງທີ 6 ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ນາງ ກາຊິນີ ວິທູດຊັດ ອະທິການບໍດີ ມະຫາວິທະຍາໄລທຳມະສາດ (ປະເທດໄທ) ມີບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ການຈັດງານວາງສະແດງປຶ້ມ ແລະ ຮ່ວມສໍາມະນາວິຊາການ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ສູນໜັງສື ມະຫາວິທະຍາໄລທໍາມະສາດ ປະເທດໄທ ຄັ້ງນີ້ແມ່ນເປັນການຈັດຕໍ່ເນື່ອງເປັນຄັ້ງທີ 6 ໂດຍມີຈຸດປະສົງ ເພື່ອສົ່ງເສີມການອ່ານ ແລະຮັບໃຊ້ເຂົ້າໃນການຮຽນ-ການສອນ ຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ທັງພາຍໃນ ມຊ, ບັນດາສະຖາບັນການສຶກສາ ແລະວິທະຍາໄລ ຕ່າງໆ, ແນ່ໃສ່ເປີດໂອກາດໃຫ້ແກ່ຄູ-ອາຈານ, ນັກສຶກສາລາວ ໃນມະຫາວິທະຍາໄລແຫ່ງຊາດ ໄດ້ພົບປະ - ສົນທະນາ ແລະຮັບຮູ້ຂໍ້ມູນຂ່າວສານ ທີ່ເປັນປະໂຫຍດ ນຳມາພັດທະນາການສຶກສາຂອງ ສປປ. ລາວ ເວົ້າລວມ ເວົ້າສະເພາະ, ການພັດທະນາການສຶກສາຂອງມະຫາວິທະຍາໄລ ແຫ່ງຊາດ.
ສຳລັບການສຳມະນາ ແລະງານວາງສະແດງປຶ້ມຄັ້ງທີ 6 ນີ້, ເປັນໂອກາດທີ່ສຳຄັນໃນການສ້າງເງື່ອນໄຂໃຫ້ແກ່ບັນດາ ພະນັກງານ, ຄູ-ອາຈານ ແລະນັກສຶກສາໃນທົ່ວມະ ຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າເຖິງແຫຼ່ງຂໍ້ມູນທຸກຢ່າງ, ບໍ່ວ່າຈະເປັນຂໍ້ມູນດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ເທັກນິກ ແລະວິທະຍາສາດ ທຸກຂົງເຂດສາຂາວິຊາ ເພື່ອນຳ ໄປໝູນໃຊ້ ເຂົ້າໃນວຽກງານການສິດສອນ, ການຮໍ່າຮຽນ ແລະການຄົ້ນຄວ້າ-ວິໄຈ ໃນຫົວຂໍ້ຕ່າງໆ. ເຊິ່ງງານດັ່ງນີ້ຈະໄດ້ດຳເນີນໄປເປັນເວລາ 5 ວັນ (ແຕ່ວັນທີ 16 – 20 ທັນວາ 2019)
(ສາວເຜືອກ)