ຮ່ວມໂຫວດ "ບຸກຄົນແຫ່ງປີ 2019 ທີ່ໄດ້ຮັບຄວາມນິຍົມສູງສຸດ" ສະເໜີໂດຍ muan.la

muan.la ຂໍສະເໜີ "ບຸກຄົນແຫ່ງປີ 2019" ການຍ້ອງຍໍທີ່ມອບໃຫ້ແກ່ຄົນລາວທີ່ສ້າງຜົນງານ ແລະ ເປັນປາກົດການໃນສາຂາອາຊີບຕ່າງໆ ປະຈຳປີ 2019.
ຕໍ່ໄປນີ້ແມ່ນ 10 ບຸກຄົນທີ່ muan.la ຂໍນຳສະເໜີ ເຊິ່ງທັງໝົດນີ້ເປັນ ບຸກຄົນດີເດັ່ນແຫ່ງປີ ທີ່ເຮົາຄັດສັນມາໂດຍອີງໃສ່ຂໍ້ມູນທີ່ເຮົານຳສະເໜີໃນປີທີ່ຜ່ານມາ.
ທ່ານເອງສາມາດຮ່ວມຕັດສິນໄດ້ ໂດຍການຮ່ວມໂຫວດໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນ ແລະ ສ້າງປາກົດການໃນສາຂາອາຊີບຕ່າງໆທັງບັນເທີງ, ຮູບເງົາ, ການກີລາ, ສິ່ງແວດລ້ອມ, ການສຶກສາ ແລະ ການກຸສົນ ໃຫ້ກາຍເປັນບຸກຄົນດີເດັ່ນຍອດນິຍົມໄດ້ເຊັ່ນກັນ.
ຜູ້ທີ່ໄດ້ຮັບຄະແນນຫຼາຍທີ່ສຸດຈະໄດ້ເປັນ "ບຸກຄົນແຫ່ງປີ 2019 ທີ່ໄດ້ຮັບຄວາມນິຍົມສູງສຸດ".
ວິທີການໂຫວດ ເລື່ອນລົງໄປທີ່ຕົວເລືອກໂຫວດດ້ານລຸ່ມນີ້ ແລ້ວກົດເລືອກຜູ້ທີ່ທ່ານຕ້ອງການໃຫ້ເປັນ "ບຸກຄົນແຫ່ງປີ 2019 ທີ່ໄດ້ຮັບຄວາມນິຍົມສູງສຸດ". ຈາກນັ້ນ ເລື່ອນລົງໄປລຸ່ມສຸດແລ້ວກົດ "ໂຫວດ" ເພື່ອສຳເລັດການໂຫວດ.
ທ່ານສາມາດໂຫວດໄດ້ 1 ຄັ້ງຕໍ່ມື້ (ກົດໂຫວດແລ້ວລໍຖ້າອີກ 24 ຊົ່ວໂມງຈຶ່ງສາມາດໂຫວດໄດ້ໃໝ່). ສາມາດໂຫວດໄດ້ຕັ້ງແຕ່ວັນທີ 18 ທັນວາ 2019 ຮອດວັນທີ 25 ທັນວາ 2019. ປະກາດຜົນວັນທີ 26 ທັນວາ 2019.