ຮອງນາຍົກຊີ້ນຳຂະແໜງສ່ວຍສາອາກອນ ໃຫ້ເກັບລາຍຮັບໃຫ້ໄດ້ຫຼາຍຂຶ້ນ ຫຼັງພົບເກັບໄດ້ພຽງ 77% ຂອງແຜນ

ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຕິດຕາມ, ກວດກາ ແລະ ແຜນວຽກຈຸດສຸມຂອງຂະແໜງສ່ວຍສາອາກອນຄັ້ງທີ 4 ປະຈຳປີ 2019 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃນທ້າຍອາທິດຜ່ານມານີ້ ໄດ້ຊີ້ນໍາໃຫ້ພະນັກງານສ່ວຍສາອາກອນນັບທັງສູນກາງ ແລະ ທ້ອງຖິ່ນເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະສູ້ຊົນການຈັດເກັບລາຍຮັບສ່ວຍສາອາກອນໃຫ້ໄດ້ຕາມ ແຜນວາງໄວ້, ພາຍຫຼັງເຫັນວ່າຈັດເກັບລາຍຮັບສ່ວຍສາອາກອນໃນ 11 ເດືອນຜ່ານມາບັນລຸໄດ້ພຽງ 9,500 ຕື້ກວ່າກີບ ເທົ່າກັບ 77% ຂອງແຜນການປີເທົ່ານັ້ນ.
ໃນນີ້, ກົມສ່ວຍສາອາກອນປະຕິບັດໄດ້ 5,593 ຕື້ກວ່າກີບ, ທ້ອງຖິ່ນຕ່າງໆປະຕິບັດໄດ້ 3,916 ຕື້ກວ່າກີບ ແລະ ພູດລາຍຮັບວິຊາການ, ຄ່າທຳນຽມ ແລະ ວີຊາຂອງກົມສ່ວຍສາອາກອນ ປະຕິບັດໄດ້ 1,500 ຕື້ກວ່າກີບ.
ທ່ານລັດຖະມົນຕີກະຊວງການເງິນ ໄດ້ເນັ້ນວ່າ: ເພື່ອຮັບປະກັນການເກັບລາຍຮັບຈາກສ່ວຍສາອາກອນບັນລຸແຜນການວາງໄວ້ໃນເດືອນທັນວານີ້, ຂະແໜງການກ່ຽວຂ້ອງຕ້ອງເລັ່ງຕິດຕາມການແບ່ງຄວາມຮັບຜິດຊອບໃຫ້ວິຊາການຢ່າງຂາດຕົວໃນຈຳນວນ 438 ຫົວໜ່ວຍ ເພື່ອເລັ່ງຕິດຕາມການປະຕິບັດລາຍຮັບ-ລາຍຈ່າຍ, ຄ່າທຳນຽມ ແລະ ກອງທຶນຕ່າງໆ ນັບແຕ່ສູນກາງຮອດທ້ອງຖິ່ນໃຫ້ທັນເວລາ, ສືບຕໍ່ໂຄສະນາຄ່າທຳນຽມທາງ ແລະ ພາສີທີ່ດິນໃຫ້ສັງຄົມຮັບຮູ້ກວ້າງຂວາງຫຼາຍຂຶ້ນ, ສືບຕໍ່ເລັ່ງທວງໜີ້ຄ້າງມອບຈາກການກວດກາທີ່ມີບົດບັນທຶກແລ້ວ, ພ້ອມທັງສົມທົບກັບກົມພາສີອອກມາດຕະການນຳເຂົ້າສິນຄ້າ ແລະ ລົງຊຸກຍູ້ບັນດາຫົວໜ່ວຍວິສາຫະກິດໃຫ້ປະຕິບັດອາກອນມູນຄ່າເພີ່ມ, ຂຶ້ນທະບຽນນໍາໃຊ້ເຄື່ອງບັນທຶກການຂາຍ-ບໍລິການ ແລະ ຮັບຮອງໃບເກັບເງິນໃນນະຄອນຫຼວງວຽງຈັນໃຫ້ສໍາເລັດ.
(ໜຸ່ມໂສດ)