ເປີດນໍາໃຊ້ໂຄງການພັດທະນາຊົນນະບົດ ແລະ ສູນເຕັກນິກກະສິກຳ ເມືອງສັງທອງ

ພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຄງການພັດທະນາຊົນນະບົດ ແລະ ສູນເຕັກນິກ ກະສິກໍາ ຢູ່ບ້ານໃຫຍ່ນາຈະເລີນ ເມືອງສັງທອງ ນະຄອນຫຼວງວຽງຈັນ, ໄດ້ມີຂຶ້ນໃນວັນທີ 10 ທັນວາ ທີ່ຜ່ານມາ.
ໂຄງການ ພັດທະນາຊົນນະບົດ ແລະ ສູນເຕັກນິກ ກະສິກໍາ ມີຈຸດປະສົງ ຝຶກອົບຮົມວຽກງານສົ່ງເສີມກະສິກໍາ ທີ່ເໝາະສົມກັບຊາວກະສິກອນ ເພື່ອຊ່ວຍໃຫ້ເຂົາເຈົ້າມີຄວາມເຂັ້ມແຂງດ້ານການບໍລິຫານຈັດການຄຸ້ມຄອງນໍາໃຊ້ ລະບົບພື້ນຖານໂຄງລ່າງຊົນລະປະທານໃນລະດັບສະຫະກອນ, ຊ່ວຍເຫຼືອດ້ານກະສິກໍາ ແລະ ພັດທະນາຊົນນະບົດ ໂດຍຜ່ານການພັດທະນາໂຄງລ່າງພື້ນຖານທາງດ້ານກະສິກໍາ ແລະ ສູນເຕັກນິກກະສິກໍາ, ພ້ອມທັງສົ່ງເສີມໃຫ້ມີຜະລິດຕະພັນດ້ານກະສິກໍາ, ໃຫ້ມີລາຍໄດ້, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ ໂດຍຜ່ານການຍົກລະດັບພື້ນຖານການຜະລິດກະສິກໍາ ແບບຍືນຍົງ ແລະ ມີນໍ້າພຽງພໍຕໍ່ການຜະລິດກະສິກໍາ ກວດເອົາເນື້ອທີ່ 250 ເຮັກຕາ.
ໂຄງການດັ່ງກ່າວ ເປັນໂຄງການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ສ ເກົາຫຼີ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກລັດຖະບານ ສ ເກົາຫຼີ ກໍຄືກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສ ເກົາຫຼີ ມູນຄ່າ 4.02 ລ້ານໂດລາສະຫະລັດ ໂດຍຜ່ານລັດວິສາຫະກິດ KRC. ໂຄງການມີໄລຍະການດໍາເນີນງານເປັນເວລາ 3 ປີ ເລີ່ມແຕ່ຕົ້ນປີ 2016 ຫາຕົ້ນປີ 2019 ແລະ ຮັບເໝົດກໍ່ສ້າງໂດຍ ບໍລິສັດ ລາວຈະເລີນກໍ່ສ້າງ ຈໍາກັດ.
ໂຄງການເປັນຫົວງານອ່າງເກັບນໍ້າ (ເຂື່ອນດິນ), ເນື້ອທີ່ອ່າງໂຕ່ງ 450 ເຮັກຕາ, ບໍລິມາດເກັບນໍ້າໄດ້ທັງໝົດ 2,790,000 ແມັດກ້ອນ, ປະລິມານນໍ້າທີ່ສາມາດໃຊ້ໃນການຜະລິດຕົວຈິງ 2,596,000 ແມັດກ້ອນ, ຄວາມສູງຂອງເຂື່ອນ 21.5 ແມັດ, ຍາວ 260 ແມັດ, ຄວາມກວ້າງສັນເຂື່ອນ 5 ແມັດ, ຄອງເໝືອງແມ່ຍາວ 5,200ແມັດ, ສາມາດສະໜອງນໍ້າໃນລະດູຝົນໄດ້ 250 ເຮັກຕາ ແລະ ລະດູແລ້ງ 160 ເຮັດຕາ. ໂຄງການດັ່ງກ່າວເປັນລັກສະນະນໍ້າໄຫຼເອງ ແລະ ບ້ານທີ່ຈະໄດ້ຮັບຜົນປະໂຫຍດຈາກໂຄງການຄື: ບ້ານ ເຕົາໄຫ, ນາໜ້ຽງ, ນາທຽມ ແລະ ບ້ານ ນາລາດ ລວມທັງໝົດມີ 120 ຄອບຄົວ ແຕ່ປັດຈຸບັນໄດ້ໂຮມເຂົ້າກັນເປັນບ້ານ 3 ສ້າງ ຄື ບ້ານໃຫຍ່ນາຈະເລີນ (ນາໜ້ຽງ, ນາທຽມ ແລະ ບ້ານ ນາລາດ).
(ໄກ່ແຈ້)