ສະຫວັນນະເຂດ ຄອງແຊ້ມບານເຕະ ຢູ-12 ທົ່ວປະເທດ ພ້ອມໄດ້ສິດໄປທັດສະນະ ສ ເກົາຫຼີ

ທັບນັກເຕະຈາກແຂວງສະຫວັນນະເຂດ ຮຸ່ນອາຍຸບໍ່ເກີນ 12 ປີ (ຢູ-12) ປະກາດສັກດາຄວ້າແຊ້ມການແຂ່ງຂັນເຕະບານເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 12 ປີ ທົ່ວປະເທດ ຫຼັງໃນຮອບຊີງຊະນະເລີດ ບຽດເອົາຊະນະ ທີມແຂວງອັດຕະປື ໄປໄດ້ແບບຫວຸດຫວິດ 1-0 ປະຕູ ພ້ອມໄດ້ສິດໄປທັດສະນາສຶກສາ ທີ່ປະເທດ ສ ເກົາຫຼີ ໃນລະຫວ່າງເດືອນເມສາ-ພຶດສະພາ 2020 ໝົດທີມ.
ເມື່ອວັນທີ 7 ທັນວາ ຜ່ານມາ ທີ່ເດີ່ນກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ, ໄດ້ມີພິທີປິດການແຂ່ງຂັນເຕະບານເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 12 ປີ ທົ່ວປະເທດ ແລະ ງານບຸນເດັກນ້ອຍ ຈັດຂຶ້ນໂດຍກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ອົງການໂລກອວຍພອນ ສ ເກົາຫຼີ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ກອງມັນ ຮອນ ຮອງຫົວໜ້າອົງການໂລກອວຍພອນ ສ ເກົາຫຼີ, ມີຄະນະຜູ້ແທນຈາກອົງການໂລກອວຍພອນ ສ ເກົາຫຼີ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ, ນັກກີລາ, ນັກຮຽນແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ.
ໂອກາດດັ່ງກ່າວ, ທ່ານ ບົວລານ ສິລິປັນຍາ ກໍ່ໄດ້ກ່າວໄດ້ກ່າວຕີລາຄາສູງຕໍ່ຜົນສຳເລັດຂອງການແຂ່ງຂັນໃນຄັ້ງນີ້. ຊຶ່ງຜົນການແຂ່ງຂັນກໍ່ຄືຄະນະຮັບຜິດຊອບໄດ້ລາຍງານໄປ ແລະ ຕາງໜ້າໃຫ້ຄະນະນຳກະຊວງຂໍສະແດງຄວາມຍ້ອງຍໍຊົມເຊີມມາຍັງຄະນະຮັບຜິດຊອບທຸກພາກສ່ວນທີ່ໄດ້ສຸມທຸກສະຕິປັນຫາ ແລະ ຮ່ວມມືກັນ ຈົນເຮັດໃຫ້ງານດັ່ງກ່າວປະສົບສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ. ຂໍສະແດງຕວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງອົງການໂລກອວຍພອນ ສ.ເກົາຫຼີ ທີ່ໄດ້ສະໜັບສະໜູນງົບປະມານໃນການຈັດງານຄັ້ງນີ້ ແລະ ຫວັງຫວັງຢ່າງຍິ່ງວ່າຈະມີໂອກາດຮ່ວມມືກັນອີກໃນອານາຄົດ.
ຜ່ານການແຂ່ງຂັນຄູ່ຊີງຊະນະເລີດ ຜົນປະກົດວ່າ: ທີມແຂວງສະຫວັນນະເຂດ ທີ່ເອົາຊະນະ ທີມແຂວງອັດຕະປື ໄປໄດ້ແບບຫວຸດຫວິດ 1-0 ປະຕູ ໄດ້ຮັບຂັນຊະນະເລີດ, ຫຼຽນຄຳ, ເງິນສົດ 8 ລ້ານກີບ ພ້ອມໄດ້ຮັບສິດໄປທັດສະນາສຶກສາທີ່ ສ ເກົາຫຼີ ໃນລະຫວ່າງເດືອນເມສາ-ພຶດສະພາ 2020 ໝົດທີມ, ອັນດັບ 2 ທີມແຂວງອັດຕະປື ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 6 ລ້ານກີບ, ອັນດັບ 3 ທີມແຂວງຄຳມ່ວນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 4 ລ້ານກີບ, ອັນດັບ 4 ທີມແຂວງຫົວພັນ ໄດ້ຮັບເງິນສົດ 2 ລ້ານກີບ. ນອກນັ້ນ, ຍັງມີລາງວັນຊົມເຊີຍມອບໃຫ້ທີມທີ່ເຂົ້າຮ່ວມລາງວັນລະ 1 ລ້ານກີບ ພ້ອມອຸປະກອນກີລາ.
ສຳລັບການແຂ່ງຂັນກີລາເຕະບານຄັ້ງນີ້ ມີທັງໝົດ 18 ທີມເຂົ້າຮ່ວມ ທີ່ມາຈາກພະແນກສຶກສາທິການ ແລະ ກີລາແຂວງ ທົ່ວປະເທດ, 1 ນະຄອນຫຼວງວຽງຈັນ ແລະ 1 ທີມຈາກ ສ ເກົາຫຼີ. ການແຂ່ງຂັນແມ່ນແຂ່ງຂັນພ້ອມກັນທັງ 2 ເດີ່ນ ລະບົບການແຂ່ງຂັນແມ່ນແບບເສຍຄັດອອກ ແຂ່ງຂັນກັນເປັນເວລາ 2 ວັນ ລະຫວ່າງວັນທີ 6-7 ທັນວາ 2019 ກໍສຳເລັດລົງຕາມລະດັບຄາດໝາຍ. ພາຍຫຼັງສຳເລັດການແຂ່ງຂັນເຕະບານແລ້ວ ຍັງສືບຕໍ່ຈັດງານບຸນເດັກນ້ອຍ ຊຶ່ງຈະມີການແຈກຢາຍອຸປະກອນການຮຽນ ການສອນ, ເຄື່ອງນຸ່ງຫົ່ມ, ອາຫານເກົາຫຼີ ແລະ ອື່ນໆ ນຳອີກ.
(ອຳໄພວັນ)