ກ່ອນຊຸດ "ຊ້າງ" ຈະຮອດເວທີບໍ່ແມ່ນເລື່ອງງ່າຍ ຂົນສົ່ງຕິດຂັດ ຊຸດຮອດກ່ອນຂຶ້ນໂຊພຽງ 12 ນາທີ

ຊຸດ "ສຽງລ້ານຊ້າງ" ຊຸດປະຈຳຊາດລາວທີ່ໃຊ້ປະກວດໃນເວທີມິສຢູນິເວີສ 2019 ກ່ອນທີ່ຈະເດີນທາງຮອດສະຖານທີ່ຈັດງານປະກວດບໍ່ແມ່ນເລື່ອງງ່າຍ ພົບບັນຫາການຂົນສົ່ງຫຼາຍຢ່າງ ຈົນທີມງານຕ້ອງໄດ້ໃຊ້ທຸກວິທີທາງ ຮວມທັງການຄອບຄູບາອາຈານ ແລະ ແຕ່ງຂັນ 5 ຂັນ 8 ຂໍຂະມາ ກ່ອນສົ່ງຮອດໜ້າງານກ່ອນ ເມ - ວິຈິດຕາ ພອນວິໄລ ຕົວແທນສາວລາວ ຂຶ້ນນຳສະເໜີພຽງ 12 ນາທີເທົ່ານັ້ນ.
ເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກມາໂດຍ ຕັອດ ລີນ້າ ໜຶ່ງໃນທີມງານກອງປະກວດທີ່ເດີນທາງໄປກັບ ເມ ວິຈິດຕາ ຜ່ານທາງເຟສບຸກສ່ວນຕົວເມື່ອຕອນເຊົ້າຂອງມື້ນີ້ (8 ທັນວາ 2019) ເຊິ່ງເນື້ອໃນບອກວ່າ ທີມງານທຸກຄົນຕ່າງກໍເປັນກງັວົນໃຈທີ່ຊຸດຊ້າງຂອງລາວ ເດີນທາງມາຫຼ້າຊ້າ ແລະ ໃນແຕ່ລະມື້ຕ້ອງໄດ້ຕິດຕາມຄວາມຄືບໜ້າຢ່າງໃກ້ຊິດວ່າຮອດໃສແລ້ວ ເພາະຖ້າຫາກມາບໍ່ທັນຢ້ານ ເມ ຈະຮູ້ສຶກເສຍໃຈຫຼາຍທີ່ປະຕິບັດພາລະກິດໃຫ້ປະເທດບໍ່ສຳເລັດ.
ສຳລັບສາເຫດທີ່ການຂົນສົ່ງຫຼ້າຊ້າ ຕັອດ ລີນ້າ ລະບຸວ່າ ເກີດຈາກຂໍ້ຜິດພາດຂອງທີມຜູ້ສົ່ງແຈ້ງເປັນພັດສະດຸສ່ວນຕົວ ເຮັດໃຫ້ກວດສອບຢ່າງເຂັ້ມງວດ ແລະ ຫຼາຍຂັ້ນຕອນໂດຍເຈົ້າໜ້າທີ່ສະຫະລັດ.
ເກືອບຮອດມື້ປະກວດ ຊຸດດັ່ງ່ກາວກໍຍັງຂົນສົ່ງບໍ່ຮອດແອັດແລນຕ້າ ເພາະຍົນທີ່ມາບ່ອນນີ້ເປັນຍົນນ້ອຍ ບໍ່ມີຍົນລຳໃດສາມາດເອົາແກັດໃສ່ຊຸດຊ້າງຂຶ້ນໄດ້ເລີຍ. ທ້າຍທີ່ສຸດມີຄົນຮູ້ຈັກອາສາຈະເອົາຍົນສ່ວນຕົວໄປຂົນມາໃຫ້ ແຕ່ກໍຍັງຂົນບໍ່ໄດ້ອີກ ເພາະເປັນຍົນນ້ອຍ.
ສຸດທ້າຍທີມງານຈຶ່ງຮູ້ເມື່ອວ່າບໍ່ໄດ້ຄອບຄູບາອາຈານກ່ອນອອກຈາກລາວ ຈຶ່ງໄດ້ໃຫ້ທີມຢູ່ລາວໄປຄອບບັນພະບຸລຸດຄັກແນ່ ແລະ ໃນທີ່ສຸດກໍໄດ້ຊອກຫາຄົນທີ່ມີເຊື້ອສາຍລາວຢູ່ສະຫະລັດຊ່ວຍດຳເນີນການ ຈົນສາມາດຂົນສົ່ງຊຸດປະຈຳຊາດມາສູ່ແອັດແລນຕ້າໄດ້ດ້ວຍຍົນຂອງສາຍການບິນໜຶ່ງ ຮອດໜ້າງານກ່ອນຂຶ້ນນຳສະເໜີພຽງ 12 ນາທີ ຈົນກາຍມາເປັນພາບການນຳສະເໜີທີ່ຄົນລາວ ແລະ ທົ່ວໂລກໄດ້ເຫັນພ້ອມກັນເປັນຄັ້ງທຳອິດເມື່ອຕອນເຊົ້າຂອງວານນີ້ (7 ທັນວາ).
ສຳລັບເລື່ອງລາວລະອຽດ ສາມາດອ່ານໄດ້ຈາກໂພສຕົ້ນເລື່ອງ ເຊິ່ງເຜີຍແຜ່ໂດຍ ຕັອດ ລີນ້າ ໄດ້ດັ່ງລຸ່ມນີ້.