ຫວຽດນາມເຂົ້າຮອບຮອງຊະນະເລີດ ບານເຕະຊີເກມ 2019 ເຂ່ຍໄທແຊ້ມເກົ່າຕົກຮອບ

ທີມຊາດຫວຽດນາມ ໄລ່ຕີສະເໝີ ທີມຊາດໄທ ແຊ້ມເກົ່າ 2-2 ໃນການແຂ່ງຂັນບານເຕະຊາຍ ໃນຊີເກມ 2019 ໃນວັນທີ 5 ທັນວາ 2019 ເວລາ 15:00 ໂມງ ເຮັດໃຫ້ ຫວຽດນາມ ເຂ່ຍ ໄທ ແຊ້ມເກົ່າຕົກຮອບ.
ສ່ວນອິນໂດເນເຊຍ ຖະຫຼົ່ມ ລາວ 4-0 ແລະ ສິງກະໂປ ຖະຫຼົ່ມ ບຣູໄນ 7-0 ເຮັດໃຫ້ ຫວຽດນາມ ເກັບເພີ່ມເປັນ 13 ຄະແນນ ກວດຄໍ ອິນໂດເນເຊຍ ທີ່ມີ 12 ຄະແນນ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນ ໄທ ແຊ້ມເກົ່າ ເກັບເພີ່ມເປັນ 10 ຄະແນນ ຕາມທີມຊາດລາວ ມີ 4 ຄະແນນເທົ່າກັບ ສິງກະໂປ, ບຣູໄນ ບໍ່ມີຈັກຄະແນນ ຕົກຮອບໄປ.
ຫວຽດນາມ ແຊ້ມກຸ່ມ B ຈະໄປພົບກັບ ກໍາປູເຈຍ ຮອງແຊ້ມກຸ່ມ A ເວລາ 19:00 ໂມງ, ສ່ວນ ອິນໂດເນເຊຍ ຮອງແຊ້ມກຸ່ມ B ຈະໄປພົບກັບ ມຽນມາ ແຊ້ມກຸ່ມ A ເວລາ 15:00 ໂມງ ໃນຮອບຮອງຊະນະເລີດ ຈະແຂ່ງຂັນກັນໃນວັນທີ 7 ທັນວາ 2019.
(ໄກ່ແຈ້)