"ເມດຊີ" ເວົ້າເຖິງກຳນົດເວລາທີ່ຈະຢຸດຕິເສັ້ນທາງນັກກີລາບານເຕະອາຊີບ

ລີໂອເນລ ເມດຊີ ຊູເປີສະຕາຈາກທີມບາເຊໂລນາ ອອກມາຍອມຮັບຢ່າງກົງໄປກົງມາວ່າ ຕົນອາຍຸຫຼາຍແລ້ວ ແລະ ໜ້າຈະໃກ້ເຖິງເວລາຢຸດຕິເສັ້ນທາງນັກກີລາບານເຕະອາຊີບໃນອີກບໍ່ເທົ່າໃດປີຕໍ່ໜ້າ.
"ເຫັນເຕະບານກັນແບບສະບາຍໆແບບນີ້ ແຕ່ຂ້ອຍກໍຮັບຮູ້ຢູ່ສະເໝີວ່າ ຕົວເອງອາຍຸຫຼາຍສໍ່າໃດແລ້ວ," ເຈົ້າຂອງລາງວັນບັນລົງດໍ 6 ສະໄໝກ່າວພ້ອມຫົວຄ່ອຍໆ.
"ແນ່ນອນວ່າ ຂ້ອຍມີຄວາມສຸກກັບໄລຍະເວລາຕ່າງໆເທິງເສັ້ນທາງຄ້າແຄ່ງອັນຍາວນານນີ້ຫຼາຍ ແລະ ກໍໜ້າຈະໃກ້ເຖິງເວລາທີ່ຕ້ອງຢຸດຕິການເປັນນັກກີລາບານເຕະອາຊີບຢ່າງຈິງຈັງແລ້ວ."
"ສິ່ງດຽວທີ່ຫວັງໄວ້ກໍຄື ຢາກເຕະບານຕໍ່ໄປໃຫ້ໄດ້ດົນໆແດ່ ຍິ່ງຫຼາຍປີຍິ່ງດີ ແຕ່ດ້ວຍຄວາມຈິງທີ່ວ່າປີໜ້າຂ້ອຍກໍຈະອາຍຸ 33 ແລ້ວ ຂໍພາວະນາວ່າຢ່າບາດເຈັບໜັກເລີຍ ບໍ່ດັ່ງນັ້ນຄົງເສົ້າໜັກແນ່ນອນ."
"ຢ່າງໃດກໍຕາມ ຂ້ອຍຍັງຮູ້ສຶກວ່າສະພາບຮ່າງກາຍຍັງພ້ອມຢູ່ຄືເກົ່າ ເຊິ່ງຖ້າເປັນແບບນີ້ຕໍ່ໄປເລື້ອຍໆກໍໜ້າຈະດີສຳລັບທຸກຝ່າຍ."
ຂໍຂອບໃຈ
ຂໍ້ມູນ : 90mins via sanook