8 ຂໍ້ດີຂອງການ "ເປືອຍກາຍນອນ" ທີ່ທ່ານອາດຈະຍັງບໍ່ທັນຮູ້ມາກ່ອນ

ສະບາຍດີໝູ່ເພື່ອນຊາວທຸກຄົນ ກັບມາພົບກັນອີກຄັ້ງກັບເລື່ອງລາວທີ່ໜ້າສົນໃຈໃນຊີວິດປະຈຳວັນ. ສຳລັບມື້ນີ້ເຮົາຈະມາເວົ້າເຖິງເລື່ອງການນອນ. ໝູ່ເພື່ອນຫຼາຍຄົນຄົງຮູ້ກັນດີຢູ່ເເລ້ວວ່າການນອນຫຼັບທີ່ດີນັ້ນສົ່ງຜົນດີີຕໍ່ສຸຂະພາບແນວໃດ. ຍິ່ງງານວິໄຈຫຼ້າສຸດທີ່ມີການຄົ້ນພົບວ່າ ການນອນຫຼັບເລິກຈະສົ່ງຜົນໃຫ້ສະໝອງປ່ອຍຄື້ນຊະນິດພິເສດອອກມາຊ່ວຍລ້າງສານພິດຕ່າງໆໃນຮ່າງກາຍນຳແລ້ວ ຍິ່ງເຮັດໃຫ້ຫຼາຍຄົນຢາກທີ່ຈະນອນຫຼັບເລິກກັນທຸກຄືນເລີຍແມ່ນບໍ່? ດັ່ງນັ້ນມື້ນີ້ເຮົາຈຶ່ງມີອີກໜຶ່ງເຄັດລັບທີ່ຈະຊ່ວຍໃຫ້ໝູ່ເພື່ອນນອນຫຼັບໄດ້ດີຂຶ້ນມາແນະນຳໃຫ້ໄດ້ຮູ້ຈັກກັນ ເຊິ່ງນັ້ນກໍຄືການ "ເປືອຍກາຍນອນ" ເຖິງວ່າຈະຟັງເບິ່ງແປກ, ຫຼາຍຄົນບໍ່ກ້າເຮັດເພາະອາຍ ເຖິງວ່າຈະຢູ່ຄົນດຽວໃນຫ້ອງກໍຕາມ. ແຕ່ເຊື່ອເທາະວ່າ ຫາກລຶ້ງແລ້ວ ເຕັກນິກນີ້ຈະຊ່ວຍໃຫ້ເຈົ້ານອນຫຼັບໄດ້ດີຂຶ້ນແທ້ໆ ພ້ອມທັງຊ່ວຍໃຫ້ເຈົ້າມີຄວາມໝັ້ນໃຈໃນຕົວເອງ ແລະ ປະໂຫຍດອີກຫຼາຍຢ່າງຕາມມາຫຼວງຫຼາຍ. ມື້ນີ້ເຮົາໄດ້ສະຫຼຸບປະໂຫຍດຂອງການເປືອຍກາຍນອນມາໄວ້ໃຫ້ໝູ່ເພື່ອນ ໄດ້ຮູ້ຈັກກັນ 8 ຂໍ້ ຫາກໃຜສົນໃຈ ກໍລອງເລື່ອນລົງໄປອ່ານກັນໄດ້ເລີຍ.
1. ປະຢັດເງິນຊື້ຊຸດນອນ
ເຮົາມາເລີ່ມກັນທີ່ຂໍ້ທຳອິດ ເຊິ່ງກໍເປັນເຫດຜົນງ່າຍໆ ວ່າເມື່ອໝູ່ເພື່ອນ ລຶ້ງເຄີຍກັບການເປືອຍກາຍນອນແລ້ວ ເຈົ້າອາດບໍ່ຈຳເປັນຕ້ອງເສຍເງິນຊື້ຊຸດນອນອີກຕໍ່ໄປ ເຊິ່ງຊ່ວຍປະຢັດເງິນໃນກະເປົາເຈົ້າໄດ້ຫຼາຍເລີຍແມ່ນບໍລະ? ນອກຈາກນີ້ຍັງບໍ່ຕ້ອງເສຍເວລາມາຊັກຊຸດນອນອີກດ້ວຍ ແລະ ສາມາດນຳເງິນຄ່າຊຸດນອນໄປໃຊ້ຊື້ເຄື່ອງເສີມຫຼໍ່ທີ່ຈຳເປັນອື່ນໆ ໄດ້ອີກ.
2. ບໍ່ຕ້ອງເປີດແອ ປະຢັດຄ່າໄຟ
ເຖິງວ່າບ້ານເຮົາຈະເປັນເມືອງຮ້ອນ ແຕ່ເມື່ອເຖິງຕອນກາງຄືນແລ້ວບໍ່ວ່າຈະຢູ່ໃສອຸນຫະພູມກໍຈະເຢັນລົງຕາມທຳມະຊາດ ບໍ່ມີອາຍຮ້ອນທີ່ເຮັດໃຫ້ຮ່າງກາຍຮູ້ສຶກຮ້ອນອົບເອົ້າຈົນທໍລະມານຄືກັບຕອນກາງເວັນ ເຊິ່ງຄວາມຈິງແລ້ວອຸນຫະພູມ ແລະ ຄວາມຊຸ່ມໃນຕອນກາງຄືນໃນຫ້ອງທີ່ອາກາດຖ່າຍເທສະດວກນັ້ນພໍເໝາະພໍດີກັບການນອນໂດຍທີ່ບໍ່ຕ້ອງເປີດເຄື່ອງປັບອາກາດເລີຍ. ຫາກໝູ່ເພື່ອນຕ້ອງການຮູ້ສຶກເຢັນສະບາຍຫຼາຍໄປກວ່ານັ້ນ ລອງເປືອຍກາຍນອນເບິ່ງ, ເເລ້ວຈະຮູ້ວ່າມັນສະບາຍຕົວແທ້ໆ. ຍິ່ງຕອນທີ່ເຈົ້ານອນຫຼັບ ຮ່າງກາຍຈະຫຼຸດການໃຊ້ພະລັງງານລົງຫຼາຍ ຕົວເຈົ້າຍິ່ງຈະເຢັນລົງເອງຕາມທຳມະຊາດ ເຊິ່ງນັ້ນຈະສົ່ງຜົນໃຫ້ເຈົ້ານອນຫຼັບໄດ້ດີເລີຍ.
3. ຮູ້ສຶກສະບາຍທີ່ຈຸດລັບ
ຈຸດລັບ ຫຼື ຈຸດອັບໃນຮ່າງກາຍເຮົາ ບໍ່ວ່າຈະເປັນໃຕ້ຂີ້ແຮ້ ຫຼື ຈຸດທີ່ເປັນທີ່ຢູ່ອາໄສຂອງນ້ອງຊາຍເຮົານັ້ນ ໃນແຕ່ລະມື້ມັນຕ້ອງຢູ່ໃຕ້ເຄື່ອງນຸ່ງຫົ່ມໃນສະພາບຮ້ອນ ແລະ ປຽກຊຸ່ມເປັນເວລາຍາວນານຕິດຕໍ່ກັນຫຼາຍຊົ່ວໂມງ ຈຶ່ງເປັນຈຸດທີ່ພວກເຊື້ອພະຍາດ ແລະ ແບັກທີເຣຍທີ່ເຮັດໃຫ້ເກີດກິ່ນ, ເຊື້ອເຫັດ ແລະ ຢີສທີ່ເປັນສາເຫດຂອງຂີ້ກາກມັກຢູ່ອາໄສ ແຕ່ເມື່ອເຈົ້າກັບມາເຮືອນ ຫາກເປີດໂອກາດໃຫ້ບໍລິເວນເຫຼົ່ານີ້ໄດ້ສຳຜັດອາກາດບໍລິສຸດນຳ ກໍຈະຊ່ວຍຫຼຸດຄວາມສ່ຽງການສະສົມຕົວຂອງພວກເຊື້ອພະຍາດເຫຼົ່ານີ້ລົງໄດ້ຫຼາຍ ໂດຍສະເພາະຢ່າງຍິ່ງໃນເວລານອນເຊິ່ງມີໄລຍະເວລາຍາວນານ 6-8 ຊົ່ວໂມງ ຫາກເຈົ້າເປືອຍກາຍນອນໃຫ້ອາກາດໄດ້ຖ່າຍເທລົງໄປສູ່ຈຸດລັບຕ່າງໆ ໃນຮ່າງກາຍ ກໍເຊື່ອໄດ້ເລີຍວ່າຈະສາມາດຊ່ວຍຫຼຸດບັນຫາກິ່ນຕົວ ແລະ ປ້ອງກັນການເກີດຂີ້ກາກໄດ້ຢ່າງມີປະສິດທິພາບເລີຍ.
4. ຊ່ວຍປຸກພະລັງທາງເພດໄດ້ອີກດ້ວຍ
ການເປືອຍກາຍນອນຈະເຮັດຊ່ວຍໃຫ້ຕົວເຮົາເກີດຄວາມຮູ້ສຶກເພິ່ງພໍໃຈໃນຮ່າງກາຍຂອງຕົວເອງຂຶ້ນມາແບບບໍ່ຮູ້ຕົວ ຍິ່ງໜຸ່ມສາວຄົນໃດທີ່ມີຮູບຮ່າງດີຢູ່ເເລ້ວຈະຍິ່ງຮູ້ສຶກເພິ່ງພໍໃຈໃນຮູບຮ່າງທີ່ສວຍງາມຂອງຕົວເອງຫຼາຍຂຶ້ນອີກດ້ວຍ. ການເປືອຍກາຍນອນຫຼັບແບບນີ້ ຈຶ່ງສາມາດກະຕຸ້ນໃຫ້ຮ່າງກາຍຫຼັ່ງສານອອກຊິໂຕຊິນ ເຊິ່ງເປັນສານປຸກພະລັງທາງເພດອອກມາໂດຍທີ່ເຮົາບໍ່ຮູ້ຕົວ ເຊິ່ງນັ້ນໝາຍເຖິງເປັນການປຸກພະລັງທາງເພດຂອງເຈົ້າໃຫ້ຕື່ນຂຶ້ນອີກດ້ວຍນັ້ນເອງ.
5. ຊ່ວຍຫຼຸດຄວາມເຄັ່ງຕຶງໄດ້
ມື້ໃດທີ່ໝູ່ເພື່ອນເຮັດວຽກໜັກ, ໄດ້ຮັບຄວາມເຄັ່ງຕຶງຈາກການເຮັດວຽກງານ ແລະ ສິ່ງແວດລ້ອມທີ່ວຸ້ນວາຍພາຍນອກຮ່າງກາຍຂອງເຈົ້າຈະຫຼັ່ງສານຄໍຕິຊອນອອກມາຫຼາຍເກີນໄປ ເຊິ່ງສານຄໍຕິຊອນນີ້ໄດ້ຊື່ວ່າເປັນຮໍໂມນແຫ່ງຄວາມເຄັ່ງຕຶງ, ຫາກມັນຫຼັ່ງອອກມາຫຼາຍຈົນເກີນຄວາມສົມດຸນແລ້ວ ຈະບໍ່ສົ່ງຜົນດີີຕໍ່ຮ່າງກາຍເລີຍ ເພາະຈະເຮັດໃຫ້ເຈົ້າວິຕົກກັງວົນ, ຄິດຫຼາຍ, ປວດຫົວ ແລະ ນ້ຳໜັກຕົວເພີ່ມອີກດ້ວຍ. ຂ່າວດີຄື ການເປືອຍກາຍນອນຫຼັບພັກຜ່ອນຈະຊ່ວຍຫຼຸດຄວາມເຄັ່ງຕຶງລົງໄດ້ ແລະ ຊ່ວຍປັບລະດັບຄໍຕິຊອນໃຫ້ກັບໄປຢູ່ໃນລະດັບທີ່ສົມດຸນ, ເມື່ອຕື່ນຂຶ້ນມາ ເຈົ້າຈຶ່ງຮູ້ສຶກສົດຊື່ນ, ປອດໂປ່ງ, ເຊົາເຄັ່ງຕຶງ ພ້ອມທີ່ຈະລຸຍວຽກຕໍ່ນັ້ນເອງ.
6. ເຮັດໃຫ້ເຈົ້າມີຄວາມໝັ້ນໃຈໃນຕົວເອງຫຼາຍຂຶ້ນ
ກ່ອນທີ່ເຈົ້າຈະເປືອຍກາຍນອນໄດ້ ເຈົ້າຕ້ອງມີຄວາມກ້າ ເອົາຊະນະຄວາມອາຍຕົວເອງ. ຫຼາຍຄົນ ທຳອິດທີ່ເລີ່ມເປືອຍກາຍນອນຮູ້ສຶກອາຍຈົນນອນບໍ່ຫຼັບ ພໍນອນແລ້ວຮູ້ສຶກໂລ່ງໆ ຫວິວໆ ຈົນບໍ່ກ້ານອນ ເເຕ່ພໍລຶ້ງເຄີຍແລ້ວຈະຮູ້ສຶກຕິດໃຈຈົນຄືນໃດບໍ່ໄດ້ເປືອຍກາຍນອນຈະນອນບໍ່ຫຼັບເລີຍ. ການໄດ້ເປືອຍກາຍນອນຈະເຮັດໃຫ້ເຈົ້າມີຄວາມຄຸ້ນເຄີຍ ເພິ່ງພໍໃຈກັບຮ່າງກາຍຂອງຕົວເອງຫຼາຍຂຶ້ນ ເຮັດໃຫ້ກາຍເປັນຄົົນທີ່ມີຄວາມໝັ້ນໃຈໃນຕົວເອງສູງ, ກ້າແຕ່ງກາຍທຸກແຟຊັ່ນທີ່ຄິດວ່າເທ້ ແລະ ກ້າທີ່ຈະອວດຮູບຮ່າງທີ່ສວຍງາມຂອງຕົວເອງຖ້າມີໂອກາດ. ສ່ວນໃຜທີ່ຍັງຮ່າງກາຍຍັງເບິ່ງບໍ່ເຟີມ (firm), ການໄດ້ເຫັນຮູບຮ່າງເປືອຍເປົ່າຂອງຕົວເອງເລື້ອຍໆ ຈະເຮັດໃຫ້ເກີດແຮງບັນດານໃຈຢາກທີ່ຈະເຮັດໃຫ້ມັນເບິ່ງສົມບູນສວຍງາມຂຶ້ນມາ.
7. ເຮັດໃຫ້ຢາກຢູ່ເຮືອນຫຼາຍຂຶ້ນ
ການເປືອຍກາຍນອນນັ້ນຖືເປັນສະຫວັນຂອງການພັກຜ່ອນຢ່າງແທ້ຈິງ ຍິ່ງມື້ໃດທີ່ເຈົ້າເຮັດວຽກມາເມື່ອຍໆ ຫຼັງຈາກກິນເຂົ້າແລງແລ້ວ, ກັບເຂົ້າເຮືອນໄດ້ແກ້ເສື້ອຜ້າອາບນ້ຳຊຳລະລ້າງຮ່າງກາຍເຢັນໆ ສຳເລັດແລ້ວ ເຊັດຕົວໃຫ້ແຫ້ງ. ຈາກນັ້ນເມື່ອໄດ້ຂຶ້ນຕຽງເປືອຍກາຍນອນແລ້ວເຈົ້າກໍຈະບໍ່ຢາກລຸກໄປໃສອີກ, ບໍ່ວ່າໝູ່ເພື່ອນ ຈະຊວນໄປສັງສັນ ຫຼື ເຮັດກິດຈະກຳຫຍັງຕໍ່ກໍຕາມເຈົ້າກໍພ້ອມທີ່ຈະປະຕິເສດ ເພາະເຈົ້າໄດ້ພົບສະຫວັນແຫ່ງການພັກຜ່ອນຢ່າງແທ້ຈິງເເລ້ວນັ້ນເອງ.
8. ຊ່ວຍໃຫ້ຜິວພັນດີຂຶ້ນ
ສຳລັບໃນຂໍ້ນີ້ກໍເປັນຜົນລັບມາຈາກການນອນຫຼັບເລິກ ເຊິ່ງເປັນການຫຼັບຢ່າງມີຄຸນນະພາບນັ້ນເອງ. ຢ່າງທີ່ເຮົາໄດ້ບອກໃຫ້ຮູ້ໄປຕັ້ງແຕ່ໃນຕອນຕົ້ນແລ້ວວ່າ ຫຼ້າສຸດນັກວິໄຈດ້ານປະສາດວິທະຍາໄດ້ຄົ້ນພົບວ່າ ສະໝອງເຮົາຈະມີຂະບວນການລ້າງສານພິດ ຫຼື ດີທັອກ (detox) ຮ່າງກາຍອັດຕະໂນມດ ໃນຕອນທີ່ເຮົາຫຼັບເລິກ ສົ່ງຜົນໃຫ້ຄົົນທີ່ຫຼັບເລິກຈະຕື່ນມາດ້ວຍອາລົມແຈ່ມໃສ ສະໝອງປອດໂປ່ງ ແລະ ຜິວພັນທີ່ສວຍງາມ, ເດັ້ງ, ເປັ່ງປະກາຍ ເຊິ່ງນີ້ຄືຄວາມລັບທີ່ຫາກໍ່ຈະຖືກເປີດເຜີຍນັ້ນເອງ.
ທັງໝົດນີ້ກໍຄືປະໂຫຍດ 8 ຂໍ້ຂອງການເປືອຍກາຍນອນທີ່ເຮົາຢາກຈະມາສະຫຼຸບໃຫ້ໝູ່ເພື່ອນໄດ້ຮູ້ໃນມື້ນີ້. ຫວັງວ່າຈະເປັນທີ່ສົນໃຈຂອງໝູ່ເພື່ອນທຸກຄົນ. ຫາກໃຜຍັງບໍ່ເຄີຍສຳຜັດປະສົບການການນອນຮູບແບບໃໝ່ນີ້ ຫາກມີໂອກາດກໍໜ້າຈະລອງເຮັດກັນເບິ່ງ ປະໂຫຍດຫຼວງຫຼາຍຂະໜາດນີ້ບໍ່ແນ່ວ່າເຈົ້າອາດຈະມັກກໍໄດ້ ບໍ່ເຊື່ອກໍລອງເບິ່ງເດີ.
ຂໍຂອບໃຈ
ຂໍ້ມູນ : Playboy via sanook