ຊີວິດຫຼັງແຕ່ງດອງ ມີຄວາມສຸກຫຼາຍໜ້ອຍປານໃດ ເຊັກໄດ້ຈາກ 4 ຂໍ້ນີ້

ວ່າກັນວ່າການແຕ່ງດອງເປັນພຽງການເລີ່ມຕົ້ນຂອງຊີວິດຄູ່, ມີຫຼາຍຄູ່ທີ່ເມື່ອແຕ່ງດອງກັນໄປແລ້ວມັກພົບກັບຄວາມປ່ຽນແປງຄັ້ງໃຫຍ່ ເຊິ່ງມີທັງເລື່ອງດີ ແລະ ບໍ່ດີ. ຄວາມຈິງແລ້ວ ເລື່ອງຄວາມສຳພັນທີ່ໝັ້ນຄົງກໍເປັນສິ່ງສຳຄັນຫຼັງແຕ່ງດອງ. ດັ່ງນັ້ນ, ເຮົາລອງມາກວດເບິ່ງວ່າຊີວິດຫຼັງແຕ່ງດອງຂອງຄູ່ທ່ານນັ້ນມີຄວາມສຸກຫຼາຍປານໃດ ໂດຍລອງສັງເກດຈາກພຶດຕິກຳເຫຼົ່ານີ້ເບິ່ງ.
1. ການໃສ່ໃຈເຊິ່ງກັນ ແລະ ກັນ
ການໃສ່ໃຈຖືເປັນເລື່ອງສຳຄັນໃນຊີວິດຄູ່ ເຖິງແມ່ນວ່າຈະຄົບກັນມາດົນ ຫຼື ຢູ່ນຳກັນມາດົນແລ້ວກໍຕາມ ຄວາມໃສ່ໃຈເປັນສິ່ງທີ່ຄວນມີຢ່າງສະໝໍ່າສະເໝີ ເພື່ອເຮັດໃຫ້ຮູ້ວ່າອີກຝ່າຍຍັງສຳຄັນຢູ່. ການໃສ່ໃຈເລື່ອງເລັກໆນ້ອຍໆ ກໍຍິ່ງເຮັດໃຫ້ຄວາມຮັກທີ່ມີຕໍ່ກັນບໍ່ຈືດຈາງລົງ ແຕ່ການເອົາໃຈໃສ່ຕ້ອງມາຈາກການກະທຳດ້ວຍຄວາມເຕັມໃຈຂອງທັງສອງຝ່າຍ ແລະ ບໍ່ມີການພະຍາາຍມຫຼາຍເກີນໄປ ເພາະອາດຈະເຮັດໃຫ້ເກີດຄວາມອຶດອັດໃຈ ແລະ ຄວາມສຳພັນອາດຄອນແຄນໄດ້.
2. ການໂອ້ລົມໃຫ້ກຳລັງໃຈອີກຝ່າຍ
ແນ່ນອນວ່າການໂອ້ລົມກັນເປັນເລື່ອງສຳຄັນຕໍ່ຊີວິດຄູ່ຫຼາຍ ເຊິ່ງສາມາດລົມກັນໄດ້ຫຼາຍແບບ ເຊັ່ນ: ລະບາຍກ່ຽວກັບບັນຫາທີ່ກຳລັງພົບ. ສິ່ງເຫຼົ່ານີ້ ທີ່ຄົນຮັກມາປຶກສາ ແລະ ລະບາຍສະແດງວ່າເຮົາເປັນບ່ອນເພິ່ງທາງໃຈໄດ້ດີ ສິ່ງທີ່ຄວນເຮັດຄື ການເວົ້າໃຫ້ກຳລັງໃຈ, ບໍ່ຄວນເວົ້າປະຊົດ, ຮ້າຍດ່າ ຫຼື ຊໍ້າເຕີມໃນເລື່ອງທີ່ອີກຝ່າຍເຮັດ. ນອກຈາກນີ້, ການບອກຂອບໃຈຕໍ່ຄົນຮັກໃນຫຼາຍໆເລື່ອງກໍເປັນຕົວຊ່ວຍເຮັດໃຫ້ອີກຝ່າຍຮູ້ສຶກດີທີ່ມີຄົນຢູ່ຄຽງຂ້າງ.
3. ການຍອບຮັບຂໍ້ຜິດພາດ ແລະ ປັບປຸງເຂົ້າຫາກັນ
ຫຼາຍຄັ້ງທີ່ຊີວິດຮັກມັກຈົບລົງດ້ວຍຄຳວ່າ “ເຂົ້າກັນບໍ່ໄດ້” ເຊິ່ງເຫດຜົນເປັນຍ້ອນທັງສອງນັ້ນບໍ່ໄດ້ນັ່ງຈັບເຂົ່າໂອ້ລົມກັນເຖິງບັນຫາທີ່ແທ້ຈິງ ແລະ ການໃຊ້ອາລົມຢູ່ເໜືອເຫດຜົນ. ການໃຊ້ຊີວິດຢູ່ນຳກັນ ຕ່າງຝ່າຍຕ່າງຕ້ອງມີການປັບໂຕເຂົ້າຫາກັນເທື່ອລະເລັກລະໜ້ອຍ, ເມື່ອເກີດຄວາມຜິດພາດ ກໍມີການເວົ້າກັນດ້ວຍເຫດຜົນຢູ່ຕະຫຼອດ ແລະ ຊ່ວຍກັນຊອກຫາວິທີການແກ້ໄຂໄປພ້ອມກັນ ຖ້າເປັນແບບນີ້ຊີວິດຄູ່ກໍຈະໄປໄດ້ໄກແນ່ນອນ.
4. ເຕີມຄວາມຫວານໃຫ້ກັບຊີວິດຮັກຢູ່ຕະຫຼອດ
ຄູ່ຮັກຫຼາຍຄົນທີ່ຄົບກັນມາເປັນເວລາດົນນັ້ນ ອາດມີຄວາມຮັກທີ່ຈືດຈາງລົງ ແຕ່ເຕັມໄປດ້ວຍຄວາມຜູກພັນຫຼາຍຂຶ້ນ ເຊິ່ງນັ້ນອາດຈະເຮັດໃຫ້ຊີວິດຄູ່ໜ້າເບິ່ງຈົນເກີນໄປ ແຕ່ບາງຄູ່ກໍມີການເຕີມຄວາມຫວານໃຫ້ກັນ ແລະ ກັນຢູ່ຕະຫຼອດ ເຊັ່ນ ການພາໄປກິນເຂົ້ານອກ, ໃຊ້ເວລາຢູ່ຮ່ວມກັນ, ຊື້ຂອງຂວັນໃຫ້ກັນ, ມີການຢອດມຸກປານວ່າກຳລັງຈີບກັນໃໝ່ໆ ຄວາມສຳພັນແບບນີ້ຈະຊ່ວຍໃຫ້ອີກຝ່າຍບໍ່ຮູ້ສຶກເບື່ອ.
ຂໍຂອບໃຈ
ຂໍ້ມູນ : Sanook