ທີມຊາດລາວ ເອົາຊະນະ ບຣູໄນ 3-0 ໃນບານເຕະຊາຍ ຊີເກມ 2019 ທີ່ປະເທດຟິລິບປິນ

ນັກເຕະທີມຊາດລາວ ເອົາຊະນະ ບຣູໄນ 3-0 ຫຼັງຈາກທີ່ລົງແຂ່ງຂັນນັດທີ 3 ຂອງກຸ່ມ B ການແຂ່ງຂັນເຕະບານຊາຍ ໃນງານມະຫາກຳກິລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນວັນທີ 1 ທັນວານທີ່ຜ່ານມາ ທີ່ສະໜາມ Rizal Memorial ໃນນະຄອນຫລວງມານິລາ.
ສະຖິຕິການພົບກັນ 6 ຄັ້ງ ຫລັງສຸດໃນຊີເກມ ທີມຊາດລາວ ຊະນະ 5 ສະເໝີ 1, ຫລ້າສຸດປີ 2019 ລາວ ຊະນະ 3-0. ນັດນີ້ ເລີ່ມເກມທັງສອງທີມສູ້ກັນໂດຍບໍ່ຂາດຂັ້ນກັນຫລາຍ, ທີມຊາດລາວຊົງບານດີກວ່າເລັກໜ້ອຍ, ຈຸດປ່ຽນສຳຄັນແມ່ນ ບຣູໄນ ມາເສຍປຽບຜູ້ຫລິ້ນໜຶ່ງຄົນ ເມື່ອຜູ້ຮັກສາປະຕູ Ishyra Asmin Jabidi ໄດ້ບັດແດງຈາກຈັງຫວະອອກມາສະກັດການຫລຸດດ່ຽວຂອງ ສົມໄຊ ແກ້ວຫານາມ ໃນນາທີ 14′. ຈາກນັ້ນ ທີມຊາດລາວໄດ້ປະຕູຂຶ້ນນຳຈາກ ສຸກອາພອນ ວົງຈຽງຄຳ (ເມສຊີລາວ) ໃນນາທີ 18′, ຈົບເຄິ່ງເວລາທີໜຶ່ງ ລາວ ນຳ ບຣູໄນ 1-0.
ມາເຄິ່ງຫລັງເມື່ອທີມຊາດລາວໄດ້ປຽບຜູ້ຫລິ້ນ ກໍ່ເດີນໜ້າບຸກຕໍ່ເນື່ອງຈົນມາໄດ້ອີກສອງປະຕູຈາກ ບຸນພະຈັນ ບຸນກອງນາທີ 52′ ແລະ ນາທີ 67′. ຈົບເກມ ທີມຊາດລາວ ຊະນະ ບຣູໄນ 3-0 ຄວ້ານັດທຳອິດໃນຊີເກມຄັ້ງນີ້ ຫລັງຈາກ ສອງນັດຜ່ານມາ ສະເໝີກັບ ສິງກະໂປ 0-0 ແລະ ເສຍໃຫ້ຫວຽດນາມ 1-6, ມີ 4 ຄະແນນ ຈາກ 3 ນັດ.
ນັດຕໍ່ໄປ ທີມຊາດລາວ ຈະພົບກັບ ໄທ ແຊ້ມເກົ່າ ໃນວັນທີ 3 ທັນວາ 2019 ນີ້ ເວລາ: 15:00 ໂມງ.
ຂໍຂອບໃຈ
ຂໍ້ມູນ : ສະຫະພັນບານເຕະແຫ່ງຊາດລາວ Lao Football Federation