ນໍ້າຂອງປ່ຽນເປັນສີຟ້າອົມຂຽວ ເປັນສັນຍານທີ່ບໍ່ດີ, ນັກວິຊາການຊີ້

ສື່ຕ່າງປະເທດລາຍງານວ່າ ລະດັບນໍ້າຂອງຫຼຸດຕໍ່າລົງແຕະຈຸດວິກິດ ເຮັດໃຫ້ສີຂອງນໍ້າເຊິ່ງປົກກະຕິເປັນສີນໍ້າຕານປ່ຽນເປັນສີຟ້າອົມຂຽວຄືກັບນໍ້າທະເລ ແລະ ສັນຊາຍກໍມີຫຼາຍຂຶ້ນ ໂດຍບາງບ່ອນສັນຊາຍຍາວຫຼາຍກິໂລແມັດ. ຂະນະທີ່ໃນລາວ ຢູ່ບໍລິເວນແຂວງຄຳມ່ວນ ກົງກັນຂ້າມກັບແຂວງນະຄອນພະນົມ ກໍເກີດປາກົດການດັ່ງກ່າວເຊັ່ນກັນ.
The Thaiger ລາຍງານອ້າງອີງຄຳກ່າວຂອງທ່ານ ອາທິດ ພະນະສູນ ຫົວໜ້າກຸ່ມອະນຸຮັກ ໃນແຂວງນະຄອນພະນົມວ່າ ການປ່ຽນສີຂອງນໍ້າທີ່ຫາເບິ່ງໄດ້ຍາກນີ້ ອາດເບິ່ງຄືວ່າງາມແປກຕາ ແຕ່ນັ້ນເປັນສັນຍານບົ່ງບອກວ່າ ແມ່ນໍ້າກຳລັງບົກແຫ້ງ.
ທ່ານກ່າວວ່າ ລະດັບນໍ້າໃນບໍລິເວນດັ່ງກ່າວແມ່ນເລິກພຽງປະມານ 1 ແມັດ ເຊິ່ງຕໍ່າສຸດໃນຮອບ 50 ປີ. ເນື່ອງຈາກມັນຕື້ນຫຼາຍ ແມ່ນໍ້າຈຶ່ງໄຫຼຢ່າງຊ້າໆ ເຮັດໃຫ້ເກີດການທັບຖົມຂອງຕະກອນ ເຊິ່ງປົກກະຕິເກີດມາຈາກພື້ນແມ່ນໍ້າ ຈົມລົງ ແລະ ບໍ່ມີການເຄື່ອນເໜັງ ເຮັດໃຫ້ນໍ້າກາຍເປັນສີຟ້າອົມຂຽວ.
ທ່ານອາທິດກ່າວອີກວ່າ ລະດູແລ້ງໄດ້ເລີ່ມຂຶ້ນແລ້ວ ແລະ ອີກ 6 ເດືອນຝົນຈຶ່ງຈະຕົກອີກ ແຕ່ແມ່ນໍ້າເລີ່ມບົກແຫ້ງແລ້ວເຊິ່ງເກີດຂຶ້ນຈາກຫຼາຍສາເຫດທັງຈາກມະນຸດ, ປະລິມານນໍ້າຝົນທີ່ໜ້ອຍ ແລະ ການປ່ຽນແປງດິນຟ້າອາກາດ.
ທ່ານກ່າວວ່າ ສະພາບດັ່ງກ່າວນີ້ອາດນຳໄປສູ່ການທຳລາຍລະບົບນິເວດ ແລະ ອາດເຮັດໃຫ້ປາໃນແມ່ນໍ້າຂອງສູນພັນ. ພ້ອມນີ້ຍັງກະທົບເຖິງການເດີນເຮືອໃນແມ່ນໍ້າ ແລະ ການເຮັດກະສິກຳຂອງຊາວກະສິກອນທີ່ເອື່ອຍອີງໃສ່ນໍ້າຈາກແມ່ນໍ້າຂອງອີກດ້ວຍ.
ຂໍຂອບໃຈ
ຂໍ້ມູນ : The Thaiger , Bangkok Post