ຍີ່ປຸ່ນສົ່ງອອກເບຍໄປເກົາຫຼີໃຕ້ ເຫຼືອ 0 ເປີເຊັນ ຜົນຈາກສົງຄາມການຄ້າທີ່ເຄັ່ງຕຶງ

ຍີ່ປຸ່ນເປີດເຜີຍຍອດສົ່ງອອກເບຍເດືອນກັນຍາໄປທີ່ເກົາຫຼີເຫຼືອ 0 ຫຼັງເກີດສົງຄາມການຄ້າຍີ່ປຸ່ນ-ເກົາຫຼີໃຕ້ເຄັ່ງຕຶງມາຕັ້ງແຕ່ເດືອນກໍລະກົດ.
ລັດຖະບານຍີ່ປຸ່ນເປີດເຜີຍຂໍ້ມູນການຄ້າລະຫວ່າງຍີ່ປຸ່ນ ແລະ ເກົາຫຼີໃຕ້ພົບວ່າ ໃນເດືອນຕຸລາທີ່ຜ່ານມາ ຍອດການສົ່ງອອກເບຍໄປທີ່ເກົາຫຼີໃຕ້ຫຼຸດລົງເຫຼືອ 0 ເປີເຊັນເຊິ່ງເປັນເທື່ອທຳອິດນັບຕັ້ງແຕ່ປີ 1999 ເປັນຕົ້ນມາ.
ຂໍ້ມູນຈາກກະຊວງການເງິນຂອງຍີ່ປຸ່ນລະບຸວ່າ ຍອດສົ່ງອອກເບຍຍີ່ປຸ່ນໄປເກົາຫຼີໃຕ້ຫຼຸດລົງຢ່າງຕໍ່ເນື່ອງ ໂດຍເດືອນສິງຫາ ຍອດສົ່ງອອກເບຍຫຼຸດລົງ 92.2 ເປີເຊັນເມື່ອທຽບກັບໄລຍະດຽວກັນເມື່ອປີ 2018 ຂະນະທີ່ເດືອນກັນຍາ ຍອດສົ່ງອອກຫຼຸດລົງ 99.9 ເປີເຊັນ ຈົນກະທັ້ງຍອດສົ່ງອອກເປັນ 'ສູນ' ໃນເດືອນຕຸລາ.
ທັງນີ້ ຍອດສົ່ງອອກເບຍຍີ່ປຸ່ນໄປທີ່ເກົາຫຼີໃຕ້ເມື່ອປີ 2018 ຄິດເປັນມູນຄ່າສູງເຖິງ 73 ລ້ານໂດລາສະຫະລັດ ແລະ ເກົາຫຼີໃຕ້ຖືເປັນຕະຫຼາດໃຫຍ່ທີ່ສຸດປະເທດໜຶ່ງຂອງເບຍສົ່ງອອກຈາກຍີ່ປຸ່ນ ຄິດເປັນ 60 ເປີເຊັນຂອງເບຍຍີ່ປຸ່ນທີ່ສົ່ງອອກໄປຍັງຕ່າງປະເທດທັງໝົດໃນແຕ່ລະປີ.
ທາງດ້ານຜູ້ຜະລິດເບຍລາຍໃຫຍ່ຂອງຍີ່ປຸ່ນຢ່າງ 'ອາຊາຮີ' ລະບຸວ່າ ກຳໄລຂອງບໍລິສັດທີ່ໄດ້ຈາກການສົ່ງອອກເບຍໄປຍັງເກົາຫຼີໃຕ້ໃນໄລຍະ 9 ເດືອນທຳອິດ ຫຼຸດລົງເຖິງ 68 ເປີເຊັນເມື່ອທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ.
ບໍ່ພຽງແຕ່ເບຍເທົ່ານັ້ນທີ່ຍອດສົ່ງອອກໄປຍັງເກົາຫຼີໃຕ້ຫຼຸດລົງ ແຕ່ຍັງຮວມທັງຍອດການສັ່ງຊື້ລົດຍົນຍີ່ປຸ່ນກໍຕົກລົງເຊັ່ນກັນ ໂດຍໃນເດືອນກັນຍາມີການເປີດເຜີຍວ່າຍອດສົ່ງອອກລົດຍົນຂອງຍີ່ປຸ່ນຕົກລົງກວ່າ 62 ເປີເຊັນ.
ສົງຄາມການຄ້າລະຫວ່າງຍີ່ປຸ່ນ ແລະ ເກົາຫຼີໃຕ້ເລີ່ມເຄັ່ງຕຶງຫຼາຍຂຶ້ນຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ ຫຼັງຈາກຍີ່ປຸ່ນບໍ່ພໍໃຈທີ່ສານເກົາຫຼີໃຕ້ຕັດສິນໃຫ້ບໍລິສັດເອກະຊົນຂອງຍີ່ປຸ່ນຕ້ອງຈ່າຍເງິນຊົດເຊີຍແກ່ຊາວເກົາຫຼີໃຕ້ທີ່ເຄີຍຖືກບັງຄັບໃຊ້ແຮງງານໃນຍຸກທີ່ຍີ່ປຸ່ນຢຶດຄອງເກົາຫຼີ ເພາະລັດຖະບານຍີ່ປຸ່ນເຄີຍຈ່າຍຄ່າຊົດເຊີຍໃຫ້ກັບອະດີດລັດຖະບານຜະເດັດການຂອງເກົາຫຼີໃຕ້ໄປແລ້ວ ເຮັດໃຫ້ລັດຖະບານຍີ່ປຸ່ນຕອບໂຕ້ດ້ວຍການປະກາດມາດຕະການຄວບຄຸມການສົ່ງອອກສານເຄມີສຳຄັນໃນການຜະລິດຊິ້ນສ່ວນສະມາດໂຟນ ສົ່ງຜົນກະທົບຕໍ່ທຸລະກິດເອເລັກໂຕຣນິກໃນເກົາຫຼີໃຕ້.
ນອກຈາກນີ້ລັດຖະບານຍີ່ປຸ່ນຍັງຖອດເກົາຫຼີໃຕ້ອອກຈາກລາຍຊື່ປະເທດທີ່ໄດ້ຮັບສິດທິປະໂຫຍດທາງການຄ້າ ຫຼື 'ບັນຊີຂາວ' ເຮັດໃຫ້ເກົາຫຼີໃຕ້ຕອບໂຕ້ດ້ວຍການຖອດຍີ່ປຸ່ນອອກຈາກບັນຊີຂາວຂອງຕົນເອງເຊັ່ນກັນ ພ້ອມທັງຍົກເລີກຄວາມຮ່ວມມືດ້ານການແບ່ງປັນຂໍ້ມູນຂ່າວກອງທາງທະຫານກັບຍີ່ປຸ່ນ.