ໂຄງການທາງລົດໄຟລາວ-ຈີນ ເລີ່ມວາງຂາງຂົວຄັ້ງທຳອິດຢູ່ເຂດພາກເໜືອ

ວັນທີ 26 ພະຈິກ 2019 ນີ້ ຢູ່ທີ່ນາເຕີຍ ແຂວງຫຼວງນໍ້າທາ ໄດ້ຈັດພິທີລິເລີ່ມການວາງຂາງຂົວຄັ້ງທຳອິດເຂດພາກເໜືອຂອງໂຄງການທາງລົດໄຟລາວ-ຈີນ ເຂົ້າຮ່ວມໂດຍ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫຼວງນ້ຳທາ, ທ່ານ ຫວູ໋ຫຼິງ ຫົວໜ້າຜູ້ຊິ້ນຳລວມໂຄງການເສັ້ນທາງລົດໄຟລາວ-ຈີນ, ມີຫົວໜ້າບໍລິສັດທາງລົດໄຟລາວ-ຈີນເລກ 5, ສະພາປະຊາຊົນແຂວງ, ອະດີດການນຳ, ຫົວໜ້າໄກເກ່ຍ, ພະນັກງານວິຊາການ ແລະ ປະຊາຊົນບ້ານນາເຕີຍເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງຫຼວງນ້ຳທາ, ທ່ານ ຫວູ໋ຫຼິງ ຫົວໜ້າຜູ້ຊິ້ນຳລວມໂຄງການເສັ້ນທາງລົດໄຟລາວ-ຈີນກໍ່ໄດ້ກ່າວເປີດການວາງຂາງຂົວຢ່າງເປັນທາງການ ແລະ ບໍລິສັດກໍໍ່ສ້າງທາງລົດໄຟເລກ 5 ສປ ຈີນ ສະໜາມຫຼໍ່ຂາງຂົວນາເຕີຍ ຂອງໂຄງການທາງລົດໄຟລາວ-ຈີນ ແມ່ນຮັບຜິດຊອບຜະລິດຫຼໍ່ຂາງຂົວ ໂຄງການທາງລົດໄຟສາຍໄໝ ບໍໍ່ເຕ່ນ - ນະຄອນຫຼວງວຽງຈັນ ໄລຍະສັນຍາ I, ຮັບຜິດຊອບໜ້າທີ່ຜະລິດຫຼໍ່ຂາງຂົວລາງດ່ຽວ ໂຕ (T) ທັງໝົດ 309.5 ຄູ່ ແລະ ວຽກກໍໍ່ສ້າງ ກ່ຽວກັບການເຊື່ອມຈອດຂອງຂົວ, ຂາງຂົວ ທີ່ມີຄວາມຍາວ 24 ແມັດ ມີ 39 ຄູ່, ຍາວ 32 ແມັດ ມີ 270.5 ຄູ່, ໄລຍະກໍໍ່ສ້າງຂອງສັນຍາແມ່ນເລີມແຕ່ວັນທີ 1 ທັນວາ 2018 – 15 ພະຈິກ 2020, ມູນຄ່າສັນຍາ 102,140,193 ຢວນ.
ສ່ວນໄລຍະສັນຍານີ້ ຂຶ້ນກັບຂອບເຂດແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ຢູ່ລຽບຕາມແລວທາງ ແມ່ນໄດ້ຜ່ານ ບ້ານບໍໍ່ເຕ່ນ, ນາເຕີຍ, ນາໝໍ້ ແລະ ນາທົໍ່ງ. ຂອບເຂດວາງຂາງຂົວມີຄວາມຍາວທັງໝົດ 37 ກິໂລແມັດ 575 ແມັດ, ລວມມີຂົວທັງໝົດ 27 ແຫ່ງ.
ສະໜາມຫຼໍ່ຂາງຂົວນາເຕີຍແມ່ນໄດ້ເລີ່ມວາງຂາງຂົວໃນວັນທີ 26 ພະຈິກ 2019, ການວາງຂາງຂົວແມ່ນຈະນໍາໃຊ້ກົນຈັກ ຍົກໄດ້ 180 ໂຕນ ເພື່ອຍົກ, ເຄື່ອນຍ້າຍ ແລະ ຕິດຕັ້ງຂາງຂົວ, ພ້ອມທັງນໍາໃຊ້ລົດເພື່ອຂົນສົໍ່ງຂາງຂົວ ຂະໜາດ LPLC200TK, TLQ100-102 ແລະ ວິທີການກໍ່ສ້າງຈະນໍາໃຊ້ໂຄງເຫຼັກກົນຈັກສໍາຫລັບວາງຂາງຂົວ JQT180.
ການກໍໍ່ສ້າງວາງຂາງຂົວແມ່ນຈະເລີ່ມວາງມາເບື້ອງບໍໍ່ເຕ່ນກ່ອນ ລວມມີຂົວ 7 ແຫ່ງ ຈະໄດ້ນໍາໃຊ້ ຂາງຂົວ 102.5 ຄູ່, ເຊິ່ງໄດ້ຜ່ານຊັັ້ນພື້ນທາງລົດໄຟ 8 ຈຸດ ແລະ 2 ອຸມົງ. ສ່ວນການວາງຂາງຂົວລົງໄປທາງເມືອງນາໝໍ້ ລວມມີຂົວ 20 ແຫ່ງ ຈະໄດ້ນໍາໃຊ້ ຂາງຂົວ 207 ຄູ່, ເຊີ່ງໄດ້ຜ່ານຊັັ້ນພື້ນທາງລົດໄຟ 26 ຈຸດ ແລະ 6 ອຸມົງ.
ອີງຕາມແຜນການທີ່ໄດ້ກຳນົດໄວ້ໜ້າວຽກ ການວາງຂາງຂົວ ແມ່ນຈະໃຫ້ສໍາເລັດໃນວັນທີ 30 ມິຖຸນາ 2020 ນີ້.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານແຂວງຫຼວງນໍ້າທາ