ເພື່ອນຮ່ວມຫ້ອງ "ເມ ວິຈິດຕາ" ໃນລະຫວ່າງປະກວດ Miss Universe ແມ່ນ "ຟ້າໃສ ປະວີນສຸດາ" ນາງງາມໄທ

ເປັນກະແສທີ່ມາແຮງບໍ່ໜ້ອຍສຳລັບການປະກວດມິສຢູນິເວີສ 2019 (Miss Universe 2019) ເຊິ່ງປີນີ້ເປັນປີທີ 3 ແລ້ວທີ່ລາວສົ່ງຕົວແທນເຂົ້າຮ່ວມຊີງມຸງກຸດ ແລະ ອີກໜຶ່ງຂ່າວທີ່ມາແຮງບໍ່ໜ້ອຍກວ່າກັນກໍຄື "ເມ - ວິຈິດຕາ ພອນວິໄລ" ນາງງາມຈາກລາວ ໄດ້ພັກຢູ່ຮ່ວມຫ້ອງກັບ "ຟ້າໃສ - ປະວີນສຸດາ ດຣູອິ້ນ" ມິສຢູນິເວີສໄທແລນ 2019 ນັ້ນເອງ.
ຂໍ້ມູນດັ່ງກ່າວນີ້ມີການລາຍງານກັນໃນເຟສບຸກເພຈທີ່ເຊຍນາງງາມຂອງໄທ ເຊິ່ງເປັນເພຈໃຫຍ່ ຢ່າງ ฉันชอบดูนางงาม ເຊິ່ງອ້າງອີງຂໍ້ມູນຈາກ ທ່ານ ນະຣົງ ເລີດກິດສິຣິ ໜຶ່ງໃນຜູ້ຢູ່ເບື້ອງຫຼັງ Miss Universe Thailand 2019.
ຂະນະທີ່ເຟສບຸກທາງການຂອງ ເມ ວິຈິດຕາ ສາວລາວເຮົາ ກໍໄດ້ເຜີຍແຜ່ຄລິບວິດີໂອຂອງ ເມ ຫຼັງຈາກທີ່ເດີນທາງຮອດແອັດແລນຕາ ລັດຈໍເຈຍ ສະຫະລັດອາເມລິກາ ທີ່ໄດ້ສະແດງຄວາມຮູ້ສຶກຫຼັງຈາກທີ່ຮູ້ວ່າຕົນເອງຈະໄດ້ພັກຢູ່ຮ່ວມຫ້ອງກັບ ຟ້າໃສ ມິສຢູນິເວີສໄທແລນ ໂດຍກ່າວວ່າ ຕົນເອງຮູ້ສຶກປະທັບໃຈ ແລະ ດີໃຈຫຼາຍທີ່ຈະໄດ້ພັກນຳຕົວແທນຈາກໄທ ພ້ອມທັງກ່າວທັກທາຍ ຟ້າໃສ ເປັນພາສາໄທ (ທີ່ແປເປັນຄວາມລາວ) ວ່າ "ສະບາຍດີເອື້ອຍຟ້າ ດີໃຈຫຼາຍໆເດີທີ່ຈະໄດ້ນອນນຳ".
ສຳລັບເຫດຜົນທີ່ທັງສອງສາວຜູ້ເຂົ້າປະກວດຈາກລາວ ແລະ ໄທໄດ້ພັກຮ່ວມຫ້ອງດຽວກັນ, ຫຼາຍຄົນຄາດຄະເນວ່າ ອາດຈະຍ້ອນເລື່ອງຂອງພາສາທີ່ມີຄວາມໃກ້ຄຽງກັນ ເຊິ່ງຈະເຮັດໃຫ້ງ່າຍຕໍ່ການສື່ສານ.
ທັງນີ້ ເມ ວິຈິດຕາ ເປັນນາງງາມລາວຄົນທີ 2 ທີ່ໄດ້ພັກຮ່ວມຫ້ອງກັບນາງງາມຈາກໄທ ເຊິ່ງນາງງາມລາວຄົນທຳອິດທີ່ໄດ້ພັກກັບນາງງາມໄທກໍຄື "ນຸ້ຍ - ສຸພາພອນ ສົມວິຈິດ" ເຊິ່ງໃນການປະກວດປີ 2017 ໄດ້ພັກກັບ "ມາຣີຢາ ພູນເລີດລາບ".
ການປະກວດມິສຢູນິເວີສຮອບຕັດສິນຂອງປີນີ້ ຈະມີຂຶ້ນໃນວັນທີ 8 ທັນວາ 2019 ຕາມເວລາທ້ອງຖິ່ນຂອງສະຫະລັດ ເຊິ່ງກົງກັບວັນທີ 9 ທັນວາ 2019 ຕາມເວລາປະເທດລາວ.
ຂໍຂອບໃຈ
ຂໍ້ມູນ : FB: ฉันชอบดูนางงาม
ພາບ : IG: paweensud , FB: May Vichitta Phonevilay - Miss Universe Laos 2019