ເບິ່ງດວງລາຍວັນປະຈໍາວັນອາທິດ ທີ 1 ທັນວາ 2019 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ມີອຸປະສັກທາງດ້ານການງານທີ່ເກິດຂື້ນ ເພາະມີການປ່ຽນແປງຍົກຍ້າຍທີ່ຈະເກີດຂຶ້ນ ຊຶ່ງທ່ານຕ້ອງຕັດສິນໃຈ
ການເງິນ ຍັງຕຶງຄຽດກ່ຽວກັບເລື່ອງການໃຊ້ຈ່າຍທາງດ້ານການເງິນ ຊ່ວງນີ້ຄວນໃຊ້ຄວາມປະຫຢັດແດ່ຈຶ່ງຈະດີ
ຄວາມຮັກ ພົບຄົົນທີ່ໂດດເດັ່ນໃນສັງຄົມ ເປັນຄົນສະຫລຽວສະຫລາດ ອາຍຸນ້ອຍກວ່າ ແຕ່ຕ້ອງພະຍາຍາມປະຄັບປະຄອງຄວາມສຳພັນ ເພາະຄວາມໃຈຮ້ອນເຮັດໃຫ້ເກີດຄວາມຂັດແຍ້ງກັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 8
ວັນຈັນ
ການງານ ຕ້ອງມີທີ່ປຶກສາທີ່ດີ ຈະເຮັດໃຫ້ທ່ານວາງແຜນໃນການເຮັດສິ່ງຕ່າງໆ ລຸລ່ວງໄປໄດ້ຫລື ປະສົບຄວາມສຳເລັດໄດ້ບໍ່ຍາກ
ການເງິນ ມີໂຊກຈະໄດ້ເງິນ ແຕ່ກໍຈະພົບກັບຄວາມຊ້າກ່ອນ ແລ້ວຈຶ່ງຈະໄດ້ເງິນເຂົ້າມາເພີ່ມເຕີມ ເພີ່ມຂຶ້ນຫລາຍກວ່າໜຶ່ງເທື່ອ ຈະສັງເກດໄດ້ວ່າມີຖານະດີຂຶ້ນກວ່າແຕ່ກ່ອນ
ຄວາມຮັກ ໂດດເດັ່ນໄດ້ພົບຄົນຜິວຂາວ ແລະເປັນຄົົນທີ່ຈະເຂົ້າກັນໄດ້ເປັນຢ່າງດີ ແຕ່ເວລາທີ່ມີໃຫ້ກັນຍັງບໍ່ຄ່ອຍຫລາຍປານໃດ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 3
ວັນຄານ
ການງານ ຊ່ວງນີ້ມີໂອກາດພົບສະຖານນະການດ້ານການງານທີ່ສົ່ງຜົນເຮັດໃຫ້ກັງວົນໃຈ ແຕ່ເມື່ອນຳປະສົບການເກົ່າໆ ມາປະຍຸກໃຊ້ກໍຈະຜ່ານໄປໄດ້ດີ
ການເງິນ ກັງວົນໃຈໃນເລື່ອງການໃຊ້ຈ່າຍ ແຕ່ບາງເທື່ອການຈ່າຍອອກໄປເທື່ອນີ້ກໍຈະເຮັດໃຫ້ໄດ້ສິ່ງຂອງທີ່ຮູ້ສຶກມັກຫລາຍໆ ເຂົ້າມາເພິ່ມເຕິມ
ຄວາມຮັກ ທ່ານເປັນຜູ້ທີ່ມີສະເໜ່ ຈຶ່ງຍັງເບິ່ງໆ ຢູ່ຫລາຍກວ່າ ຍັງບໍ່ຕັດສິນໃຈເລືອກໃຜ ຍັງຮູ້ສຶກພຶງພໍໃຈກັບຊີວິດໂສດກໍເປັນໄປໄດ້ ຜູ້ທີ່ມີກຄົນຮັກຢູ່ແລ້ວກໍຍັງຢູ່ໃນສະຖານນະການທີ່ຊົງຕົວດ້ານຄວາມຮັກບໍ່ທຸກຮ້ອນໃດໆ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 5
ວັນພຸດ
ການງານ ມີຄວາມກັງວົນໃນເລື່ອງຂອງການງານໃນຊ່ວງນີ້ ແຕ່ກໍຈະຜ່ານພົ້ນໄປໄດ້ຢ່າງດີ ແລະສາມາດຫາໂອກາດ ແລະວິທີການ ຫລືຫົນທາງທີ່ຈະນຳຜົນງານ ຫລືຜົນກຳໄລທີ່ດີໄດ້ ແລະຄວາມສາມາດຂອງຕົນເອງ
ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ແຕ່ເມື່ອຈ່າຍອອກໄປກໍຈະຫາເຂົ້າມາໄດ້ເພີ່ມເຕີມ ເພີ່ມຂຶ້ນຢ່າງເປັນໂຊກ
ຄວາມຮັກ ຈະໄດ້ພົບຄົົນທີ່ມີຄວາມຈິງຈັງ ລະອຽດຮອບຄອບ ມີຄວາມສາມາດ ມີຊື່ສຽງໃນແວດວົງຂອງທ່ານ ແລະເປັນໄດ້ທັງເພື່ອນ ແລະຄົນຮັກ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 9
ວັນພະຫັດ
ການງານ ຈະພົບອຸປະສັກ ຄວາມບໍ່ແນ່ນອນໃນເລື່ອງການງານ ແຕ່ກໍຈະສາມາດປັບຕົວໄດ້ວິທີການບາງຢ່າງທີ່ຈະນຳມາຊຶ່ງຄວາມສຳເລັດ
ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ
ຄວາມຮັກ ຍັງຢູ່ໃນສະພາວະທີ່ຢາກຈະຈັດການຄວາມຮູ້ສຶກທີ່ເປັນທຸກກ່ຽວກັບເລື່ອງຂອງຄວາມຮັກກັບບັນຫາທີ່ມີ ມາແຕ່ເທື່ອກ່ອນ ແຕ່ກໍຍັງຮັບມືໄດ້ບໍ່ດີ ຄວນພຶ່ງທຳມະແດ່ກໍຈະດີ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 2
ວັນສຸກ
ການງານ ຊື່ສຽງຂອງທ່ານຈະຖືກເວົ້າເຖິງໃນທາງທີ່ດີເລື່ອງຂອງການເຮັດທຸລະກິດທີ່ປະສົບຄວາມສຳເລັດ
ການເງິນ ມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ແມ່ນຕ້ອງຈ່າຍຫລາຍ ແຕ່ກໍຈະຫາເຂົ້າມາໄດ້ຫລາຍດ້ວຍເຊັ່ນກັນ
ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນຊ່ວງນີ້ ຊຶ່ງຕ້ອງໃຊ້ເຫດຜົນ ຄວາມເຂົ້າໃຈ ແລະຄວາມເອື້ອອາທອນ ກໍຈະເຮັດໃຫ້ຄວາມຮັກເທື່ອນີ້ຢັ່ງຢືນ
ເຄື່ອງມຸງຄຸນ ເພັດສີບົວ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 8
ວັນເສົາ
ການງານ ໃນເລື່ອງຂອງການງານ ສາມາດສ້າງຄວາມສຳເລັດໄດ້ຈາກຜົນງານທີ່ມີມາດຕະຖານ
ການເງິນ ມີໂຊກຈະໄດ້ເງີນເຂົ້າມາ ມີໂຊກດີຫລາຍກວ່າໜຶ່ງເທື່ອ ແຕ່ຕ້ອງພົບອຸປະສັກເຖິງຈະມີຄວາມຫມັ້ນຄົງຕາມມາພາຍຫລັງ
ຄວາມຮັກ ຍັງຄົງເບິ່ງໆ ຢູ່ຫລາຍກວ່າດ້ານຄວາມຮັກ ແລະຍັງບໍ່ໄດ້ໃຫ້ຄວາມສຳຄັນປານໃດ ເພາະມີເລື່ອງວຸ່ນໆ ທີ່ຕ້ອງຈັດການຢູ່ນັ້ນເອງ
ເຄື່ອງມຸງຄຸນ ຫີນນໍາໂຊກສີເຫຼືອງ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 8