ຜູ້ໃຊ້ແຮງງານ ຕ້ອງຮັບປະກັນໃຫ້ຜູ້ອອກແຮງງານ ໄດ້ຮັບການກວດສຸຂະພາບ 1 ຄັ້ງຕໍ່ປີ ຕາມກົດໝາຍ

ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດຖະແຫຼງຂ່າວກ່ຽວກັບການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ, ລົງເລິກເອົາໃຈໃສ່ດ້ານສຸຂະພາບແຮງງານ ຂຶ້ນເມື່ອບໍ່ດົນມານີ້ ຢູ່ກອງທຶນປະກັນສັງຄົມແຫ່ງຊາດ.
ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກ່າວວ່າ: ວຽກງານດ້ານຄວາມປອດໄພ ແລະ ສຸຂະພາບ ແມ່ນການປ້ອງກັນການຫຼຸດຜ່ອນຄວາມສ່ຽງຈາກການເກີດອຸບັດເຫດແຮງງານ ແລະ ເປັນພະຍາດອາຊີບ. ພ້ອມນີ້, ຍັງແມ່ນການມອບຄວາມຮັບຜິດຊອບໃນການເບິ່ງແຍງຊ່ວຍເຫຼືອ, ບັນເທົາທຸກໃຫ້ຜູ້ໄດ້ຮັບເຄາະຮ້າຍ ຈາກການເກີດອຸບັດເຫດ ແລະ ພະຍາດດັ່ງກ່າວ, ທັງເປັນການຫຼຸດຜ່ອນການສູນເສຍຊັບສິນ ແລະ ທຸລະກິດຂອງຜູ້ລົງທຶນ. ຫຼາຍປະເທດໃນໂລກຖືວຽກງານຄວາມປອດໄພແຮງງານເປັນບຸລິມະສິດໃນຂະບວນການຜະລິດ ແລະ ການບໍລິການ ເຊິ່ງລ້ວນແຕ່ມີສະຖາບັນ ຫຼື ການຈັດຕັ້ງ (ກະຊວງ, ກົມ, ສູນ) ທີ່ມີປະສິດທິຜົນ, ມີກົດໝາຍ ແລະ ລະບຽບການລະອຽດຮັດກຸມເຂັ້ມງວດໃນການບັງຄັບໃຊ້.
ລັດຖະບານລາວ ໄດ້ອອກດຳລັດ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ໃນຕົ້ນປີ 2019 ດຳລັດດັ່ງກ່າວປະກອບມີ ເນື້ອໃນສຳຄັນໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ເຊິ່ງໄດ້ກຳນົດລະອຽດສິດ ແລະ ຄວາມຮັບຜິດຊອບຂອງທັງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ກຳນົດ ຫຼື ແບ່ງຄວາມຮັບຜິດຊອບຊັດເຈນ ລະຫວ່າງ ອົງການລັດ, ອົງການຈັດຕັ້ງມະຫາຊົນ, ກຳນົດການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນຄວາມປອດໄພ ແລະ ສຸຂະພາບແຮງງານ; ກຳນົດໃຫ້ບຸກຄົນ, ນິຕິບຸກຄົນມີສ່ວນຮ່ວມ ແລະ ສາມາດລົງທຶນໃນວຽກງານດ້ານຄວາມປອດໄພ, ສຸຂະພາບແຮງງານ ແລະ ອື່ນໆ.
ເພື່ອປ້ອງກັນພະຍາດອາຊີບ ທີ່ອາດຈະເກີດຂຶ້ນກັບຜູ້ອອກແຮງງານ ລັດຖະບານໄດ້ສ້າງກົນໄກເພື່ອປ້ອງກັນສຸຂະພາບ ເພື່ອຮັບຮູ້ຂໍ້ມູນກ່ຽວກັບພະຍາດອາຊີບຂອງຜູ້ອອກແຮງງານ ເຖິງວ່າຈະບໍ່ສາມາດປ້ອງກັນໄດ້ ຢ່າງໜ້ອຍຜູ້ທີ່ໄດ້ຮັບເຄາະກໍຄວນໄດ້ຮັບການເບິ່ງແຍງດູແລ ແລະ ຊ່ວຍເຫຼືອສ່ວນໃດສ່ວນໜຶ່ງຈາກອົງການທີ່ກ່ຽວຂ້ອງ ລວມທັງຜູ້ທີ່ໃຊ້ແຮງງານ. ກົດໝາຍວ່າດ້ວຍແຮງງານ ຈຶ່ງກຳນົດໃຫ້ຜູ້ໃຊ້ແຮງງານຕ້ອງຮັບປະກັນໃຫ້ຜູ້ອອກແຮງງານທີ່ເຮັດວຽກນຳຕົນ ໄດ້ຮັບການກວດສຸຂະພາບຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ ດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ກຳນົດໃຫ້ຜູ້ໃຊ້ແຮງງານຮັບຜິດ ຊອບຄ່າກວດ ແລະ ກວດໃນສະຖານທີ່ສະເພາະກວດສຸຂະພາບແຮງງານ ທີ່ມີຄວາມຊ່ຽວຊານສະເພາະ ມີເຄື່ອງມືອຸປະກອນ ມີຖານຂໍ້ມູນເກັບກຳສະພາບສຸຂະພາບຂອງຜູ້ອອກແຮງງານ.
(ໄກ່ແຈ້)