ປະທານສະຫະພັນເປຕັງສາກົນຊີ້ແຈງຕໍ່ສື່ ກໍລະນີມອບຂັນລາງວັນໃຫ້ນັກກີລາລາວຢູ່ທີ່ກຳປູເຈຍ

ເຫດການທີ່ປະທານສະຫະພັນເປຕັງນານາຊາດລາງວັນໃຫ້ນັກກີລາລາວ ແລ້ວວາງຂັນລາງວັນລົງພື້ນ ສ້າງຄວາມບໍ່ພໍໃຈໃນກຸ່ມຜູ້ໃຊ້ສື່ສັງຄົມອອນລາຍໃນລາວເປັນວົງກວ້າງ ເມື່ອອາທິດທີ່ຜ່ານມາ, ຫຼ້າສຸດ ທ່ານ Claude Azema ປະທານສະຫະພັນເປຕັງນານາຊາດຜູ້ເຊິ່ງເປັນຜູ້ມອບລາງວັນ ໄດ້ອອກມາໃຫ້ຂໍ້ມູນຕໍ່ສື່ເປັນຄັ້ງທຳອິດຕໍ່ກັບກໍລະນີດັ່ງກ່າວ.
ທ່ານ Azema ໄດ້ອະທິບາຍຕໍ່ The Laotian Times ເພື່ອໄຂຄວາມຂ້ອງໃຈກ່ຽວກັບເຫດການທີ່ເກີດຂຶ້ນເມື່ອວັນທີ 23 ພະຈິກ ທີ່ຜ່ານມາ ໃນພິທີມອບລາງວັນໃຫ້ນັກກີລາທີ່ໄດ້ຮັບຫຼຽນໃນການແຂ່ງຂັນເປຕັງໂລກ ທີ່ກຳປູເຈຍ ເຊິ່ງທີມຊາດລາວຊຸດຍິງໄດ້ຫຼຽນເງິນ.
ທ່ານໄດ້ອະທິບາຍຕໍ່ສື່ດັ່ງກ່າວເມື່ອວັນທີ 29 ພະຈິກ 2019 ວ່າ ໂດຍປະເພນີແລ້ວ ລະບຽບຂອງການແຂ່ງຂັນຊີງແຊ້ມລະດັບໂລກໄດ້ກຳນົດໃຫ້ມີການມອບຫຼຽນລາງວັນຢູ່ເທິງແທ່ນ (podium) ເຊິ່ງເປັນໄປຕາມລະບຽບຂອງໂອລິມປິກເກມ ແລະ ຊີເກມ. ແນວໃດກໍຕາມ ກຳປູເຈຍເຊິ່ງເປັນເຈົ້າພາບໄດ້ມີການປ່ຽນແປງ (ການມອບລາງວັນ) ກະທັນຫັນໃນນາທີສຸດທ້າຍ ໂດຍໄດ້ຂໍໃຫ້ມີການມອບຂັນລາງວັນຢູ່ແທ່ນນຳ.
ເຫດການດັ່ງກ່າວໄດ້ເຮັດໃຫ້ທ່ານ Azema ຕົກຢູ່ໃນສະຖານະການກືນບໍ່ໄດ້ຄາຍບໍ່ອອກ ເນື່ອງຈາກນັກກີລາກໍມີຫຼຽນລາງວັນຢູ່ໃນມື ພ້ອມທັງຈັບທຸງຊາດເພື່ອຖ່າຍຮູບຢູ່ແລ້ວ. ທ່ານກ່າວວ່າ ຕົນເອງມອບລາງວັນ 4 ເທື່ອ ໂດຍໄດ້ມອບທັງຫຼຽນເງິນ ຮວມທັງຂັນລາງວັນ ເຊິ່ງນັກກີລາ ແລະ ຄູຝຶກແຕ່ລະຄົນຈະໄດ້ຮັບຢ່າງລະ 1 ອັນຕໍ່ຄົນ. "ແຕ່ລະຄັ້ງຂ້ອຍໄດ້ແນະນຳໃຫ້ນັກກີລາວາງຂັນລາງວັນລົງພື້ນທາງໜ້າພວກເຂົາ ເພື່ອໃຫ້ເຫັນຫຼຽນລາງວັນຢ່າງຊັດເຈນໃນຮູບຖ່າຍ ໂດຍສະເພາະເມື່ອພວກເຂົາສ່ວນໃຫຍ່ຖືທຸງຊາດຢູ່ໃນມືຢູ່ແລ້ວ".
"ຂ້ອຍໄດ້ມອບລາງວັນໃຫ້ກັບ 4 ທີມແລ້ວຢູ່ເທິງແທ່ນ ເພື່ອສະແດງຄວາມຍິນດີ ແລະ ໃຫ້ຄຳແນະນຳແບບດຽວກັນກັບພວກເຂົາ. ທຸກໆຄົນຈະສາມາດເຫັນໄດ້ວ່າ ທີມສ່ວນໃຫຍ່ໄດ້ປະຕິບັດຕາມຄຳແນະນຳດັ່ງກ່າວໃນການມອບລາງວັນແຕ່ລະຄັ້ງ", ທ່ານກ່າວ. ທີມອື່ນໆໄດ້ວາງຂັນລາງວັນລົງກັບພື້ນແທ້ໆ ແນວໃດກໍຕາມຮູບພາບທີ່ທີມຊາດລາວຮັບຂັນລາງວັນໂດຍວາງລົງກັບພື້ນ ເປັນເລື່ອງທີ່ເຂົ້າໃຈຜິດ ແລະ ບໍ່ກົງກັບສະພາບການຕົວຈິງ ເຊິ່ງໄດ້ກາຍເປັນກະແສຢ່າງວ່ອງໄວ, ທ່ານກ່າວ.
The Laotian Times ລາຍງານອີກວ່າ ທ່ານ Azema ຮູ້ສຶກປະຫຼາດໃຈຄືກັບຄົນອື່ນໆ ເມື່ອຖືກຮ້ອງຂໍໃຫ້ມອບຂັນລາງວັນຢູ່ເທິງແທ່ນ ເນື່ອງຈາກປົກກະຕິແລ້ວມີການມອບຂັນລາງວັນໃນງານລ້ຽງປິດການແຂ່ງຂັນ.
ທ່ານ Azema ກ່າວວ່າ "ທຸກໆຄົນຮູ້ມາດົນແລ້ວວ່າ ໃນໂລກຂອງກີລາເປຕັງ ແລະ ບ່ອນອື່ນໆ, ຂ້ອຍໃຫ້ຄວາມເຄົາລົບເຖິງທີ່ສຸດແກ່ນັກກີລາທຸກຄົນ ບໍ່ວ່າພວກເຂົາຈະມີຕົ້ນກຳເນີດ ຫຼື ຢູ່ໃນລະດັບໃດ ແລະ ຂ້ອຍຍັງໄດ້ສ້າງສາຍພົວພັນທີ່ຈິງໃຈກັບພວກເຂົາຫຼາຍໆຄົນ."
"ແນວໃດກໍຕາມ ຖ້າເຈົ້າເຫັນວ່າ ຂ້ອຍປະພຶດຕົນບໍ່ເໝາະສົມໃນໂອກາດດັ່ງກ່າວນັ້ນ, ຂ້ອຍກໍຂໍຮ້ອງໃຫ້ເຈົ້າຈົ່ງເຂົ້າໃຈເຫດຜົນທີ່ຢູ່ເບື້ອງຫຼັງເຫດການດັ່ງກ່າວນີ້ ແລະ ຮັບເອົາຄຳຂໍໂທດຈາກເບື້ອງເລິກຂອງຫົວໃຈຂ້ອຍ. ມັນບໍ່ແມ່ນເຈດຕະນາຂອງຂ້ອຍ ແລະ ກໍບໍ່ເຄີຍມີເຈດຕະນາແບບນັ້ນ ທີ່ຈະສ້າງຄວາມຂຸ່ນເຄືອງໃຈ ແລະ ຂ້ອຍກໍຮູ້ສຶກເສົ້າເສຍໃຈຫຼາຍທີ່ໄດ້ຮັບການສະທ້ອນກັບທີ່ຮຸນແຮງໃນໂລກອອນລາຍ."
ທ່ານກ່າວວ່າ ຕົນເອງຍັງຈະໄດ້ເດີນທາງໄປທີ່ມະນິລາ ປະເທດຟິລິບປິນ ເພື່ອຮ່ວມການແຂ່ງຂັນເປຕັງ ໃນມະຫະກຳກີລາຊີເກມ ແລະ ກໍຫວັງວ່າຈະສາມາດມອບຫຼຽນໜຶ່ງ ຫຼື ສອງຫຼຽນໃຫ້ກັບນັກກີລາລາວອີກ ພ້ອມທັງກ່າວເສີມວ່າ ແຕ່ຢູ່ງານນີ້ຈະບໍ່ມີການມອບຂັນລາງວັນ. ພ້ອມນັ້ນ ທ່ານຍັງຫວັງວ່າ ທີມຊາດລາວຈະຫາລືກັນ ພ້ອມທັງມີນາຍແປພາສາ ເພື່ອອະທິບາຍຖ້າຫາກຈຳເປັນ ແລະ ຖ່າຍຮູບງາມໆຮ່ວມກັນ". ທ່ານກ່າວປິດທ້າຍອີກວ່າ ທ່ານຮັບປະກັນວ່າ ທີມຊາດລາວຈະເປັນສ່ວນໜຶ່ງໃນທີມທີ່ຈະຖືກເຊີນເຂົ້າຮ່ວມການແຂ່ງຂັນເປຕັງຊີງແຊ້ມ 2020 ເຊິ່ງຈະມີຂຶ້ນໃນເດືອນຕຸລາ 2020 ຢູ່ປະເທດຝຣັ່ງ.