"ແອນ ທອງປະສົມ" ດາລາຊື່ດັງຂອງໄທ ເດີນທາງທ່ຽວຫຼວງພະບາງ ສຳຜັດບັນຍາກາດດີໆທີ່ເມືອງມໍລະດົກໂລກ

ເມືອງມໍລະດົກໂລກຫຼວງພະບາງ ປາຍທາງອັນດັບຕົ້ນໆຂອງລາວທີ່ນັກທ່ອງທ່ຽວຕ່າງຊາດນິຍົມບິນກົງມາລົງທ່ຽວ ທີ່ບໍ່ວ່າໃຜມາແລ້ວຕ່າງກໍຫຼົງຮັກກັບຄວາມລຽບງ່າຍຂອງວິຖີຊີວິດ ແລະ ຄວາມເປັນກັນເອງຂອງຊາວເມືອງ ຄືກັບດາລາສາວໄທຊື່ດັງອີກຄົນທີ່ເມື່ອບໍ່ດົນມານີ້ໄດ້ເດີນທາງມາທີ່ເມືອງມໍລະດົກໂລກນີ້ເຊັ່ນກັນ ແລະ ກໍໄດ້ແບ່ງປັນຮູບພາບໃນໄລຍະພັກຢູ່ທີ່ນີ້ໃຫ້ຜູ້ທີ່ຕິດຕາມໄດ້ເຫັນກັນ.
ດາລາສາວຄົນນີ້ແມ່ນ "ແອນ ທອງປະສົມ" ເຊິ່ງໄດ້ເດີນທາງມາຮອອດເຫຼວງພະບາງເມື່ອວັນທີ 25 ພະຈິກທີ່ຜ່ານມາ ເຊິ່ງຫຼັງຈາກນັ້ນສາວຄົນນີ້ກໍໄດ້ລົງຮູບແບບລຽນຕິດ ໃຫ້ແຟນໆທີ່ຕິດຕາມໄດ້ເບິ່ງກັນແບບເຕັມອິ່ມ ຂະນະທີ່ຢ້ຽມຊົມສະຖານທີ່ຕ່າງໆພາຍໃນເມືອງ.
ສະຖານທີ່ທີ່ສາວຄົນນີ້ໄປທ່ຽວກໍມີຫຼາຍບ່ອນທັງ ຕະຫຼາດມືດ, ປັ່ນລົດຖີບເລາະຊົມເມືອງ, ວັດຊຽງທອງ ແລະ ບ່ອນອື່ນໆອີກ.
muan.la ໄດ້ປະມວນຮູບພາບທີ່ ແອນ ທອງປະສົມ ໄດ້ໂພສລົງໃນອິນສະຕາແກຣມສ່ວນຕົວມາໃຫ້ແຟນໆຊາວລາວເບິ່ງກັນ.
ຂໍຂອບໃຈ
ພາບ : IG: annethong