ເປີດໃຈທຸກປະເດັນກັບ "ເມ ວິຈິດຕາ" ກ່ອນຂຶ້ນເວທີ Miss Universe 2019 ທີ່ສະຫະລັດອາເມລິກາ

ວັນພຸດນີ້ (27 ພະຈິກ 2019) ນາງງາມລາວເຈົ້າຂອງມຸງກຸດ ມິສຢູນິເວີສລາວ 2019 (Miss Universe Laos 2019) ກໍຈະບິນຂ້າມຟ້າສູ່ ແອັດແລນຕ້າ ສະຫະລັດອາເມລິກາ ເພື່ອຮ່ວມປະກວດ Miss Universe 2019 ເຊິ່ງປີນີ້ເປັນປີທີ 3 ແລ້ວທີ່ລາວສົ່ງຕົວແທນເຂົ້າຮ່ວມແຂ່ງຂັນ ແລະ ກະແສກໍຖືວ່າມາແຮງພໍສົມຄວນສຳລັບແຮງສະໜັບສະໜຸນຂອງແຟນນາງງາມທີ່ມີມາຢ່າງບໍ່ຂາດສາຍ.
muan.la ຈຶ່ງໄດ້ຕິດຕໍ່ຂໍສຳພາດແບບພິເສດ ເປີດໃຈ ສາວ "ເມ - ວິຈິດຕາ ພອນວິໄລ" ສາວງາມໄວ 23 ປີ ຕົວແທນປະເທດລາວ ເຖິງການກຽມຄວາມພ້ອມທັງດ້ານຕ່າງໆ ແລະ ເລື່ອງອື່ນໆທີ່ກ່ຽວຂ້ອງ ເພື່ອຮ່ວມປະກວດໃນເວທີໃຫຍ່ທີ່ທົ່ວໂລກຈັບຕາ ເຊີ່ງຮອບຕັດສິນຈະມີຂຶ້ນໃນວັນທີ 9 ທັນວາ 2019 ນີ້ ຕາມເວລາປະເທດລາວ.
ຕອນນີ້ກຽມໂຕແນວໃດແດ່?
ເມ: 2 ເດືອນຜ່ານມາ ເມ ກຽມໂຕຫຼາຍຢ່າງ ບໍ່ວ່າຈະເປັນເລື່ອງຂອງທັດສະນະຄະຕິ, ການໃຫ້ສຳພາດນັກຂ່າວກໍຄືສື່ຕ່າງໆ ວ່າຕ້ອງຕອບຄຳຖາມແນວໃດໃນແຕ່ລະສະຖານະການ ເຊັ່ນ ເມື່ອພົບຄຳຖາມທີ່ຂ້ອນຂ້າງອ່ອນໄຫວ ຈະເຮັດແນວໃດຈຶ່ງຈະຕອບເຂົາໄດ້. ພ້ອມນັ້ນ ກໍໄດ້ຊ້ອມການຍ່າງ, ພາບພົດຕ່າງໆ ເປັນຕົ້ນແມ່ນ ການວາງໂຕ ເຊັ່ນ: ການກິນ ແລະ ອື່ນໆ ເພື່ອໃຫ້ເວລາທີ່ຊ່າງພາບເຂົາຖ່າຍຮູບເຮົາ ຈຶ່ງອອກມາງາມ ເພາະປົກກະຕິແລ້ວ ເມເປັນຄົນທີ່ຂ້ອນຂ້າງສະບາຍໆ ເຮັດໃຫ້ການກຽມໂຕໃນເລື່ອງນີ້ເປັນສິ່ງທີ່ຂ້ອນຂ້າງທ້າທາຍສຳລັບເມ.
ພາບ: Miss Universe Laos
ຄິດວ່າຂັ້ນຕອນໃດໃນການປະກວດ ມິສຢູນິເວີສ 2019 ທີ່ຈະເຮັດໃຫ້ເມຮູ້ສຶກທ້າທາຍທີ່ສຸດ?
ເມ: ເມ ຄິດວ່າໜ້າຈະເປັນໄລຍະເກັບໂຕທີ່ຂ້ອນຂ້າງສັ້ນ ເພາະປີນີ້ມີເວລາເກັບໂຕພຽງແຕ່ປະມານ 9 ມື້ເທົ່ານັ້ນ ເຊິ່ງຕ່າງຈາກປີກ່ອນທີ່ຍາວກວ່າ. ສະນັ້ນ ເມຕ້ອງໄດ້ດຶງເອົາຄວາມສາມາດທຸກຢ່າງທີ່ມີອອກມາໃນໄລຍະເກັບໂຕ ເພື່ອໃຫ້ຄົນອື່ນໄດ້ເຫັນເຮົາ ວ່າເຮົາກໍເປັນຄົນໜຶ່ງທີ່ມີບົດບາດໃນກອງປະກວດ ເຊິ່ງໂຕນີ້ກໍຖືວ່າເປັນຫຍັງທີ່ທ້າທາຍຫຼາຍສຳລັບເມ.
ຄືທີ່ຮູ້ກັນວ່າກອງເຊຍລາວຄາດຫວັງກັບເມຫຼາຍ, ເມເຫັນມີຄວາມຄິດ ແລະ ເຫັນພາບຕົນເອງໃສ່ມຸງກຸດ ມິສຢູນິເວີສ 2019 ຢູ່ບໍ່?
ເມ: ມີໃດ. ເພາະວ່າເມກໍມີຄວາມຄິດຕັ້ງແຕ່ຕອນຍັງນ້ອຍວ່າຢາກເປັນນາງງາມ ມີມຸງກຸດຢູ່ເທິງຫົວ ແລະ ກໍຝຶກຝົນຕົນເອງ ເຮັດໃນສິ່ງທີ່ຢາກເຮັດມາຕະຫຼອດ. ກໍຫວັງວ່າຈະມີມື້ນັ້ນ ແລະ ເມກໍຈະເຮັດໃຫ້ເຕັມທີ່ໃນການປະກວດຄັ້ງນີ້.
ພາບ: Miss Universe Laos
ກ່ອນໜ້ານີ້ເຫັນເມໃນການແຂ່ງຂັນ Lao Super Model 2016, ຫຼັງຈາກນັ້ນເມເຮັດຫຍັງແດ່ ກ່ອນທີ່ຈະມາລົງປະກວດ Miss Universe Laos 2019?
ເມ: ຫຼັງການແຂ່ງຂັນ Lao Super Model 2016 ເມກໍຮັບວຽກ part time ມາໂດຍຕະຫຼອດ. ສ່ວນ 70% ແມ່ນລົງໃສ່ການຮຽນ ເພາະການຮຽນແມ່ນສຳຄັນທີ່ສຸດ. ຫຼັງຈາກທີ່ເມຮຽນຈົບ ກໍໄດ້ໄປຮຽນຕໍ່ ເພື່ອເຮັດຕາມຄວາມຕັ້ງໃຈຂອງຕົນເອງຄືເປັນນັກອອກແບບພາຍໃນ. ແຕ່ວ່າ ເມ ກໍບໍ່ໄດ້ຖິ້ມຄວາມຝັນຂອງຕົນເອງທີ່ຢາກເປັນນາງງາມ ແລະ ໃນໄລຍະທີ່ກະກຽມ portfolio ເພື່ອຍື່ນຮຽນຕໍ່ລະດັບປະນຍາໂທທີ່ອັງກິດ ເມມີເວລາ 7 ເດືອນ ປະກອບກັບມີການປະກວດ Miss Universe Laos ແດ່ ເຊິ່ງເມກໍຄວ້າໂອກາດນີ້ໄວ້ ບອກກັບຕົນເອງວ່າເປັນຫຍັງເຮົາບໍ່ລອງເຮັດເບິ່ງ? ເພາະທຳອິດຄິດວ່າຮຽນຈົບຈຶ່ງຈະມາ ແຕ່ມາຄິດເບິ່ງແລ້ວຮອດຕອນນັ້ນເຮົາກໍອາດອາຍຸຫຼາຍແລ້ວ ບວກກັບຢາກເຮັດວຽກຢູ່ອັງກິດເລີຍແດ່ ກໍເລີຍຕ້ອງເຮັດຕອນນີ້ ຕອນທີ່ມີໂອກາດເຂົ້າມາ, ຕອນທີ່ຍັງມີແຮງ ເພາະ passion (ຄວາມຫຼົງໃຫຼ) ໃນຕອນນີ້ແມ່ນມັນລົ້ນແຮງ.
ຕັ້ງແຕ່ຈົບການປະກວດມາ, ມຸງກຸດ Miss Universe Laos ມັນສຳຄັນກັບເມແນວໃດ?
ເມ: ຖ້າຖາມວ່າມຸງກຸດມັນສຳຄັນກັບເມແນວໃດ? ມັນສຳຄັນຫຼາຍ. ເມ ບອກກັບຕົນເອງໄວ້ວ່າ ເມື່ອເຮົາມາຢູ່ຈຸດນີ້ແລ້ວ ເຮົາຈະເຮັດຫຍັງໃຫ້ກັບປະເທດໄດ້. ເມ ຢາກໃຫ້ຄົນອື່ນເຫັນມິສຢູນິເວີສໃນແບບທີ່ເປັນແບບຢ່າງໃຫ້ກັບຮຸ່ນນ້ອງ ໃຫ້ກັບສັງຄົມ. ຫຼັງຈາກທີ່ຈົບການປະກວດແລ້ວ ເມຢາກເຮັດໂຄງການຊ່ວຍເຫຼືອສັງຄົມ ຢາກຕີໂຈດຂອງມິສຢູນິເວີສໃນແບບທີ່ແຕກຕ່າງອອກໄປ ບໍ່ຢາກໃຫ້ຄົນເຫັນພຽງແຕ່ວ່າ ມິສຢູນິເວີສມີແຕ່ຄວາມງາມພຽງຢ່າງດຽວ ຢາກໃຫ້ຄົນຈື່ວ່າເມເຮັດຫຍັງທີ່ແຕກຕ່າງ ແລະ ເປັນປະໂຫຍດແກ່ຄົນອື່ນ. ເມ ຢາກໃຫ້ຄົນອື່ນຈື່ເມໃນແບບນັ້ນ.
ພາບ: Miss Universe Laos
ໄດ້ຍິນມາວ່າກຳລັງກຽມໂຕໄປສຶກສາຕໍ່ຢູ່ທີ່ອັງກິດ ເລົ່າສູ່ຟັງແດ່ວ່າເປັນແນວໃດແລ້ວ ແລະ ຈະໄປຮຽນຫຍັງ?
ເມ: ສຳລັບອັນນີ້ ປີກ່ອນແມ່ນເມໄດ້ໄປຮຽນກຽມພາສາຢູ່ທີ່ອັງກິດ ແລະ ຫຼັງຈາກນັ້ນກໍໄດ້ເຮັດ portfolio ເພື່ອປະກອບຍື່ນສະໝັກເຂົ້າສຶກສາຕໍ່ລະດັບປະລິນຍາໂທ ດ້ານການອອກແບບພາຍໃນ.
ມຸງກຸດໃຫຍ່ເຮັດໃຫ້ເມຮູ້ສຶກກົດດັນຫຼາຍຂຶ້ນບໍ່? ເວລາເຫັນຄອມເມັ້ນຂອງແຟນນາງງາມທີ່ຢາກໃຫ້ເຮົາເຮັດແບບນັ້ນແບບນີ້ ເຮົາຄິດແນວໃດ?
ເມ: ມັນກໍມີຄວາມກົດດັນບໍ່ໜ້ອຍ ມັນກໍຍັງມີຢູ່ ແຕ່ກໍບໍ່ຫຼາຍຈົນເກີນໄປ. ເມຄິດວ່າຄວາມກົດດັນມາມາຈາກໂຕເຮົາເອງຫຼາຍກວ່າ ເຊິ່ງອັນນີ້ເຮົາກໍພະຍາຍາມທີ່ຈະບໍ່ກົດດັນໂຕເອງ ເພາະເຮົາຮູ້ວ່າມັນຈະບໍ່ດີກັບເຮົາເອງ. ສ່ວນເລື່ອງຂອງຄອມເມັ້ນຈາກທາງແຟນນາງງາມ ເມຈະຄິດວ່າ ທຸກຄົນຕ່າງກໍມີຄວາມຄິດທີ່ແຕກຕ່າງກັນ. ເຮົາບໍ່ສາມາດເຮັດໃຫ້ທຸກຄົນພໍໃຈ ແລະ ຄິດໃນແບບທີ່ເຮົາຕ້ອງການໃຫ້ເຂົາຄິດໄດ້ໝົດທຸກຄົນ. ສະນັ້ນ ເຮົາຈຶ່ງພະຍາຍາມໃຫ້ເຂົາເຫັນໃນສິ່ງທີ່ເຮົາເປັນ, ປັບຂໍ້ດ້ອຍຂອງຕົນເອງທີ່ເຂົາຕິຕຽນມາ, ມີຄວາມໝັ້ນໃຈ ແລະ ມີຈຸດຢືນຂອງຕົນເອງ.
ພາບ: Miss Universe Laos
ການເວົ້າພາສາອັງກິດໃຫ້ຈັບໃຈເປັນອີກໜຶ່ງຢ່າງທີ່ Miss Universe ໃນປີທີ່ຜ່ານໆມາຈຳເປັນຕ້ອງມີ, ຕໍ່ກັບການເວົ້າພາສາອັງກິດນີ້ ເມໄດ້ມີການກະກຽມແນວໃດແດ່?
ເມ: ປົກກະຕິ ເມ ໃຊ້ພາສາອັງກິດເປັນປະຈຳຢູ່ແລ້ວ ບໍ່ວ່າຈະເປັນການຕິດຕໍ່ສື່ສານກັບໝູ່ທີ່ເປັນຄົນຕ່າງປະເທດ ໂດຍສະເພາະແມ່ນໃນການເວົ້າ. ອີກຢ່າງໜຶ່ງກໍຄື ເມ ຕ້ອງໄດ້ຝຶກການເວົ້າໃຫ້ເປັນທາງການຫຼາຍຂຶ້ນ ຄືທີ່ເຮົາເຫັນຄຳເວົ້າທີ່ເຂົາໃຊ້ຈະມ່ວນ ເພາະເປັນຄຳສັບທີ່ສະເພາະ ແລະ ເປັນທາງການ. ແຕ່ ເມ ພັດເປັນຄົນທີ່ຕິດການໃຊ້ຄຳສັບແບບທີ່ໄວໜຸ່ມທົ່ວໄປໃຊ້ ຍັງເປັນເດັກນ້ອຍ ເຊິ່ງກໍຕ້ອງໄດ້ປັບກັນໄປ.
ຄືທີ່ເຮົາຮູ້ນັ້ນລະ ຫົວໃຈຫຼັກຂອງການເວົ້າບໍ່ວ່າຈະເປັນພາສາລາວ, ອັງກິດ ຫຼື ພາສາໃດໆກໍຕາມ ແມ່ນການເວົ້າອອກມາຈາກໃຈ ເພາະເມື່ອໃດທີ່ເຮົາເວົ້າໂດຍທີ່ບໍ່ໄດ້ຈິງໃຈ ຫຼື fake ຄົນອື່ນຈະເບິ່ງອອກທັນທີ. ສະນັ້ນເຮົາຕ້ອງເວົ້າອອກມາຈາກໃຈແທ້ໆ.
ຊຸດປະຈຳຊາດທີ່ຈະນຳເອົາໄປປະກວດຕອນນີ້ເປັນແນວໃດແລ້ວ?
ເມ: ປະທັບໃຈແຮງ. ຄາດຫວັງຫຼາຍວ່າເຮົາຈະໄດ້ລາງວັນເປັນປີທີ 2 ຕິດຕໍ່ກັນ. ເມ ເຊີໄພຣສ໌ຫຼາຍ ເພາະຊຸດໃນປີນີ້ມັນບົ່ງບອກເຖິງຄວາມເປັນລາວ ແບບທີ່ປະສົມປະສານຄວາມເປັນລາວແບບເກົ່າ ແຕ່ກໍຍັງມີຄວາມທັນສະໄໝເຂົ້າກັບຍຸກໃໝ່. ຖ້າເບິ່ງນຳກັນ.
ພາບ: IG: vichittapvl
ນອກຈາກຊຸດປະຈຳຊາດແລ້ວ, ສິ່ງໃດທີ່ ເມ ຄິດວ່າຈະສາມາດນຳເອົາໄປສະເໜີໃນເວທີ Miss Universe ໄດ້ອີກ?
ເມ: ວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວ. ຄົນຕ່າງປະເທດຈະຮູ້ຈັກລາວກໍຍ້ອນວັດທະນະທຳຂອງເຮົາ ມັນເປັນສິ່ງທີ່ມະຫັດສະຈັນຫຼາຍ. ຄືເຮົາຮູ້ນັ້ນລະ ລາວເຮົາໃຊ້ວັດທະນະທຳເພື່ອສະແດງໃຫ້ຄົນອື່ນຮັບຮູ້ວ່າເຮົາເປັນລາວ. ໃນສ່ວນຂອງແຫຼ່ງທ່ອງທ່ຽວ ເມ ກໍຢາກນຳສະເໜີໃຫ້ເຂົາຮູ້ຈັກການທ່ອງທ່ຽວຂອງລາວ ໂດຍສະເພາະແຫຼ່ງທ່ອງທ່ຽວທີ່ເປັນທຳມະຊາດແທ້ໆ ບໍ່ແມ່ນສິ່ງທີ່ມະນຸດປຸງແຕ່ງຂຶ້ນມາ ເພື່ອໃຫ້ເຂົາເຫັນເຖິງຄວາມອຸດົມສົມບູນຂອງປະເທດເຮົາ ເຊິ່ງມີແຫຼ່ງທ່ອງທ່ຽວທີ່ເປັນທຳມະຊາດຫຼາຍແຮງ ແລະ ເຮົາສາມາດເຮັດໃຫ້ເຂົາເຂົ້າມາທ່ຽວບ້ານເຮົາໃຫ້ຫຼາຍຂຶ້ນໄດ້.
ຕັ້ງແຕ່ມື້ທຳອິດຈົນມາຮອດມື້ນີ້ທີ່ຄອງຕຳແໜ່ງ ບົດຮຽນໃດທີ່ເມຢາກສົ່ງຕໍ່ໃຫ້ກັບນາງງາມຮຸ່ນນ້ອງໃນປີຕໍ່ໆໄປຫຼາຍທີ່ສຸດ?
ເມ: ເມຄິດວ່າໜ້າຈະເປັນການທີ່ເຮົາຈະມາຮອດຈຸດທີ່ເຮົາຢືນຢູ່ນີ້ ແຕ່ກ່ອນແມ່ນເຮົາມັກຄິດຫາແຕ່ໂຕເອງ, ແຕ່ຫຼັງຈາກທີ່ເຮົາໄດ້ມຸງກຸດມາຄອງ ເຮົາຄວນຄິດຫາຄົນໝົດປະເທດໃຫ້ຫຼາຍຂຶ້ນ ເພາະຕຳແໜ່ງທີ່ເຮົາໄດ້ມັນມີຄຳວ່າລາວຕິດມານຳ. ເວລາທີ່ເຮົາເຮັດຫຍັງກໍຕາມ ບໍ່ວ່າຈະເປັນສິ່ງທີ່ຖືກ ຫຼື ຜິດ ຢ່າລືມວ່າຕອນນີ້ເຈົ້າແບກຄຳວ່າ "ລາວ" ເອົາໄວ້, ຖ້າເຮົາເຮັດຜິດ ເວລາຄົນເຂົາເວົ້າເຖິງເຮົາ ມັນບໍ່ໄດ້ໝາຍເຖິງເຮົາພຽງຄົນດຽວ ແຕ່ມັນໝາຍເຖິງຄົນໝົດປະເທດ. ສະນັ້ນ ໃຫ້ຄິດເຖິງຄົນອື່ນໃຫ້ຫຼາຍໆ. ເວລາທີ່ທໍ້ໃຈ ຫຼື ໝົດກຳລັງໃຈ ໃຫ້ແນມເບິ່ງສາຍສະພາຍຂອງເຈົ້າ ແລ້ວເຈົ້າຈະຮູ້ວ່າເຈົ້າກຳລັງເຮັດເພື່ອໃຜ.
ພາບ: Miss Universe Laos
ແລ້ວໃຈ ເມ ເດ, ຕອນນີ້ເປັນແນວໃດແລ້ວ?
ເມ: ໂອເຄແຮງຕອນນີ້. ຍິ່ງໃກ້ຮອດມື້ແລ້ວຍິ່ງຮູ້ສຶກທ້າທາຍ. ຕອນນີ້ passion ຂອງເມມັນລົ້ນ. ບໍ່ໄດ້ຄິດວ່າມັນກົດດັນຫຍັງ ແລະ ຄິດວ່າການໃຫ້ກຳລັງໃຈຕົນເອງ ແລະ ກຳລັງໃຈຈາກຄົນອ້ອມຂ້າງເປັນສິ່ງທີ່ສຳຄັນຫຼາຍ.
ອ້ອນແຟນນາງງາມທີ່ເຂົາກຳລັງເຊຍເມໃນຕອນນີ້ແດ່ ມີຫຍັງຢາກບອກພວກເຂົາບໍ່?
ເມ: ຕ້ອງຂອບໃຈແຟນນາງງາມທັງພາຍໃນ ແລະ ຕ່າງປະເທດທີ່ເປັນກຳລັງໃຈໃຫ້ຕະຫຼອດມາ. ເມຢາກບອກວ່າ ແຟນຄລັບຂອງເມໜ້າຮັກຫຼາຍ ເວລາທີ່ເຂົາເຈົ້າແຊັດມາຫາໃຫ້ກຳລັງໃຈເຮົາ ເຂົາມັກບອກເຮົາບໍ່ໃຫ້ກົດດັນ ຢ້ານເຮົາກົດດັນ ເພາະເຂົາເຈົ້າຮູ້ວ່າຄວາມກົດດັນເປັນສິ່ງທີ່ບໍ່ດີ. ຮູ້ສຶກພູມໃຈ ແລະ ຮັກແຟນຄລັບແຮງ. ຢາກໃຫ້ເຊຍເມຕໍ່ໆໄປ ຄ້າຍຄືກັບວ່າທຸກຄົນກຳລັງສວມມຸງກຸດ ແລະ ໃສ່ສາຍສະພາຍໄປພ້ອມໆກັບເມ.
ຂໍຂອບໃຈ
ພາບ : FB: Miss Universe Laos ມີສຢູນີເວີຣສ ລາວ , IG: vichittapvl