ປານີພອນ ວົງມາລາ ເດັກລາວໄວ 15 ປີ ຂຶ້ນນຳສະເໜີກ່ຽວກັບ ການສຶກສາ ແລະ ສິ່ງແວດລ້ອມ ໃນເວທີສາກົນ

ປານີພອນ ວົງມາລາ (ນິກກີ້) ອາຍຸ 15 ປີ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ເປັນຕົວແທນເດັກນ້ອຍຈາກ ສປປ ລາວ ແລະ ເດັກນ້ອຍຜູ້ອື່ນໆຈາກທົ່ວໂລກ ຂຶ້ນນຳສະເໜີບົດກ່ຽວກັບ: ການສຶກສາ ແລະ ສິ່ງແວດລ້ອມ, ໂດຍໄດ້ເປັນຜູ້ນຳທີມສະເໜີບົດພາຍໃນກອງປະຊຸມຂັ້ນສູງ Lao Generation 2030 ແລະ ກອງປະຊູມໃຫຍ່ວັນເດັກໂລກ ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ມະຫານະຄອນນິວຢອກ ສະຫະລັດດອາເມຣິກາ ເມື່ອວັນທີ 20 ພະຈິກ 2019 ຜ່ານມາ.
ປານີພອນ ກ່າວໃນຕອນໜຶ່ງກ່ຽວກັບການສຶກສາວ່າ "ຂ້ອຍເປັນພຽງເດັກຍິງອາຍຸ 15 ປີ ແຕ່ຂ້ອຍຂໍໃຫ້ຄຳໝັ້ນສັນຍາວ່າ ຂ້ອຍຈະຕໍ່ສູ້ເພື່ອສິດທິສຳລັບເດັກນ້ອຍທຸກໆຄົນໃນລາວ ເພື່ອໃຫ້ສາມາດເຂົ້າເຖິງການສຶກສາ. ຂ້ອຍຢາກເຫັນພວກເຂົາຢູ່ໃນໂຮງຮຽນ, ນຸ່ງຊຸດເຄື່ອງແບບນັກຮຽນ ແລະ ຖືປຶ້ມ ແລະ ບິກໃນມືຂອງພວກເຂົາ ເພື່ອທີ່ພວກເຂົາຈະສາມາດກ້າວເຖິງຄວາມອາດສາມາດທີ່ເຕັມທີ່ຂອງພວກເຂົາ, ບັນລຸຄວາມຝັນ ແລະ ມີອະນາຄົດທີ່ສົດໃສຂອງພວກເຂົາໄດ້".
ຖືວ່າເປັນອີກໜຶ່ງເດັກນ້ອຍຈາກລາວທີ່ມີຄວາມສາມາດສູງ ໄປສະແດງອອກໃນເວທີລະດັບສາກົນຢ່າງ ສະຫະປະຊາຊາດ ວ່າຄົນລາວກໍມີຄວາມສາມາດບໍ່ໜ້ອຍກວ່າຄົນຈາກຊາດອື່ນໆ ແລະ ຍັງໃສ່ໃຈບັນຫາເລື່ອງສິດທິຂອງເດັກເຊິ່ງໃນປັດຈຸບັນກຳລັງເປັນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຈາກທົ່ວໂລກ.
ຟັງການນຳສະເໜີກ່ຽວກັບ ການສຶກສາ ແລະ ສິ່ງແວດລ້ອມ ຂອງ ປານີພອນ ວົງມາລາ ໃນວິດີໂອລຸ່ມນີ້.
ຂໍຂອບໃຈ
ຂໍ້ມູນ : Unicef Laos