ເຜີຍຊຸດປະຈຳຊາດ Mister Supranational Laos 2019 ກຽມປະກວດທີ່ປະເທດໂປແລນຕົ້ນເດືອນທັນວານີ້

"ສິງຄຳ ພົມມະສອນ" ກຽມນຳເອົາຊຸດປະຈຳຊາດລາວປະກວດ Mister Supranational 2019 ເຊິ່ງຈະຈັດຂຶ້ນທີ່ປະເທດໂປແລນໃນວັນທີ 7 ທັນວາ 2019 ນີ້.
ຊຸດປະຈຳຊາດດັ່ງກ່າວໄດ້ຖືກເປີດເຜີຍອອກມາເມື່ອຕອນເຊົ້າຂອງມື້ນີ້ (25 ພະຈິກ 2019) ໂດຍຄາດວ່າໄດ້ຮັບແຮງບັນດານໃຈມາຈາກພື້ນຕຳນານຂອງລາວນັ້ນກໍຄື "ພະຍາສີໂຄດຕະບອງ" ເຊິ່ງເປັນເລື່ອງເລົ່າກ່ຽວກັບພະຍາທີ່ມີອາວຸດເປັນຕະບອງ ຫຼື ກະບອງວິເສດ ທີ່ປາບຝູງຊ້າງທີ່ເຂົ້າມາທຳລາຍມ້າງເພນະຄອນຫຼວງວຽງຈັນ ແລະ ໄດ້ຖືກແຕ່ງຕັ້ງເປັນພະຍາປົກຄອງເມືອງມະຣຸຂະນະຄອນ ຫຼື ເມືອງສີໂຄດຕະບອງ ນັ້ນເອງ.
ຊຸດດັ່ງກ່າວນີ້ຈະເປັນໜຶ່ງໃນຊຸດທີ່ໜຸ່ມໆຜູ້ເຂົ້າປະກວດຈາກ 43 ປະເທດທົ່ວໂລກ ເຊິ່ງຜົນຈະອອກມາເປັນແນວໃດນັ້ນກໍຕ້ອງຖ້າຟັງກັນໃນຮອບຕັດສິນ.
ທັງນີ້ ໜຸ່ມ ສິງຄຳ ພົມມະສອນ ເປັນໜຸ່ມລາວຄົນທຳອິດທີ່ເຂົ້າປະກວດໃນເວທີນີ້.
Mister Supranational ຈັດຂຶ້ນທຳອິດເມື່ອປີ 2016 ໂດຍມີໜຸ່ມໆຈາກ 36 ປະເທດເຂົ້າຮ່ວມການປະກວດ. ສຳລັບໃນປີນີ້ ຜູ້ທີ່ຊະນະເລີດຈະໄດ້ຮັບມອບມຸງກຸດໂດຍ Prathamesh Maulingkar ໜຸ່ມອິນເດຍເຈົ້າຂອງມຸງກຸດ Mister Supranational 2018.
ຂໍຂອບໃຈ