ແມ່ຄ້າ-ພໍ່ຄ້າອອນລາຍອ່ານດ່ວນ! Facebook ປັບກົດການຄ້າຂາຍໃໝ່ ຫ້າມໂພສຫຼາຍຢ່າງ ບໍ່ດັ່ງນັ້ນເພຈບິນ

ເມື່ອບໍ່ດົນມານີ້ມີປາກົດການຂຶ້ນໃນໝູ່ແວດວົງພໍ່ຄ້າ ແລະ ແມ່ຄ້າຫຼາຍຄົນກ່ຽວກັບໂພສໃນເຟສບຸກຫາຍ ບາງລາຍເຖິງກັບເພຈ (page) ບິນຫາຍໄປເລີຍເນື່ອງຈາກ Facebook ມີການປັບກົດມາດຕະຖານຊຸມຊົນໃໝ່ ແນະນຳໃຫ້ຮ້ານຄ້າຟ້າວອ່ານ ແລະ ເຮັດຄວາມເຂົ້າໃຈກ່ອນເພຈຂອງທ່ານຈະຫາຍໄປ.
ຫຼັກໆທີ່ Facebook ປັບໃໝ່ຄື ເລື່ອງຂໍ້ມູນ ແລະ ຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ ໂດຍຮ້ານຄ້າທຸກຮ້ານ ເນັ້ນຢ້ຳວ່າທຸກຮ້ານ ບໍ່ວ່າຈະໃຫຍ່ລະດັບໃດ ຫຼື ມີຍອດ like ຫຼາຍຂະໜາດໃດກໍຕາມ ຫ້າມໂພສຂໍ້ມູນທີ່ມີຄວາມກ່ຽວຂ້ອງກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານ.
ຂໍ້ມູນທີ່ຫ້າມໂພສທຸກກໍລະນີ ປະກອບມີ: ໝາຍເລກປະຈຳຕົວ, ໝາຍເລກປະກັນສັງຄົມ, ໝາຍເລກໜັງສືເດີນທາງ ຫຼື ໝາຍເລກທີ່ໃຊ້ໃນການສອບບັດປະຈຳຕົວທີ່ອອກໂດຍລັດ, ບັດປະຈຳຕົວນັກຮຽນ ຫຼື ນັກສຶກສາທີ່ສະແດງຂໍ້ມູນສອງຢ່າງຈາກລາຍການຕໍ່ໄປນີ້: (1) ຊື່, (2) ຮູບພາບ ຫຼື (3) ໝາຍເລກປະຈຳຕົວ, ຂໍ້ມູນລະບຸຕົວຕົນດິຈິຕອນ ຮວມທັງລະຫັດຜ່ານ.
ເນື້ອໃນທີ່ເອື້ອອຳນວຍໃຫ້ແກ່ການລັກຂໍ້ມູນລະບຸຕົວຕົນ ໂດຍການເປີດເຜີຍຂໍ້ມູນທາງການເງິນສ່ວນບຸກຄົນ (ຂອງຕົວເອງ ຫຼື ຜູ້ອື່ນ) ຕໍ່ໄປນີ້:
ບັນຊີທະນາຄານ ແລະ/ຫຼື ຂໍ້ມູນບັດເຄຣດິດ, ບັນທຶກທາງການເງິນຄູ່ກັບຂໍ້ມູນບັນຊີຜູ້ໃຊ້.
ເນື້ອໃນທີ່ເອື້ອອຳນວຍຕໍ່ການລັກຂໍ້ມູນລະບຸຕົວຕົນ ໂດຍການແບ່ງປັນຂໍ້ມູນຕິດຕໍ່ສ່ວນບຸກຄົນຂອງຜູ້ອື່ນນັ້ນໝາຍເຖິງ:
ໝາຍເລກໂທລະສັບ ຫຼື ອີເມວສ່ວນຕົວ, ອີເມວ Messenger ແລະ ຂໍ້ມູນລະບຸຕົວຕົນແຊັດ.
ແນວໃດກໍຕາມ ຂໍ້ມູນຂ້າງຕົ້ນສາມາດແບ່ງປັນເພື່ອວັດຖຸປະສົງທາງການກຸສົນ, ບໍລິການທີ່ບໍ່ລະເມີດສິດ ຫຼື ຊ່ວຍໃນການຕາມຫາບຸກຄົນ ຫຼື ສັດທີ່ສູນຫາຍໄດ້.
ຂ້າງຕົ້ນນີ້ເປັນຂໍ້ມູນຈາກ Facebook ໂດຍກົງ. ສະຫຼຸບງ່າຍໆກໍຄື ຂໍ້ມູນທີ່ມີຄວາມລະອຽດອ່ອນ ສະແດງເຖິງຕົວຕົນ ແລະ ຄວາມເປັນສ່ວນຕົວຂອງຜູ້ໃຊ້ງານທຸກຊະນິດແມ່ນຫ້າມໂພສທັງໝົດ ເຊັ່ນ: ຫຼັກຖານການຈ່າຍເງິນ, ຫຼັກຖານສຳລັບຕິດຕາມພັດສະດຸ ເພາະມີຊື່ຂອງຜູ້ຊື້, ແຊັດຂອງລູກຄ້າ, ຣີວິວຂອງລູກຄ້າ, ສິ່ງໃດກໍຕາມທີ່ມີຊື່, ເບີໂທລະສັບ, ທີ່ຢູ່, ເລກບັນຊີ. ຫາກ Facebook ຈັບໄດ້ກໍຈະຖືກລົງໂທດທັນທີ.
ໄລຍະນີ້ກໍຈະຂາຍເຄື່ອງຍາກແດ່ ຕ້ອງຕິດຕາມຂໍ້ບັງຄັບຈາກ Facebook ໃຫ້ດີກ່ອນທີ່ເພຈເຮົາຈະບິນ. ນອກຈາກການຄ້າຂາຍແລ້ວ Facebook ຍັງປັບກົດສຳລັບການໃຊ້ງານໂດຍຮວມນຳ. ສຶກສາເພີ່ມເຕີມໄດ້ຈາກແຫຼ່ງທີ່ມາ.
ຂໍຂອບໃຈ
ຂໍ້ມູນ : Beartai via sanook!