ສສຊ ຮັບຮອງເອົາຮ່າງມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບວຽກງານຂອງລັດຖະບານ 3 ສະບັບ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 18 ພະຈິກນີ້, ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
ພາຍຫຼັງທ່ານນາງ ສວນສະຫວັນ ວິຍະເກດ ຄະນະປະຈໍາສະພາແຫ່ງຊາດ ໄດ້ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດ 3 ສະບັບຄື:
- ຮ່າງມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ແລະ ຜົນກະທົບຈາກອຸທົກກະໄພ ປະຈໍາປີ 2019 ແລະ ທິດທາງແຜນການ ປີ 2020;
- ຮ່າງມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງນຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020;
- ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນເຄື່ອນໄຫວວຽກງານ ປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020, ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2018 ຂອງອົງການກວດສອບແຫ່ງລັດ, ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017 ຂອງອົງການກວດສອບລັດຖະບານ.
ໃນກອງປະຊຸມບັນດາ ສສຊ ໄດ້ສຸມໃສ່ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງມະຕິດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຕົກລົງເຫັນດີຮັບຮອງເອົາຢ່າງເປັນທາງການແລ້ວ.
(ໄກ່ແຈ້)
Advertisement
Replay Ad