ປຶ້ມປະທານຸກົມພືດເປັນຢາ ຮວມຮວບຮູບພາບ-ຄຳສັບພືດກວ່າ 1,600 ຊະນິດ ໃນ 13 ແຂວງຂອງລາວ

ພິທີຖະແຫຼງຜົນສໍາເລັດຂອງການຈັດພິມ ແລະ ມອບ-ຮັບປຶ້ມປະທານຸກົມພືດເປັນຢາຂອງລາວ ເຫຼັ້ມ1 ໃຫ້ກະຊວງສາທາລະນະສຸກ ໂດຍສໍານັກງານຄຸ້ມຄອງການແພດ-ການຢາພື້ນເມືອງ ສປ ຈີນ ຈັດຂຶ້ນວັນທີ 18 ພະຈິກ 2019 ທີ່ກະຊວງສາທາລະນະສຸກ ຮ່ວມລົງນາມມອບ-ຮັບຂອງທ່ານ ມ້ຽວ ຈ້ຽນຫົວ ປະທານສວນພືກສາສາດພືດເປັນຢາ ເຂດປົກຄອງຕົນເອງຊົນເຜົ່າຈວງ ກວາງຊີ ສປ ຈີນ ແລະ ທ່ານ ໂກສົນ ສໍສຸລິທັນ ຮອງຫົວໜ້າສະຖາບັນການແພດການຢາພື້ນເມືອງກະຊວງສາທາລະນະສຸກ, ມີທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ເຢນ ຊູ້ຈຽງ ຮອງຫົວໜ້າສຳນັກງານຄຸ້ມຄອງການແພດການຢາພື້ນເມືອງ ສປຈີນ ພ້ອມພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານ ຄຳພອນ ພຸດທະວົງ ກ່າວວ່າ: ໃນເດືອນພຶດສະພາ 2017 ໄດ້ມີບົດບັນທຶກຄວາມເຂົ້າໃຈກັບກະຊວງສາທາລະນະສຸກຂອງລາວ ລະຫວ່າງ ກົມອາຫານ ແລະ ຢາກະຊວງສາທາລະນະສຸກ ກັບຄະນະກຳມາທິການສາທາລະນະສຸກ ແລະ ວາງແຜນຄອບຄົວເຂດປົກຄອງຕົນເອງຊົນເຜົ່າຈວງກວາງຊີ ສປ ຈີນ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງສະຖາບັນການແພດ ແລະ ການຢາພື້ນເມືອງກະຊວງສາທາລະນະສຸກຂອງ ລາວ ກັບ ສວນພຶກສາສາດພືດເປັນຢາເຂດປົກຄອງຕົນເອງຊົນເຜົ່າຈວງກວາງຊີ ກ່ຽວກັບການຮ່ວມມືດ້ານວຽກງານການແພດ ແລະ ການຢາພື້ນເມືອງ ເຊິ່ງໄດ້ກໍ່ສ້າງບຸກຄະລາກອນດ້ານການແພດ ແລະ ການຢາພື້ນເມືອງຂອງລາວ. ການສຳຫຼວດເກັບກຳຂໍ້ມູນພືດເປັນຢາ ແລະ ພູມປັນຍາດ້ານຢາພື້ນເມືອງຢູ່ ສປປລາວ ແລະ ຜົນສຳເລັດທີ່ພົ້ນເດັ່ນທີ່ສຳຄັນແມ່ນການສ້າງປຶ້ມປະທານຸກົມພືດທີ່ເປັນຢາຂອງລາວ ເຊິ່ງໄດ້ຮູບພາບ ແລະ ຄຳສັບທາງດ້ານພືດເປັນຢາ 1,600 ກວ່າຊະນິດ ຢູ່ ໃນ 13 ແຂວງຂອງ ສປປ ລາວ ເຊິ່ງປຶ້ມດັ່ງກ່າວຈະກາຍເປັນປຶ້ມຄູ່ມືໃຫ້ແກ່ນັກຄົ້ນຄວ້າທີ່ມີຄວາມສົນໃຈ.
ທ່ານ ເຢນ ຊູ້ຈຽງ ກ່າວມີຄໍາເຫັນໃນບາງຕອນວ່າ: ການບໍລິການການແພດພື້ນເມືອງໄດ້ກວມເອົາເຂດຫ່າງໄກສອກຫຼີກໃນທົ່ວປະເທດຈີນ ໃນປີ 2017 ສະຖານທີ່ໃຫ້ບໍລິການການແພດພື້ນເມືອງມີທັງໝົດ 54,000 ແຫ່ງ ພ້ອມນີ້ໄດ້ເສີມຂະຫຍາຍການນໍາໃຊ້ການແພດພື້ນເມືອງໃນການຮັກສາສຸຂະພາບ, ປ້ອງກັນພະຍາດ, ເສີມສຸຂະພາບ, ການທອງທ່ຽວ ແລະ ສະຫວັດດີການຂອງຜູ້ສູງອາຍຸ ມີປະສິດທິຜົນໃນການປ້ອງກັນພະຍາດຕິດເຊື້ອເຫັດຕາມເລັບຕີນມື, ພະຍາດເຮັດສໄອວີ ແລະ ພະຍາດຕິດຕໍ່ອື່ນໆ.
ດ້ານການຮ່ວມມື ໃນເດືອນພະຈິກ ປີ 2006 ທ່ານທູດ ສປ ຈີນ ປະຈໍາລາວ ແລະ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານວຽກງານສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນ. ເນື້ອໃນການຮ່ວມມືກວມເອົາການຮ່ວມມືດ້ານການປ້ອງກັນພະຍາດຕິດຕໍ່, ການກໍ່ສ້າງບຸກຄະລາກອນ, ການແພດການຢາພື້ນເມືອງ. ນອກຈາກນີ້, ຄະນະການນໍາຜູ້ແທນກະຊວງສາທາລະນະສຸກ ກໍ່ໄດ້ແລກປ່ຽນວຽກສາທາລະນະສຸກ ເປັນຕົ້ນ: ໃນເດືອນພະຈິກ ປີ 2011 ຄະນະຜູ້ແທນສາທາລະນະສຸກ ໄດ້ເດີນທາງໄປເມືອງເສິນຕູ່ ແຂວງສື້ສວນ ເພື່ອຮ່ວມກອງປະຊຸມຫັນສູ່ສາກົນ ຂອງວິທະຍາສາດການແພດການຢາພື້ນເມືອງຄັ້ງທີ3 ແລະ ໃນເດືອນເມສາ ປີ 2013 ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊຽນ ດ້ານການແພດການຢາພື້ນເມືອງຄັ້ງທີ 6 ແລະ ງານວາງສະແດງຜະລິດຕະພັນການແພດການຢາພື້ນເມືອງໄດ້ຈັດຂຶ້ນທີ່ຢຸ້ຍຫຼິນ ແລະ ອື່ນໆ.