ນໍ້າທະເລຖ້ວມເວນິສ ອິຕາລີ ຄັ້ງທີ 3 ໃນຮອບອາທິດ ດ້ານນັກທ່ອງທ່ຽວຕ້ອງຂົນເຄື່ອງລຸຍນໍ້າ

ເມືອງເວນິສ ປະເທດອິຕາລີ ເກີດນໍ້າຖ້ວມເປັນຄັ້ງທີ 3 ໃນໄລຍະເວລາບໍ່ຮອດອາທິດ ເມື່ອລະດັບນໍ້າທະເລເພີ່ມສູງຂຶ້ນ ເຮັດໃຫ້ນັກທ່ອງທ່ຽວຈຳນວນຫຼາຍຕ້ອງໄດ້ຍ່າງລຸຍນໍ້າ ທ່າມກາງອາກາດທີ່ໜາວເຢັນພໍສົມຄວນ.
ນອກຈາກນີ້, ລະດັບນໍ້າທະເລທີ່ເພີ່ມສູງຂຶ້ນນີ້ ຍັງສ້າງຄວາມວິຕົກກັງວົນຕໍ່ຊາວເມືອງ ແລະ ເຈົ້າໜ້າທີ່ ເພາະອາດຈະສົ່ງຜົນເສຍຕໍ່ສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ໂດຍສະເພາະສະຖານທີ່ທາງປະຫວັດສາດທີ່ສຳຄັນ ເຊັ່ນ ມະຫາວິຫານຊັນມາໂກ.
ການທີ່ນໍ້າທະເລຖ້ວມຕິດຕໍ່ກັນແນວນີ້ ເປັນອຸປະສັກຕໍ່ການທ່ອງທ່ຽວຢ່າງຍິ່ງ ຈົນມີການປະເມີນວ່າ ເກີດຄວາມເສຍຫາຍໄປແລ້ວຫຼາຍກວ່າ 1,000 ລ້ານໂດລາສະຫະລັດ.
ຂໍຂອບໃຈ
ຂໍ້ມູນ : Sanook , AFP, LUCA BRUNO, AP