ຕ້ອນຮັບ "ລັດດາພອນ" Miss Crystal Angel International 2019 ກັບສູ່ປະເທດລາວຢ່າງອົບອຸ່ນ

ວັນທີ 17 ພະຈິກ 2019 ທີ່ຜ່ານມາ, ລັດດາພອນ ພົມສຸວັນ ໄດ້ເດີນທາງກັບສູ່ ສປປ ລາວ ພາຍຫຼັງທີ່ສາມາດຄວ້າມຸງກຸດທຳອິດຈາກລະດັບສາກົນມາໃຫ້ແຟນນາງງາມຊາວລາວ ຄອງຕຳແໜ່ງ Miss Crystal Angel International ຄົນທຳອິດຂອງໂລກ.
ເຊິ່ງທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ມີການຕ້ອນຮັບ ແລະ ຂະບວນແຫ່ສາວງາມຄົນນີ້ຢ່າງຟົດຟື້ນ ຖືວ່າເປັນພາບທີ່ໜ້າປະທັບໃຈອີກພາບໜຶ່ງທີ່ຫາເບິ່ງໄດ້ຍາກ.
ລັດດາພອນ ໄດ້ເຂົ້າປະກວດໃນເວທີ Miss Crystal Angel International 2019 ເຊິ່ງຈັດຂຶ້ນເປັນປີທຳອິດທີ່ ຢ້າງກຸ້ງ ປະເທດມຽນມາ ໃນຖານະຕົວແທນຈາກ ສປປ ລາວ ເພື່ອແຂ່ງຂັນກັບສາວງາມຈາກປະເທດອື່ນໆທົ່ວໂລກ ເມື່ອວັນທີ 10 ພະຈິກ 2019 ທີ່ຜ່ານມາ.
ທັງນີ້ ລັດດາພອນ ຈະໄດ້ເຄື່ອນໄຫວພາລະກິດກັບກອງປະກວດດັ່ງກ່າວເປັນເວລາ 1 ປີ ຫຼັງຈາກນັ້ນກໍຈະມີການປະກວດອີກຄັ້ງໃນປີຕໍ່ໄປ ເຊິ່ງສາວລາວຄົນນີ້ກໍຈະໄດ້ສົ່ງມອບຕຳແໜ່ງ ແລະ ມອບມຸງກຸດໃຫ້ແກ່ຜູ້ທີ່ຊະນະເລີດຄົນໃໝ່.
ຂໍຂອບໃຈ
ພາບ : Miss Crystal Angel International 2019 Laos