ລູກສາວພະຍາກະບິນລະພົມ ກຽມອວດໂສມຕໍ່ໜ້າຊາວໂລກ ເທິງເວທີ Miss Supranational 2019 ທີ່ໂປແລນ

ເຜີຍອອກມາແລ້ວສໍາລັບຊຸດປະຈໍາຊາດລາວ ທີ່ ສາວ ປຸ-ປຸລັດດາ ສາຍດອນໂຂງ Miss Supranational Laos 2019 ຈະສວມໃສ່ໃນການປະກວດ Miss Supranational 2019 ຮອບຕັດສິນວັນທີ 6 ທັນວາ 2019 ນີ້ ທີ່ ປະເທດ ໂປແລນ.
ສໍາລັບຊຸດ ລູກສາວ ພະຍາກະບິນລະພົມ ໄດ້ເເຮງບັນດານໃຈມາຈາກ ລູກສາວຂອງພະຍາກະບິນລະພົມ ທີ່ມີທັງໝົດ 7 ຄົນ ຫຼື ທີ່ຊາວລາວເອີ້ນວ່າ “ນາງສັງຂານ” ທີ່ໄດ້ໝູນວຽນໃນເເຕ່ລະປີ ເພື່ອມາຫົດສົງຫົວຂອງພະຍາກະບິລະພົມ (ຜູ້ເປັນພໍ່) ຖືເປັນປະເພນີທີ່ປະຕິບັດກັນມາແຕ່ສະໄໝກ່ອນ ເເລະ ກໍໄດ້ສືບສານປະຕິບັດກັນມາຈົນຮອດປະຈຸບັນ. ພ້ອມທັງອອກເເບບ ຈອມເທິງຫົວເປັນພະທາດພູສີ ເຊິ່ງເປັນໜຶ່ງໃນພະທາດທີ່ເປັນເອກະລັກ ແລະ ມີຄວາມສຳຄັນຂອງເມືອງຫຼວງພະບາງ, ຖືເປັນຄວາມພາກພູມໃຈຂອງຄົນລາວ ແລະ ຢາກເອກອ້າງໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມເປັນລາວ.
ປັດຈຸບັນ, ປຸລັດດາ ພ້ອມດ້ວຍທີມງານ ໄດ້ເດີນທາງເພື່ອເຂົ້າຮ່ວມເກັບໂຕ ແລະ ເຮັດກິດຈະກໍາກັບກອງປະກວດແລ້ວ. ຮ່ວມສົ່ງແຮງເຊຍແຮງໃຈ ໃຫ້ສາວງາມຄົນນີ້ ໃນການປະຕິບັດໜ້າທີ່ເພື່ອຊາດລາວນໍາກັນ.