ກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ແຈງບັນຫາຂາຍໄມ້ 5 ພັນກວ່າແມັດກ້ອນ ຢູ່ 3 ແຂວງພາກໃຕ້

ກະຊວງອຸດສາຫະກຳ ແລະການຄ້າໄດ້ຂຶ້ນຊີ້ແຈງຂໍ້ຂ້ອງໃຈຕໍ່ກັບສະມາຊິກສະພາແຫ່ງຊາດທີ່ໄດ້ສະເໜີມາໂດຍສະເພາະບັນຫາການກວດສອບ ແລະການກວດກາການຂາຍໄມ້ຈຳນວນ 5,018.28 ແມັດກ້ອນ ຢູ່ 3 ແຂວງທີ່ບໍ່ໄດ້ດຳເນີນການປະມູນເພື່ອທວງເອົາເງິນຂາຍໄມ້ເຂົ້າໃນແຜນ, ຕໍ່ກັບປະເດັນດັ່ງກ່າວ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂຶ້ນຊີ້ແຈງໃນວັນທີ 14 ພະຈິກ 2019, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ.
ທ່ານ ບຸນມີ ມະນີວົງ ກ່າວວ່າ: ການຊື້-ຂາຍໄມ້ ແມ່ນອີງຕາມລະບຽບການເລກທີ 1726/ອຄ.ກຂອ, ລົງວັນທີ 23 ສິງຫາ 2012, ການປະມູນຂາຍໄມ້ແມ່ນມີຄະນະຮັບຜິດຊອບການປະມູນໄມ້ຂັ້ນແຂວງ, ນະຄອນຫຼວງເປັນຜູ້ຈັດຕັ້ງປະຕິບັດ, ສະເພາະການປະມູນໄມ້ທີ່ຂຸດຄົ້ນອອກຈາກເຂດໂຄງການພັດທະນາຕ່າງໆຈະແມ່ນຄະນະຊີ້ນຳ ແລະຄຸ້ມຄອງການ ຂຸດຄົ້ນໄມ້ໃນເຂດໂຄງການດັ່ງກ່າວເປັນຜູ້ຮັບຜິດຊອບ, ສ່ວນວິທີຂາຍຈະດຳເນີນ ໄປ 2 ຮູບການຄື: ການປະມູນຂາຍ ຫຼື ທາບທາມລາຄາດັ່ງທີ່ໄດ້ລະບຸໄວ້ໃນຂໍ້ 6 ຂອງຄໍາສັ່ງເລກທີ 17/ນຍ ລົງວັນທີ 22 ກັນຍາ 2008 ແລະ ພາຍຫຼັງທີ່ມີຄໍາສັ່ງເລກທີ 15/ນຍ ແລະມີການກັກຢຶດໄມ້ທົ່ວປະເທດຈຶ່ງໄດ້ມີ ການແຕ່ງຕັ້ງຄະນະຮັບຜິດຊອບການປະມູນຂາຍໄມ້ຢຶດທົ່ວປະເທດ (ຄະນະ 19/ນຍ) ເພື່ອມາຊີ້ນໍາການປະມູນຂາຍໄມ້.
ມາໃນປີ 2017 ແຂວງຈໍາປາສັກ ໄດ້ສະເໜີລາຍງານຫາກະຊວງອຸດສາຫະກໍາ ແລະ ການຄ້າເພື່ອຂໍທິດຊີ້ນໍາໃນການຂາຍໄມ້ບ້ວງທີ່ຂຸດຄົ້ນອອກຈາກເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍ ເນື່ອງຈາກບໍລິສັດອຸດົມສິນໄດ້ສະເໜີຂໍຊື້ທັງໝົດຈໍານວນ 15,131.16 ແມັດກ້ອນ ໃນລາຄາ 25 ໂດລາຕໍ່ແມັດກ້ອນ ເຊິ່ງກະຊວງໄດ້ມີທິດຊີ້ນໍາໃຫ້ຄະນະຮັບຜິດ ຊອບຂອງແຂວງຈໍາປາສັກເຮັດການປະມູນແບບເປີດກວ້າງ, ຖ້າຫາກຍັງຂາຍບໍ່ໄດ້ແມ່ນເຫັນດີໃຫ້ປະຕິບັດຕາມຂັ້ນຕອນການປະມູນຂາຍໄມ້ຢຶດ (ຕາມຄໍາສັ່ງແນະນໍາ 0336) ຄືຂາຍຕາມຄຸນນະພາບຕົວຈິງ ແລະ ທາບທາມເອົາລາຄາທີ່ດີທີ່ສຸດຕາມລໍາດັບ.
ສໍາລັບການຂາຍໄມ້ຈໍານວນ 2,813.55 ແມັດກ້ອນນີ້, ຕາມຂໍ້ມູນຈາກພະແນກອຸດສາຫະກຳ ແລະການຄ້າ ແຂວງຈໍາສັກ ໃຫ້ຮູ້ວ່າ: ແຂວງຈໍາສັກໄດ້ແຕ່ງຕັ້ງຄະກໍາມະການ ເຊິ່ງປະ ກອບດ້ວຍຂະແໜງອຸດສາຫະກຳ ແລະ ການຄ້າ ແລະຂະແໜງກະສິກໍາ ແລະ ປ່າໄມ້ລົງກວດກາການປະເມີນຄຸນນະ ພາບໄມ້ຕົວຈິງຄືນໃໝ່ເນື່ອງຈາກໄມ້ຖືກຂຸດຄົ້ນອອກມາແຕ່ປີ 2013-2014 (ກ່ອນມີຄໍາສັ່ງ 15/ນຍ) ພາໃຫ້ໄມ້ມີລັກສະນະເນົ່າເປື່ອຍ, ບາງສ່ວນແຕກແຫງ ແລະ ຄຸນນະພາບການນໍາໃຊ້ໄມ້ຫຼຸດລົງ ເຊິ່ງສາມາດນໍາໃຊ້ໄມ້ໄດ້ພຽງ 60%. ສະນັ້ນແຂວງຈຶ່ງໄດ້ປຶກສາຫາລືກັນ ແລະ ຕົກລົງເຫັນດີຂາຍໃນລາຄາ 43 ໂດລາຕໍ່ແມັດກ້ອນ (ບໍ່ລວມພັນທະອາກອນຕ່າງໆ ແລະ ຄ່າຂຸດຄົ້ນ) ໃຫ້ໂຮງງານເຟີນິເຈີສົມລິດສ່ວນບຸກຄົນໂດຍບໍ່ໄດ້ມີການປະມູນເພາະເຂົ້າໃຈວ່າບໍ່ແມ່ນໄມ້ຢຶດ.
ສ່ວນການຂາຍໄມ້ຢຶດຈໍານວນ 1,702.21 ແມັດກ້ອນ ທີ່ບໍ່ໄດ້ດໍາເນີນຕາມຄໍາສັ່ງເລກທີ 0336/ອຄ, ຍ້ອນວ່າໄມ້ບ້ວງນີ້ແມ່ນບ້ວງໄມ້ຂອງບໍລິສັດພົງຊັບທະວີກໍ່ສ້າງຂົວ-ທາງ ຈໍາກັດ ທີ່ສົ່ງອອກບໍ່ໝົດແຕ່ມີຄໍາສັ່ງເລກທີ 15/ນຍ. ດັ່ງນັ້ນແຂວງຈຶ່ງໄດ້ຄົນຄວ້າຕົກລົງຂາຍໃຫ້ບໍລິສັດຄືນຕາມລາຄາທີ່ກະຊວງອຸດສາຫະກໍາ ແລະ ການຄ້າກໍານົດ.
ສະເພາະເງິນຂາຍໄມ້ທີ່ຍັງຄ້າງຈໍານວນ 2.83 ຕື້ກີບ ແລະ 61,556.02 ໂດລາ, ອີງຕາມລະບຽບການຊື້-ຂາຍໄມ້ ເລກທີ1726/ອຄ.ກຂອ ລົງວັນ ທີ 23 ສິງ ຫາ 2012, ຄະນະຮັບຜິດ ຊອບຮັບຊໍາລະຄ່າພັນທະໄມ້ຈາກຝ່າຍຊື້ກໍຄືກະຊວງການເງິນໄດ້ແຕ່ງຕັ້ງຄະນະເລັ່ງທວງໜີ້ຄ້າງ ໂດຍໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊີ້ນໍາໃຫ້ຄະນະຮັບຜິດຊອບການປະມູນໄມ້ຢູ່ແຂວງຈໍາປາສັກ, ເຊກອງ ແລະ ອັດຕະປືເລັ່ງທວງຜູ້ຊື້ໄມ້ໃຫ້ຮີບຮ້ອນເຂົ້າມາຖອກເງິນພັນທະທີ່ຍັງຄ້າງໃຫ້ສໍາເລັດໂດຍໄວ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມເສດຖະກິດ-ສັງຄົມ