ສປປ ລາວ ໄດ້ຮັບທຶນສະໜັບສະໜຸນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ 26.8 ລ້ານໂດລາ ຈາກສາກົນ

ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ (Green Climate Fund) ອະນຸມັດທຶນສະໜັບສະໜຸນ ສປປ ລາວ 2 ໂຄງການ ມູນຄ່າ 26.8 ລ້ານໂດລາສະຫະລັດ ຫຼື ປະມານ 236.59 ຕື້ກີບ ໃນວາລະກອງປະຊຸມສະພາບໍລິຫານກອງທຶນ ຄັ້ງທີ 24 ວັນທີ 12-14 ພະຈິກ 2019 ຢູ່ຫ້ອງການ Green Climate Fund ເມືອງຊອງໂດ ສ ເກົາຫຼີ.
ສຳລັບໂຄງການທີ 1 ເປັນການ ຈັດຕັ້ງປະຕິບັດການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ ເຊິ່ງເປັນການຈັດຕັ້ງປະຕິບັດໄລຍະທຳອິດຢູ່ແຂວງຫົວພັນ, ໄຊຍະບູລີ ແລະ ຫຼວງພະບາງ ລວມມູນຄ່າ 16.8 ລ້ານໂດລາສະຫະລັດ ຫຼື ປະມານ 148.31 ຕື້ກີບ (Implementation of the Lao PDR Emissions Reduction Programme through improve governance and sustainable forest landscape management).
ນອກນັ້ນ, ກໍຍັງໄດ້ອະນຸມັດທຶນໂຄງການ ການສ້າງຄວາມທົນທານ ເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍການຄຸ້ມຄອງລະບົບນິເວດຢູ່ຕົວເມືອງນະຄອນຫຼວງວຽງຈັນ, ເມືອງປາກຊັນ ແຂວງບໍລິຄຳໄຊ, ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ແລະ ນະຄອນປາກເຊ ແຂວງຈຳປາສັກ, ມູນຄ່າ 10 ລ້ານໂດລາສະຫະລັດ ຫຼື ປະມານ 88.28 ຕື້ກີບ (Building resilience of urban populations with ecosystem-based solution in Lao PDR).
Green Climate Fund ເປັນກອງທຶນສາກົນ ສ້າງຕັ້ງຂຶ້ນພາຍໃຕ້ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC) ໃນປີ 2010 ແລະ ເລີ່ມຈັດຕັ້ງປະຕິບັດການສະໜອງທຶນ ໃນປີ 2015 ເປັນຕົ້ນມາ ເພື່ອເປັນກົນໄກການສະໜອງທຶນໃຫ້ປະເທດດ້ອຍພັດທະນາ ແລະ ກຳລັງພັດທະນາ ນຳໃຊ້ທຶນໃນການຈັດຕັ້ງປະຕິບັດວຽກງານການປ່ຽນແປງດິນຟ້າອາກາດ.
ຂໍຂອບໃຈ
ຂໍ້ມູນ : ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກຊສ , Green Climate Fund