ຍົກຍ້າຍ ຮອງລັດຖະມົນຕີກະຊວງການເງິນ ໄປເປັນຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ

ໃນວັນທີ 13 ພະຈິກ 2019 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກ ແລະ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ 10 ໂດຍໃຫ້ກຽດເຜີຍແຜ່ ຂອງສະຫາຍ ຄຳລາວັນ ຈັນທະລາວັນ, ຄະນະປະຈຳພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະພັກ ຫສນຍ, ຄະນະພັກຮາຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ທີ່ສັງກັດຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ສຸລິວົງ ບຸນຍະເລດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 303/ນຍ, ລົງວັນທີ 6 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງທ່ານ ນາງ ທິບພະກອນ ຈັນທະວົງສາ ຈາກຮອງລັດຖະມົນຕີກະຊວງການເງິນ ມາເປັນຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຈາກນັ້ນ, ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການແຕ່ງຕັ້ງ, ສັບຊ້ອນພະນັກງານຂັ້ນກົມ ແລະ ຂັ້ນພະແນກ ພາຍໃນ ຫສນຍ ຈຳນວນໜຶ່ງ.
ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນການປັບປຸງການຈັດຕັ້ງໃນຄັ້ງນີ້. ພ້ອມກັນນັ້ນ ກໍ່ໄດ້ເນັ້ນໜັກໃຫ້ພະນັກງານ ແລະ ສະມາຊິກພັກ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈົ່ງສືບຕໍ່ຮັກສາຄວາມສາມັກຄີ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍ ໂດຍສະເພາະການເປັນເສນາທິການຄົ້ນຄວ້າ ໃຫ້ມີຄຸນນະພາບ, ລະອຽດຈະແຈ້ງ, ວ່ອງໄວທັນການ, ຊັດເຈນ ແລະ ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ; ການປະສານງານ ກັບບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີຄວາມຄ່ອງແຄ້ວ, ວ່ອງໄວ ແລະ ກົມກຽວກັນດີ ແລະ ການ ບໍລິການຮັບໃຊ້ການນຳ ໃຫ້ມີຄວາມສະດວກ ແລະ ວ່ອງໄວ; ສືບຕໍ່ປັບປຸງການຫັນເປັນທັນສະໄໝ ເພື່ອຊ່ວຍໃຫ້ການປະຕິບັດວຽກມີຄວາມວ່ອງໄວ, ຊັດເຈນ ແລະ ມີປະສິດທິຜົນເພີ່ມຂຶ້ນ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ກະກຽມກອງປະຊຸມໃຫຍ່ຂອງໜ່ວຍພັກຕົນ ໃຫ້ສຳເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.