"ບຸດດາວ ຈັນທະລີ" ສາວອຸດົມໄຊຜູ້ສົນໃຈເລື່ອງຂອງສິດສະເໝີພາບທາງເພດ ແລະ ໄຝ່ຝັນຢາກເປັນນັກບິນ

ທີມຂ່າວບັນເທີງ muan.la ມີໂອກາດໄດ້ນັ່ງລົມ ບຸດດາວ ຈັນທະລີ ສາວອຸດົມໄຊໄວ 21 ປີ ຜູ້ເຂົ້າປະກວດນາງສາວລາວ 2019 ໝາຍເລກ ML02 ເຊິ່ງໃນການປະກວດຄັ້ງນີ້ ສາວຄົນນີ້ມີຄວາມສົນໃຈເປັນພິເສດໃນເລື່ອງຂອງການປຸກລະດົມເລື່ອງສິດ ແລະ ຄວາມສະເໝີພາບຂອງແມ່ຍິງ.
- ອາຍຸ: 21 ປີ
- ສ່ວນສູງ: 165 ຊັງຕີແມັດ
- ສັດສ່ວນ: 34-24-35
- ປັດຈຸບັນກຳລັງສຶກສາຢູ່ທີ່ສະຖາບັນແສງສະຫວັນບໍລິຫານທຸລະກິດ
ບຸດດາວ ກ່າວກັບພວກເຮົາວ່າ ຕົນເອງມັກອ່ານໜັງສືຝຶກພາສາ ແລະ ຄົ້ນຄວ້າບົດຮຽນກ່ຽວກັບການເປັນນັກບິນ ເພາະເປັນຄວາມໄຝ່ຝັນຂອງຕົນເອງ. ນອກຈາກນີ້ ບຸດດາວຍັງມັກຟັງເພງ ແລະ ມັກອອກກຳລັງກາຍອີກດ້ວຍ.
ເຄີຍເຮັດວຽກໃນວົງການບັນເທີງມາກ່ອນບໍ່?
ນ້ອງບໍເຄີຍເຮັດວຽກໃນວົງການບັນເທີງມາກ່ອນ.
ຢາກເຮັດຫຍັງເປັນພິເສດບໍ່ທັງໃນວົງການບັນເທີງ ແລະ ໃນວົງການອື່ນໆ?
ນ້ອງຍາກລອງເຮັດສີ່ງໃໝ່ໆ ເພາະນ້ອງຍັງບໍມີປະສົບການໃນຈຸດນີ້ ເຊິ່ງກໍອາດຈະເປັນຜົນດີກັບຕໍນ້ອງເອງທາງດ້ານຊື່ສຽງ ແລະ ສັງຄົມ. ສິ່ງສຳຄັນທີ່ນ້ອງຕັ້ງໃຈໄວ້ກໍຄື ຍາກກໍ່ຕັ້ງເປັນໂຄງການເລື່ອງສິດ ແລະ ຄວາມສະເໝີພາບຂອງແມ່ຍິງ.
ເຫັນໃນວີດີໂອແນະນຳໂຕ ບອກວ່າ ໄດ້ຕິດຕາມເວທີນາງສາວລາວແຕ່ປີ 2009 ມາຈົນຮອດປັດຈຸບັນ, ຢາກຮູ້ວ່າ ມັກຮຸ່ນເອື້ອຍຄົນໃດເປັນພິເສດບໍ່ ແລະ ຍ້ອນຫຍັງ?
ໂດຍ ນ້ອງຕິດຕາມເວທີນາງສາວລາວມາຕັ້ງແຕ່ປີ 2009 ນ້ອງມັກເອືອຍ ກິກ - ໄພລິນດາ ພິລາວັນ ເພາະລາວເປັນນາງສາວລາວຄົນທຳອິດເລີຍ ແລະ ນ້ອງກໍເອົາລາວເປັນແຮງບັນດານໃຈມາຮອດດຽວນີ້.
ບຸກຄົນທີ່ເປັນແບບຢ່າງແກ່ນ້ອງໃນການຮັກສາວັດທະນະທຳແມ່ນໃຜ? ແລະ ນ້ອງໄດ້ນຳມາປະຕິບັດເອງແນວໃດແດ່?
ບຸກກຄົນແບບຢ່າງແກ່ນ້ອງໃນການຮັກສາວັດທະນະທຳແມ່ນ ເອື້ອຍລູກນໍ້າ ນາງສາວລາວ 2011 ເພາະນ້ອງຕິດຕາມ ແລະ ເຫັນເອື້ອຍລູກນໍ້າບໍວ່າຈະໄປຕ່າງປະເທດກໍຍັງຮັກສາຄວາມເປັນແມ່ຍິງລາວໂດຍການນຸ່ງສິ້ນໄໝ, ກິລິຍາມາລະຍາດສະແດງເຖິງຄວາມເປັນລາວ ແລະ ນ້ອງກໍໄດ້ເອົາເປັນແບບຢ່າງໃນການແຕ່ງກາຍ, ການປະພຶດກິລິຍາມາລະຍາດ ແມ່ນນ້ອງກຳລັງຮຽນກັບກອງປະກວດນາງສາວລາວໃນຄັ້ງນີ້.
ນອກຈາກການປະຕິບັດຕາມວັດທະນະທຳອັນດີງາມຂອງຊາດແລ້ວ, ຄິດວ່າແມ່ຍິງລາວຄວນມີຫຍັງອີກທີ່ຕ້ອງໄດ້ປະຕິບັດ ເພື່ອໃຫ້ກາຍເປັນແມ່ຍິງລາວຍຸກໃໝ່ທີ່ພຽບພ້ອມຮອບດ້ານ?
ໃນຄວາມຄິດຂອງນ້ອງແລ້ວ ນ້ອງຄິດວ່າສິ່ງທີ່ແມ່ຍິງລາວຄວນມີເພື່ອກາຍເປັນແມ່ຍິງລາວຍຸກໃໝ່ທີ່ພຽບພ້ອມຮອບດ້ານແມ່ນ ການສຶກສາ ເພາະການມີຄວາມຮູ້ຄວາມສາມາດບົ່ງບອກເຖິງແມ່ຍິງທີ່ເກັ່ງ ແລະ ມີຄວາມກ້າຄິດກ້າຕັດສິນໃຈບໍວ່າຈະເປັນວຽກງານພາລະກິດ ຫຼື ອັນໃດກໍຕາມ ພ້ອມກັບການຮັກສາຄວາມເປັນແມ່ຍິງລາວແບບດັ່ງເດີມໄວ້ ກໍຄືການນຸ່ງຖື ແລະ ກິລິຍາມາລະຍາດ.
ຢາກເວົ້າຫຍັງຕື່ມອີກບໍ່?
ສຳລັບນ້ອງ ການປະກວດເວທີນາງສາວລາວໃນຄັ້ງນີ້ ເຮັດໃຫ້ນ້ອງໄດ້ຮຽນຮູ້ຫຼາຍຢ່າງບໍວ່າຈະເປັນມາລະຍາດສັງຄົມ, ຮຽນຮູ້ວັດທະນະທຳ, ການນຸ່ງຖືທີ່ຖືກກາລະເທສະ, ການປະຕິບັດຕົນຕໍ່ບຸກຄົນຕ່າງໆ ແລະຝືກນ້ອງໃຫ້ເປັນຄົນທີມີຄວາມກ້າ ກໍຄື ກ້າຄິດກ້າຕັດສິນໃຈ, ເປັນບົດຮຽນທີ່ຫາຢູ່ໃສບໍໄດ້ແລ້ວ ເຖິງວ່ານ້ອງຈະໄດ້ ຫຼື ບໍ່ໄດ້ຕຳແໜ່ງ ແຕ່ນ້ອງກໍພູມໃຈຫຼາຍແລ້ວ.
ຮ່ວມໃຫ້ກຳລັງໃຈສາວຄົນນີ້ໃນການປະກວດນາງສາວລາວ 2019 ເຊິ່ງຮອບສຸດທ້າຍຈະມີຂຶ້ນໃນວັນທີ 7 ທັນວາ 2019 ນີ້. ສາມາດໂຫວດໃຫ້ ບຸດດາວ ຈັນທະລີ ເປັນ "ຂວັນໃຈມະຫາຊົນ" ໄດ້ທີ່ https://www.misslaos.la/contestants/ml02