ສະຫະພັນບານເຕະແຫ່ງຊາດ ອັດສີດ 100 ລ້ານກີບ ຄະນະຄູເຝິກ-ນັກກີລາ ຢູ-19 ເພື່ອເປັນຂວັນກຳລັງໃຈ

ເມື່ອຕອນເຊົ້າ ວັນທີ 12 ພະຈິກຜ່ານມາ ຄະນະປະທານສະຫະພັນບານເຕະແຫ່ງຊາດ ໄດ້ໂອ້ລົມນຳ ຄະນະນຳ, ຄະນະຄູຝຶກ ແລະ ນັກກີລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ສ້າງຜົນງານໄດ້ໂດດເດັ່ນຜ່ານເຂົ້າຮອບສຸດທ້າຍ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ກຸ່ມ H ຫລື AFC U-19 CHAMPIONSHIP 2020, Qualifiers ເຊິ່ງເປັນທີມອັນດັບ 2 ທີ່ມີຄະແນນດີທີ່ສຸດ.
ໂດຍ ທ່ານ ວິເພັດ ສີຫາຈັກຣ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຄູຝຶກ ແລະ ນັກກີລາ ທີ່ໄດ້ສ້າງຜົນງານກຽດຊື່ສຽງໃຫ້ກັບປະເທດຊາດ ໂດຍທາງສະຫະພັນບານເຕະແຫ່ງຊາດລາວ ແມ່ນໄດ້ມອບເງິນອັດສີດຈຳນວນ 100,000,000 ກີບ ໃຫ້ກັບຄະນະຄູຝຶກ ແລະ ນັກກີລາ ເພື່ອເປັນຂວັນກຳລັງໃຈ ທີ່ສາມາດຜ່ານເຂົ້າຮອບສຸດທ້າຍ ເຊິ່ງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແມ່ນຈະໄດ້ເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ວັນທີ 06 ມັງກອນ 2020 ເປັນຕົ້ນໄປ.
ຫລັງຈາກນັ້ນ ທ່ານ ປະສິດ ສຸພາບ ຮອງປະທານ ສຕລ ໄດ້ນຳພາຄະນະຄູຝຶກ ແລະ ນັກກີລາ ໄປກາບໄຫວ້ ແລະ ວາງກະຕ່າດອກໄມ້ ຢູ່ທີ່ຫໍພິພິດຕະພັນ ໄກສອນ ພົມວິຫານ ເພື່ອເປັນສິລິມົງຄຸນອີກດ້ວຍ.