ຢູ-19 ລາວ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງສ້າງຜົນງານຜ່ານເຂົ້າຮອບສຸດທ້າຍ ບານເຕະຊາຍຊີງແຊ້ມອາຊີ

ທັບນັກກີລາເຕະບານຊາຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ (ຢູ-19) ໄດ້ເດີນທາງມາຮອດບ້ານແລ້ວ ພ້ອມທັງຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງສ້າງຜົນງານໂດດເດັ່ນໃນຮອບຄັດເລືອກ ກຸ່ມ H ໂດຍຜ່ານເຂົ້າສູ່ຮອບສຸດທ້າຍຂອງການແຂ່ງຂັນເຕະບານ ຊີງແຊ້ມອາຊີ 2020 ທີ່ໄຕ້ຫວັນ ເປັນເຈົ້າພາບ.
ເມື່ອວັນທີ 11 ພະຈິກ ຜ່ານມາ ທີ່ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ, ທັບນັກກີລາເຕະບານຊາຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ນຳໂດຍ ທ່ານ ປະສິດ ສຸພາບ ຮອງປະທານສະຫະພັນກີລາບານເຕະແຫ່ງຊາດລາວ ທັງເປັນຄະນະນຳພາ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກີລາ ທັງໝົດ 19 ຄົນ ໄດ້ເດີນທາງມາຮອດປະເທດລາວເປັນທີ່ຮຽບຮ້ອຍ ພາຍຫຼັງສ້າງຜົນງານໂດດເດັ່ນ ສາມາດຄວ້າຮອງແຊ້ມ (ອັນດັບ 2) ຂອງກຸ່ມ H ຮອບຄັດເລືອກ ການແຂ່ງຂັນເຕະບານຊີງແຊ້ມອາຊີ 2020 ທີ່ໄຕ້ຫວັນ ເປັນເຈົ້າພາບ ລະຫວ່າງວັນທີ 6-10 ພະຈິກ ຜ່ານມາ ແລະ ຈະໄດ້ໄປຫຼິ້ນຮອບສຸດທ້າຍ ທີ່ປະເທດອຸດສະເບກິດສະຖານ ໃນລະຫວ່າງວັນທີ 14-31 ຕຸລາ 2020, ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນກີລາບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ, ພໍ່ແມ່ຜູ້ປົກຄອງນັກກີລາ ແລະ ສື່ມວນຊົນລາວ ຢ່າງພ້ອມພຽງ.
ສຳລັບຜົນງານການແຂ່ງຂັນ 3 ນັດຂອງ ຢູ-19 ລາວ ໃນຮອບຄັດເລືອກ ກຸ່ມ H ທີ່ໄຕ້ຫວັນ ໃນວັນທີ 6-10 ພະຈິກ 2019, ຊຶ່ງນັດທີ 1 ໃນວັນທີ 6 ພະຈິກ 2019 ລາວ ສະເໝີ ທີມຊາດອອດສະເຕຣຍ 2-2 ປະຕູ; ນັດທີ 2 ໃນວັນທີ 8 ພະຈິກ 2019 ລາວ ຊະນະ ໄຕ້ຫວັນ 2-1 ປະຕູ ແລະ ນັດທີ 3 ໃນວັນທີ 10 ພະຈິກ 2019 ລາວ ຊະນະ ມາເກົາ 6-0 ປະຕູ. ສຳລັບຮອບສຸດທ້າຍ ແມ່ນຈະມີຂຶ້ນທີ່ປະເທດອຸດສະເບກິດສະຖານ ໃນລະຫວ່າງວັນທີ 14-31 ຕຸລາ 2020 ມີ 16 ທີມຜ່ານການຄັດເລືອກເຂົ້າຮ່ວມ ແລະ ທີມທີ່ຕິດ 1 ໃນ 4 ຈະໄດ້ສິດເປັນຕົວແທນທະວີບອາຊີ ໄປຮ່ວມແຂ່ງຂັນ ຢູ-20 ຊີງແຊ້ມໂລກ ປີ 2021 ທີ່ປະເທດອິນໂດເນເຊຍ.