“ດູແຕເຕ” ປະທານາທິບໍດີຟິລິບປິນ ປະກາດລາພັກວຽກ 3 ມື້ ເພື່ອນອນພັກຜ່ອນໃຫ້ເຕັມທີ່

ໂຣດຣີໂກ ດູແຕເຕ ປະທານາທິບໍດີຟິລິບປິນ ຈະພັກວຽກເປັນເວລາ 3 ມື້ ລະຫວ່າງວັນທີ 12-14 ພະຈິກ ເພື່ອນອນຫຼັບພັກຜ່ອນຢ່າງເຕັມທີ່ ຫຼັງເຮັດວຽກໜັກມາຢ່າງຕໍ່ເນື່ອງ.
ເມື່ອວັນຈັນ (11 ພະຈິກ) ຊັລວາດໍ ປາເນໂລ (Salvador Panelo) ໂຄສົກປະທານາທິບໍດີຟິລິບປິນ ເຜີຍວ່າ ໂຣດຣີໂກ ດູແຕເຕ ປະທານາທີບໍດີ ຈະພັກວຽກເປັນເວລາ 3 ມື້ ລະຫວ່າງວັນທີ 12-14 ພະຈິກ ເພື່ອນອນຫຼັບພັກຜ່ອນຢ່າງເຕັມທີ່.
ໂຄສົກກ່າວໃນງານຖະແຫຼງຂ່າວວ່າ ປະທານາທິບໍດີ ໄວ 73 ປີ ຈຳເປັນຕ້ອງຢຸດພັກຈາກຕາຕະລາງເຮັດວຽກທີ່ໜັກໜ່ວງຂອງລາວ ພ້ອມເສີມວ່າຮ່າງກາຍຂອງ ດູແຕເຕ ຈະດີຂຶ້ນເມື່ອໃດກໍຕາມທີ່ລາວນອນຫຼັບຄົບ 8 ຊົ່ວໂມງ.
ປາເນໂລ ລະບຸວ່າ “ນີ້ຄືສິ່ງທີ່ຂ້ອຍສັງເກດເຫັນ, ຂ້ອຍມັກຈະບອກທ່ານຕະຫຼອດວ່າ ທຸກຄັ້ງທີ່ທ່ານນອນເປັນເວລາ 8 ຊົ່ວໂມງ ທ່ານຈະສົດໃສຂຶ້ນ. ດັ່ງນັ້ນ, ຂ້ອຍຈຶ່ງຄິດວ່າ ສິ່ງທີ່ປະທານາທິບໍດີຕ້ອງການຄືການນອນຫຼັບ”.
ປາເນໂລ ຍັງກ່າວອີກວ່າ ດູແຕເຕ ກຳລັງເຮັດຕາມຄຳແນະນຳຂອງ “ມິດສະຫາຍ ເພື່ອຮ່ວມງານ ໂດຍສະເພາະຄຳແນະນຳຈາກແພດ ເພື່ອຢຸດພັກຜ່ອນຈາກຕາຕະລາງວຽກທີ່ໜັກໜ່ວງຂອງລາວ”.
ທັງນີ້, ດູແຕເຕ ຈະໃຊ້ເວລາພັກຜ່ອນ 3 ມື້ ຢູ່ທີ່ນະຄອນດາເບົາ ທາງພາກໃຕ້ຂອງຟິລິບປິນ ເຊິ່ງເປັນບ້ານເກີດຂອງລາວ. ໃນຂະນະດຽວກັນ, ຊັລວາດໍ ເມດິອັລເດຍ ເລຂາທິການປະທານາທິບໍດີ ຈະເຮັດໜ້າທີ່ເບິ່ງແຍງກິດຈະການຂອງລັດໃນໄລຍະທີ່ດູແຕເຕລາພັກ.
ເມື່ອເດືອນຕຸລາ ໃນການເດີນທາງໄປຍີ່ປຸ່ນ ເພື່ອເຂົ້າຮ່ວມພິທີຂຶ້ນຄອງລາດຂອງຈັກກະພັດນາຣຸຮິໂຕະ ຈັກກະພັດອົງໃໝ່ຂອງຍີ່ປຸ່ນ ດູແຕເຕໄດ້ເດີນທາງກັບຈາກຍີ່ປຸ່ນກ່ອນກຳນົດ ເນື່ອງຈາກບໍ່ສາມາດທົນຕໍ່ອາການເຈັບປວດບໍລິເວນກະດູກສັນຫຼັງໄດ້.
ທັງນີ້, ຄຣິສໂຕເຟີ ໂກ ວຸດທິສະມາສິກຟິລິບປິນກ່າວວ່າ “ຄວາມເຈັບປວດເກີນທົນ” ນັ້ນເກີດຈາກ “ພາວະກ້າມຊີ້ນຫົດຄຶງ” ເນື່ອງຈາກກ່ອນການເດີນທາງໄປຍີ່ປຸ່ນພຽງບໍ່ເທົ່າໃດມື້ ດູແຕເຕໄດ້ຕົກຈາກລົດຈັກ ຈົນໄດ້ຮັບບາດເຈັບ ແລະ ມີຮອຍຊໍ້າບໍລິເວນສອກ ແລະ ຫົວເຂົ່າ.
ຂໍຂອບໃຈ
ຂໍ້ມູນ : China Xinhua News