ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາສະເໜີໃຫ້ລັດຖະບານ ສຸມໃສ່ລົງທຶນພັດທະນາຊົນນະບົດໃຫ້ຫຼາຍຂຶ້ນ

ໃນວາລະການດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 8 ພະຈິກ 2019 ໂດຍການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ລາຍງານຂອງລັດຖະບານ, ບົດລາຍງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະ ບານ ໃນນັ້ນ ທ່ານ ໄຊພອນ ຄຸນສີລິເຮືອງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໄດ້ສະເໜີໃຫ້ລັດຖະບານສຸມໃສ່ລົງທຶນພັດທະນາຊົນນະບົດໃຫ້ຫຼາຍຂຶ້ນ.
ທ່ານ ໄຊພອນ ຄຸນສີລິເຮືອງ ມີຄຳເຫັນວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ຖະບານ ໄດ້ຍົກໃຫ້ເຫັນວ່າ ມີຄວາມແຕກໂຕນກັນ ລະຫວ່າງຕົວເມືອງ ແລະ ຊົນນະບົດ ນັບມື້ນັບຫ່າງກັນ ດັ່ງນັ້ນ ສະເໜີໃຫ້ລັດຖະບານ ເພີ່ມການລົງທຶນ, ເພີ່ມກຳລັງຄົນ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນໃຫ້ຫຼາຍຂຶ້ນ, ລົງທຶນພັດທະນາຈຸດສຸມ ແລະ ສ້າງຈຸດສຸມ ໃຫ້ເປັນຕົວແບບ ໃນການພັດທະນາ ແລະ ສ້າງກຸ່ມບ້ານນ້ອຍໃຫ້ກາຍເປັນຕົວເມືອງໃນຊົນນະບົດ.
ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍດຶງດູດການລົງທຶນພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນການ ປະກອບສ່ວນ ອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ຄຽງຄູ່ກັນນັ້ນ ຍັງມີຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ເລັ່ງລັດຈັດຕັ້ງປະຕິບັດ ໂດຍສະເພາະການຈັດຕັ້ງປະຕິບັດຂັ້ນຕອນການລົງທຶນຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ຍັງມີການລະເມີດຂັ້ນຕອນການລົງທຶນ, ຫຼາຍໂຄງການປະກອບເອກະ ສານບໍ່ທັນແລ້ວ ແຕ່ດຳເນີນກິດຈະການໄປພ້ອມ ທັງທີ່ຍັງບໍ່ທັນໄດ້ຮັບການອະນຸມັດ ກໍ່ໃຫ້ເກີດມີບັນຫາຕ່າງໆ ເປັນຕົ້ນບັນຫາທີ່ດິນ, ບັນຫາແຮງງານ, ບັນຫາສິ່ງແວດລ້ອມ ແລະ ອື່ນໆ.
ຕໍ່ກັບບັນຫາດັ່ງກ່າວ, ສສຊ ໄດ້ສະເໜີໃຫ້ ຄະນະນຳແຕ່ລະຂັ້ນ ກໍຄື ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແກ້ໄຂ. ພ້ອມນັ້ນ, ການຈັດຕັ້ງປະຕິບັດລະບອບລະບຽບ ແລະ ການຄຸ້ມຄອງການລົງທຶນ ຍັງມີຫຼາຍຂອດຫຼາຍຂັ້ນ ເຖິງວ່າຜ່ານ ປະຕູດຽວ ແຕ່ຍັງມີຫຼາຍຂັ້ນຢູ່, ພາຍຫຼັງທີ່ອະນຸມັດການລົງທຶນໄປແລ້ວ ເວລາຈັດຕັ້ງປະຕິບັດຂາດການຕິດຕາມກວດກາ, ກໍລະນີໄປກວດແລ້ວພົບເຫັນບັນຫາ ແຕ່ບໍ່ແກ້ໄຂ ຫຼື ແກ່ຍາວການແກ້ໄຂ.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານປະເທດລາວ