ອັດຕະປື ຕ້ອງການງົບ 2 ຕື້ກວ່າກີບ ເພື່ອຟື້ນຟູຫຼັງໄພພິບັດ ຢູ່ເມືອງສະໜາມໄຊ ຮອດປີ 2021

ແຂວງອັດຕະປື ຕ້ອງການງົບປະມານ 2,327 ຕື້ກວ່າກີບ (ປະມານ 273 ລ້ານໂດລາສະຫະລັດ) ເພື່ອນໍາໃຊ້ເຂົ້າໃນການຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ ຮອດ ປີ 2021 ໃນ 6 ຂະແໜງ ການທີ່ສໍາເລັດການສໍາຫຼວດ, ອອກແບບ, ປະເມີນມູນຄ່າ ແລະ ເອົາເຂົ້າແຜນຈັດຕັ້ງປະຕິບັດ.
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກ່າວໃນກອງປະຊຸມ ເມື່ອອາທິດຜ່ານມານີ້ວ່າ: ແຜນຟື້ນຟູຮອດ ປີ 2021 ໂດຍແຍກຕາມ 6 ຂະແໜງການປະກອບ ມີ: ໂຄງການຟື້ນຟູພື້ນຖານໂຄງລ່າງຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ມູນຄ່າ 219.8 ລ້ານໂດລາສະຫະລັດ, ໂຄງການຟື້ນຟູລະບົບຊົນລະປະທານ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ມູນຄ່າ 13 ລ້ານໂດລາສະຫະລັດ, ໂຄງການກໍ່ສ້າງໂຮງຮຽນຂອງຂະແໜງ ສຶກສາທິການ ແລະ ກີລາ ມູນຄ່າ 6.7 ລ້ານໂດລາສະຫະລັດ, ໂຄງການຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ມູນຄ່າ 14.5 ລ້ານໂດລາສະຫະລັດ, ໂຄງການກໍ່ ສ້າງ, ຕິດຕັ້ງຕາຂ່າຍໄຟຟ້າ, ໝໍ້ແປງ ແລະ ເອົາໄຟຟ້າເຂົ້າເຮືອນຂອງຂະແໜງພະລັງງານ ແລະ ບໍ່ແຮ່ ມູນຄ່າ 10.5 ລ້ານໂດລາສະຫະລັດ ແລະ ໂຄງການກໍ່ສ້າງໂຮງໝໍ, ສຸກສາລາ, ລະບົບການສະໜອງນໍ້າ ແລະ ອຸປະກອນທາງການແພດ ຂອງຂະແໜງສາທາລະນະສຸກ ມູນຄ່າ 3.3 ລ້ານໂດລາສະຫະລັດ.
ຂໍຂອບໃຈ
ຂໍ້ມູນ : ສຳນັກຂ່າວສານປະເທດລາວ