ກະຊວງວິທະຍາສາດ ຮັບມອບໂຄງການນໍາໃຊ້ພະລັງງານແສງຕາເວັນ ຜະລິດໄຟຟ້າໃສ່ບ່ອນຈອດລົດ

ພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການທົດລອງນໍາໃຊ້ພະລັງງານແສງຕາເວັນຜະລິດໄຟຟ້າໃສ່ບ່ອນຈອດລົດ ພາຍໃຕ້ໂຄງການກໍ່ສ້າງສູນຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ນະວັດຕະກໍາພະລັງງານແສງຕາເວັນ ລາວ-ຈີນ ຈັດຂຶ້ນວັນທີ 7 ພະຈິກ 2019 ຢູ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ລົງນາມມອບໂດຍທ່ານ ໜິນ ຊຽງ ຫົວໜ້າສະພາບັນດິດເຕັກນິກຂໍ້ມູນຂ່າວສານ ແລະ ວິທະຍາສາດແຂວງຢຸນນານ ສປ ຈີນ ແລະ ເຊັນຮັບໂດຍທ່ານນາງ ໄມຕີ ວົງຄໍາຊາວ ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ ທ່ານ ຝູ ຕິ່ງເຫວິ່ນ ຜູ້ຈັດການບໍລິສັດເຕັກໂນໂລຊີພະລັງງານສະ ອາດ ແຂວງຢຸນນານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານນາງ ໄມຕີ ວົງຄໍາຊາວ ກ່າວວ່າ: ກົມແຜນການ ແລະ ຮ່ວມມື ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ແລະ ສະພາບັນດິດເຕັກນິກຂໍ້ມູນຂ່າວສານ ແລະ ວິທະຍາສາດແຂວງຢຸນນານ ໄດ້ລົງນາມບົດບັນທຶກຮ່ວມມືວັນທີ 24 ສິງຫາ 2018 ຈາກນັ້ນສອງຝ່າຍກໍໄດ້ປະສານສົມທົບກັນຕະຫຼອດມາ ເພື່ອປະຕິບັດພັນທະໜ້າທີ່ຂອງຕົນໃນການຈັດຕັ້ງປະຕິບັດໂຄງການທົດລອງນໍາໃຊ້ພະລັງງານແສງຕາເວັນຜະລິດໄຟຟ້າໃສ່ຫຼັງຄາບ່ອນຈອດລົດ ແລະ ສ້າງສູນຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ນະວັດ ຕະກໍາພະລັງງານແສງຕາເວັນ ລາວ-ຈີນ ເຊິ່ງໄລຍະການຈັດຕັ້ງປະຕິບັດແຕ່ປີ 2018-2019 ມູນຄ່າ 423,286,250 ກີບ ໂດຍຝ່າຍຈີນເປັນຜູ້ສະໜອງອຸປະກອນທັງໝົດ ແລະ ຮ່ວມກັນຕິດຕັ້ງ.
ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ສໍາເລັດການອໍານວຍຄວາມສະດວກດ້ານເອ ກະສານການຍົກເວັ້ນພາສີ ແລະ ນໍາເຂົ້າອຸປະກອນຕ່າງໆ ພ້ອມທັງຕິດຕັ້ງລະບົບດັ່ງກ່າວເປັນບ່ອນຈອດລົດ ທັງເປັນສະຖານີຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນສໍາເລັດທ້າຍເດືອນກຸມພາ 2019 ລະບົບດັ່ງກ່າວແມ່ນນໍາໃຊ້ລະບົບພະລັງງານແສງຕາເວັນປະເພດ Polycrystalise ຂະໜາດ 70 W ຈໍານວນ 120 ແຜ່ນ ກໍາລັງຜະລິດໄຟຟ້າປະມານ 32.4 ກິໂລວັດ ພາຍຫຼັງຕິດຕັ້ງສໍາເລັດ ກໍໄດ້ເປີດທົດລອງນໍາໃຊ້ ເຊິ່ງສາມາດນໍາໃຊ້ໄດ້ເປັນໜ້າພໍໃຈ ລະບົບດັ່ງກ່າວໄດ້ເຊື່ອມຕໍ່ກັບລະບົບຕາຂ່າຍໄຟຟ້າລວມຂອງສະຖາບັນ ເຊິ່ງສາມາດຜະລິດໄຟຟ້າປ້ອນເຂົ້າຕາຂ່າຍ ເພື່ອນໍາໃຊ້ພາຍໃນສະຖາບັນ ຕາມຄວາມສາມາດ ແລະ ປະລິມານແສງແດດໃນແຕ່ລະວັນ ເພື່ອຊ່ວຍຫຼຸດຜ່ອນການຊົມໃຊ້ໄຟຟ້າຕາຂ່າຍລົງ 20-30% ໂຄງການນີ້ຍັງເປັນສູນການຄົ້ນຄວ້າ ທົດລອງນໍາໃຊ້ ສາທິດ ແລະ ເຜີຍແຜ່ອອກສູ່ສັງຄົມ.