ສາວລາວ "ລັດດາພອນ ພົມສຸວັນ" ຄວ້າມຸງກຸດ Miss Crystal Angel International ຄົນທຳອິດຂອງໂລກ

ລັດ - ລັດດາພອນ ພົມສຸວັນ ຄວ້າມຸງກຸດລະດັບສາກົນມາຝາກແຟນນາງງາມ ຊະນະເລີດການປະກວດ Miss Crystal Angel International 2019 ທີ່ປະເທດມຽນມາ.
ການປະກວດດັ່ງກ່າວມີຂຶ້ນເມື່ອຕອນແລງຂອງມື້ນີ້ (10 ພະຈິກ 2019) ໂດຍມີສາວງາມຈາກນານາປະເທດເຂົ້າຮ່ວມ. ພ້ອມນີ້ການປະກວດດັ່ງກ່າວຍັງເປັນການປະກວດຄັ້ງທຳອິດອີກດ້ວຍ ນັ້ນໝາຍຄວາມວ່າສາວລາວຄົນນີ້ເປັນຜູ້ໄດ້ຮັບຕຳແໜ່ງດັ່ງກ່າວຄົນທຳອິດຂອງໂລກ.
ອີງຕາມຂໍ້ມູນຈາກເຟສບຸກທາງການຂອງກອງປະກວດ, Miss Crystal Angel International ແມ່ນເລັງໃສ່ຄວາມເຂັ້ມແຂງຂອງແມ່ຍິງໜຸ່ມນ້ອຍ ໃນການຍົກສູງສິດ ແລະ ຄວາມຫຼົງໃຫຼຂອງພວກເຂົາໃນດ້ານວັດທະນະທຳ, ມໍລະດົກ, ສິລະປະ, ການທ່ອງທ່ຽວ ແລະ ໂຊຊຽວມີເດຍ. ພ້ອມນີ້ ຈຸດປະສົງຂອງການປະກວດກໍຄື ເຮັດໃຫ້ການປະກວດນາງງາມມີຄວາມກ່ຽວຂ້ອງຫຼາຍຂຶ້ນໂດຍການສະໜອງພື້ນທີ່ໃຫ້ກັບໄວໜຸ່ມໃນຍຸກໃໝ່.
ສຳລັບຜູ້ຄວ້າມຸງກຸດຈາກລາວເຮົາ, ກ່ອນໜ້ານີ້ເຄີຍປະກວດ Miss World Laos 2019 ແລະ ໄດ້ເຂົ້າຮອດຮອບ 10 ຄົນສຸດທ້າຍ ກ່ອນທີ່ຈະໄດ້ເປັນຕົວແທນປະເທກຮ່ວມປະກວດໃນເວທີ Miss Crystal Angel International 2019.
ຂໍຂອບໃຈ
ພາບ : FB: Miss Crystal Angel International, Miss Crystal Angel Laos, Missosology