U-19 ທີມຊາດລາວ ສະເໝີ ອອສເຕຣເລຍ 2-2 ເກັບທີມລະຄະແນນ ໃນຮອບຄັດເລືອກຊີງແຊ້ມອາຊີ

ໃນວັນທີ 6 ພະຈິກ 2019 ຂຸນພົນນັກກີລາບານເຕະຊາຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຊຸດຮ່ວມຄັດເລືອກຊີງແຊ້ມອາຊີ 2020 ກຸ່ມ H ທີ່ປະເທດໄຕ້ຫວັນ ເປັນເຈົ້າພາບກຸ່ມນີ້ ໄດ້ລົງແຂ່ງຂັນນັດທຳອິດຂອງກຸ່ມ ພົບກັບ ອົດສະຕຣາລີ ອະດີດຮອງແຊ້ມປີ 2010 ທີ່ສະໜາມກີລາ Kaohsiung.
U-19 ທີມຊາດລາວ ຂຶ້ນນຳກ່ອນ 1-0 ຈາກ ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ ເອັຟຊີ ນາທີ 17 ຈາກນັ້ນ 3 ນາທີຕໍ່ມາ U-19 ອົດສະຕຣາລີ ເຫລືອຜູ້ຫລິ້ນ 10 ຄົນ, ມາໃນທ້າຍເຄິ່ງເວລາທີໜຶ່ງ U-19 ທີມຊາດລາວ ມາໄດ້ປະຕູທີສອງຈາກ ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ວຽງຈັນ ເອັຟທີນາທີ 45 ຈົບເຄິ່ງເວລາທີໜຶ່ງ ລາວນຳອົດສະຕຣາລີ 2-0.
ມາເຄິ່ງຫລັງ U-19 ທີມຊາດລາວ ຜ່ອນເກມ, ເຮັດໃຫ້ ອົດສະຕຣາລີ ທີ່ແກ້ເກມມາດີ ຮຶດສູ້ໄລ່ຕີສະເໝີທີມຊາດລາວ 2-2 ໄດ້ປະຕູໃນນາທີ 64 ແລະ ນາທີ 78. ນອກຈາກນີ້ ໃນເຄິ່ງຫລັງ ອົດສະຕຣາລີ ໄດ້ຈຸດໂທດນາທີ 54 ແຕ່ຍິງຈຸດໂທດບໍ່ເຂົ້າ. ຈົບເກມສະເໝີກັນໄປ 2-2 ແບ່ງໄປທີມລະຄະແນນ, U-19 ທີມຊາດລາວ ພາດໂອກາດຄວ້າສາມຄະແນນຢ່າງໜ້າເສຍດາຍ.
ອີກໜຶ່ງຄູ່ໃນກຸ່ມດຽວກັນທີ່ແຂ່ງໃນເວລາ 18:00 ໂມງ ໄຕ້ຫວັນ ເຈົ້າພາບ ຊະນະ ມາເກົ້າ ຂາດຮອຍ 8-0.
ນັດທີ 2 ທີມຊາດລາວ ຈະພົບກັບ ໄຕ້ຫວັນ ເຈົ້າພາບ ໃນວັນທີ 8 ພະຈິກ 2019 ເວລາ 18:00 ໂມງ ຕາມເວລາໃນປະເທດລາວ. ສ່ວນອົດສະຕຣາລີ ຈະພົບກັບ ມາເກົ້າ ໃນວັນດຽວກັນ ເວລາ 15:00 ໂມງ.
ຮູບແບບການຄັດເລືອກທີມເຂົ້າຮອບ ພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງ 11 ກຸ່ມ ແລະ ທີ 2 ທີ່ດີສຸດ 5 ທີມເຂົ້າສູ່ຮອບສຸດທ້າຍທີ່ປະເທດອຸດສະເບກິດສະຖານ.
ຊຶ່ງ U-19 ທີມຊາດລາວເຄີຍໄປຫລິ້ນຮອບສຸດທ້າຍ 4 ຄັ້ງ ໃນປີ 1969, 1970, 1972 ແລະ 1974. ແຕ່ຕອນນັ້ນບໍ່ມີການຄັດເລືອກ ໂດຍຜົນງານດີສຸດເຂົ້າຮອບ 8 ທີມສຸດທ້າຍໃນປີ 1970 ເສຍໃຫ້ ອິນໂດເນເຊຍ 1-3. ແຕ່ຫລັງຈາກນັ້ນເມື່ອມີການຄັດເລືອກ U-19 ທີມຊາດລາວ ຍັງບໍ່ເຄີຍຜ່ານໄປຫລິ້ນຮອບສຸດທ້າຍຈັກເທື່ອ.
ຂໍຂອບໃຈ
ຂໍ້ມູນ : ໂທລະພາບແຫ່ງຊາດລາວ