ໄດມ້ອນ ບຸນທະລາ ຮຸ່ນອາຍຸບໍ່ເກີນ 10 ປີ ຈາກລາວ ຄວ້າແຊ້ມເທັນນິສ ທີ່ປະເທດໄທ

ທ້າວ ໄດມ້ອນ ບຸນທະລາ ນັກກີລາເທັນນິສມື 1 ລາວ ຮຸ່ນອາຍຸບໍ່ເກີນ 10 ປີ ສາມາດສ້າງຜົນງານ ແລະ ກຽດຊື່ສຽງໃຫ້ແກ່ວົງການເທັນນິສລາວ ໄດ້ອີກຄັ້ງ ດ້ວຍການປາບ ທ້າວ ທະນາທອນ ນັກເທັນນິສມືວາງອັນດັບ 2 ຂອງໄທ ໄປແບບຂາດຮອຍ 2-0 ເຊັດ 4-0 ແລະ 4-2 ຄະແນນ ຄວ້າແຊ້ມການແຂ່ງຂັນເທັນນິສ ລາຍການ ພີທີທີ-ລອນເທັນນິສພັດທະນາສີມືພາກອີສານ ຄັ້ງທີ 7 ທີ່ແຂວງນະຄອນຣາຊະສີມາ ປະເທດໄທ ປະຈຳປີ 2019 ໄປຄອງ.
ຕາມການລາຍງານຂອງທ່ານ ຕຸ້ຍ ບຸນທະລາ ປະທານສະຫະພັນເທັນນິສ ນະຄອນຫຼວງວຽງຈັນ ທັງເປັນພໍ່ຂອງທ້າວ ໄດໄມ້ອນ ບຸນທະລາ ແຈ້ງໃຫ້ຊາບວ່າ: ເມື່ອລະຫວ່າງວັນທີ 1-3 ພະຈິກ ຜ່ານມາ ໄດ້ສືບຕໍ່ນຳພາລູກຊາຍ ເຂົ້າຮ່ວມການແຂ່ງຂັນກີລານິດ ລາຍການ ພີທີທີ-ລອນເທັນນິສພັດທະນາສີມືພາກອີສານ ຄັ້ງທີ 7 ທີ່ແຂວງນະຄອນຣາຊະສີມາ ປະເທດໄທ ປະຈຳປີ 2019 ຊຶ່ງລາຍການດັ່ງກ່າວ ກໍມີການຊີງໄຊກັນຫຼາຍລາຍການ ແຕ່ ໄດມ້ອນ ບຸນທະລາ ແມ່ນສົ່ງພຽງລາຍການດຽວ ໃນຮຸ່ນອາຍຸບໍ່ເກີນ 10 ປີ ມີນັກກີລາຈາກປະເທດໄທ ເຂົ້າຮ່ວມ 7 ຄົນ ລວມກັບ ໄດມ້ອນ ກໍເປັນ 8 ຄົນ ຜ່ານການແຂ່ງຂັນ ໃນຮອບຄັດເລືອກ ໄດມ້ອນ ສາມາດເອົາຊະນະ ນູຕ້າ ອານັນດາ 2-0 ເຊັດ 4-0 ແລະ 4-0 ຄະແນນ ຜ່ານເຂົ້າຮອບຮອງຊະນະເລີດ ໄປຊະນະ ສີເສັນ ທຣີ 2-0 ເຊັດ 4-2 ແລະ 4-0 ຄະແນນ ກ່ອນຈະປາບທ້າວ ທະນາທອນ ນັກກີລາມືວາງອັນດັບ 2 ຂອງໄທ ໃນຮອບຊີງຊະນະເລີດ ໄປແບບຂາດຮອຍ 2-0 ເຊັດ 4-0 ແລະ 4-2 ຄະແນນ ຄວ້າແຊ້ມໄປຄອງຢ່າງສົມສັກສີ.
ທ່ານ ຕຸ້ຍ ບຸນທະລາ ບອກຕື່ມອີກວ່າ: ເພື່ອເປັນການສົ່ງເສີມລູກຊາຍກ້າວໄປສູ່ຈຸດທີ່ຕົວລາວໄຝ່ຝັນຢາກເປັນນັກກີລາເທັນນິສລະດັບມືອາຊີບ ໃນອະນາຄົດ ເປົ້າໝາຍເພື່ອສ້າງກຽດ ແລະ ຊື່ສຽງມາສູ່ປະເທດລາວ ກໍຄື ຄອບຄົວ ໄດ້ພາກພູມໃຈ ສະນັ້ນ, ຈຶ່ງພະຍາຍາມຊອກຫາລາຍການແຂ່ງຂັນນອກປະເທດໃຫ້ໄດ້ຫຼາຍທີ່ສຸດ ປີນີ້ ໄດມ້ອນ ກໍສາມາດເຂົ້າຮ່ວມແຂ່ງຂັນຢູ່ຫຼາຍປະເທດ ກໍຄື ປະເທດຟີລິບປິນ, ຍີ່ປຸ່ນ ແລະ ປະເທດໄທຫຼາຍທີ່ສຸດ. ນອກຈາກນັ້ນ, ກໍຍັງນຳພາ ໄດມ້ອນ ໄປເຄື່ອນໄຫວຝຶກຊ້ອມຢູ່ປະເທດ ອົດສະຕຣາລີ ອີກດ້ວຍ ໂດຍການໄປຄັ້ງນີ້ ແມ່ນເປັນປະໂຫຍດທີ່ສຸດ ແຕ່ກໍຍັງບໍ່ພຽງພໍ ສະນັ້ນ, ໃນຕໍ່ໜ້າຈະສືບຕໍ່ຊອກຫາລາຍການດີໆ ເພື່ອສົ່ງ ໄດມ້ອນ ເຂົ້າຮ່ວມແຂ່ງຂັນຫາປະສົບການເພີ່ມຕື່ມອີກ.
(ສົງການ)