ມະຫາວິທະຍາໄລສະຫວັນນະເຂດ ສະຫຼອງຄົບຮອບ 10 ປີ ແຫ່ງການເຕີບໃຫຍ່ ແລະ ສ້າງບຸກຄະລາກອນນານາສາຂາອາຊີບ

ມະຫາວິທະຍາໄລ ສະຫວັນນະເຂດ (ມຂ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ (12 ຕຸລາ 2009 – 12 ຕຸລາ 2019) ຄົບຮອບ 10 ປີ ແຫ່ງການເຕີບໃຫຍ່ເຂັ້ມແຂງ ກາຍເປັນມະຫາວິທະຍາແຫ່ງທີ 4 ຂອງ ສປປ ລາວ ທີ່ສາມາດຮອງຮັບນັກສຶກສາໃນບັນດາແຂວງພາກກາງຂອງປະເທດ, ພ້ອມທັງສ້າງບຸກຄະລາກອນໄດ້ຫຼາຍສາຂາອາຊີບ ເພື່ອຮັບໃຊ້ສັງຄົມ ກໍຄື ການປະກອບສ່ວນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລໃນຄັ້ງນີ້, ໄດ້ມີຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດເມື່ອທ້າຍອາທິດຜ່ານມາ ທີ່ມະຫາວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປອ ສຸລິຍົງ ໄຊໂກສີ ຮັກສາການ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ, ພ້ອມດ້ວຍແຂກຖືກເຊີນຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ຮສ.ປອ ສີທາ ເຂັມມະລາດ ຮອງອະທິການບໍດີຝ່າຍວິຊາການໄດ້ລາຍງານວ່າ: ຕະຫຼອດໄລຍະ 10 ປີ, ມຂ ໄດ້ຮັບນັກສຶກສາທັງໝົດ 8,811 ຄົນ, ຍິງ 4,636 ຄົນ ແລະ ສຳເລັດການສຶກສາລະດັບປະລິນຍາຕີໄປແລ້ວ 6 ຮຸ່ນ ມີນັກສຶກສາທີ່ສຳເລັດການຮຽນແລ້ວອອກຮັບໃຊ້ສັງຄົມ ໃນສາຂາອາຊີບຕ່າງໆ ຈຳນວນ 5,849 ຄົນ, ຍິງ 3,233 ຄົນ. ປັດຈຸບັນ ມຂ ໄດ້ບັນຈຸຄະນະວິຊາຕ່າງໆ ຄື: ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ຄະນະບໍລິຫານທຸລະກິດ, ຄະນະພາສາ ແລະ ມະນຸດສາດ, ຄະນະເຕັກໂນໂລຊີ-ຂໍ້ມູນຂ່າວສານ, ຄະນະວິທະຍາສາດອາຫານ, ຄະນະສຶກສາສາດ, ຄະນະວິທະຍາສາດທຳມະຊາດ, ຄະນະວິສາວະກຳສາດ ແລະ ຫຼັກສູດປະລິນຍາຕີພັດທະນາຊົນນະບົດ, ຫຼັກສູດປະລິນຍາໂທ ພັດທະນາເສດຖະກິດຊົນນະບົດ ແລະ ການບໍລິຫານການສຶກສາ-ພັດທະນາ, ຊຶ່ງໃນສົກປີ 2018-2019 ມຂ ມີພະນັກງານທັງໝົດ 309 ຄົນ, ຍິງ 134 ຄົນ.
ສ່ວນການພັດທະນາພື້ນຖານໂຄງລ່າງ ແມ່ນເລັ່ງໃສ່ 2 ວິທະຍາເຂດ ຄື: ວິທະຍາເຂດນາເຊັງໃຊ້ຫ້ອງຮຽນຂອງໂຮງຮຽນ ມສ ຊົນເຜົ່າ ແລະ ພອນສະຫວັນ ໃນສົກປີ 2018-2019 ສຳເລັດການສ້າງຫ້ອງການ, ຫ້ອງສະໝຸດ ແລະ ຫ້ອງຮຽນເພີ່ມ 7 ຫຼັງ, ສ່ວນວິທະຍາເຂດໜອງຜື ສຳເລັດການກໍ່ສ້າງຫ້ອງການ, ຫ້ອງຮຽນ ພ້ອມເຄື່ອງເຟີນີເຈີ ແລະ ອຸປະກອນການຮຽນໄດ້ 1 ຫຼັງ. ຫຼັງຈາກນັ້ນ ໄດ້ດຳເນີນ ການກໍ່ສ້າງເສັ້ນທາງເບຕົງຢູ່ພາຍໃນ ຈຳນວນ 7 ເສັ້ນ, ຄວາມຍາວ 10 ກິໂລແມັດ, ດຳເນີນການກໍ່ສ້າງທາງເບຕົງຈາກທາງເລກ 9 ເຖິງພື້ນທີ່ ມຂ ໄລຍະ 1.2 ກິໂລແມັດ ແລະ ທາງປູຢາງອ້ອມຮອບ ເນື້ອທີ່ 304 ເຮັກຕາ, ຊຶ່ງປັດຈຸບັນສຳເລດ 15%.
ນອກຈາກນີ້, ໃນພິທີຍັງໄດ້ມີການມອບຫຼຽນໄຊແຮງງານຊັ້ນ II, ຫຼຽນໄຊແຮງງານຊັ້ນ III ແລະ ໃບຍ້ອງຍໍຂັ້ນຕ່າງໆໃຫ້ແກ່ບຸກຄົນ ແລະ ຄະນະຕ່າງໆຢ່າງສົມກຽດ. ພ້ອມກັນນັ້ນ, ຍັງໄດ້ມີງານວາງສະແດງຜົນງານການວິໄຈ ແລະ ຜົນງານກາ ຄົ້ນຄວ້າຈາກຄະນະສາຂາວິຊາຕ່າງໆຫຼາຍ 10 ຮ້ານ ແລະ ໄດ້ມີການຕັດແຖບຜ້າ-ປ່ອຍໝາກປຸ້ງເປົ້າ ເພື່ອເປັນສັນຍາລັກແຫ່ງການເຕີບໃຫຍ່ເຂັ້ມແຂງຂອງມະຫາວິທະຍາໄລ ສະຫວັນນະເຂດ ຕະຫຼອດໄລຍະ 10 ປີຜ່ານມາ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມສະຫວັນພັດທະນາ