ແລ່ນ-ລານຄົນພິການລາວ ລຸຍແຂ່ງຂັນຊີງແຊ້ມໂລກ ທີ່ນະຄອນດູໄບ ຫວັງເກັບຄະແນນໄປໂອລິມປິກ

ເມື່ອອາທິດທີ່ຜ່ານມາ (2 ພະຈິກ) ທັບນັກກີລາຄົນພິການທີມຊາດລາວ ນຳໂດຍ ທ່ານ ທອງສະຫວັດ ວົງສະຫວ່າງ ປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ, ພ້ອມດ້ວຍນັກກີລາ 2 ຄົນ ປະກອບມີ ທ້າວ ແກ່ນ ເທບທິດາ ແລະ ທ້າວ ບຸນເພັດ ເທບທິດາ ໄດ້ອອກເດີນທາງຈາກສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ ໄປນະຄອນຫຼວງດູໄບ ປະເທດສະຫະລັດ ອາຣັບ ເອມິເລດ (ຢູເອອີ) ເຂົ້າຮ່ວມການແຂ່ງຂັນແລ່ນ-ລານຊີງແຊ້ມໂລກ ລະຫວ່າງວັນທີ 2-17 ພະຈິກ 2019 ເພື່ອແຂ່ງຂັນເກັບຄະແນນໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນພາຣາແລມປິກເກມ ທີ່ນະຄອນຫຼວງໂຕກຽດ ປະເທດຍີ່ປຸ່ນ ເປັນເຈົ້າພາບ ໃນປີ 2020 ຈະເຖິງນີ້.
ໂອກາດດັ່ງກ່າວ, ທ່ານ ທອງສະຫວັດ ວົງສະຫວ່າງ ກໃຫ້ຊາບວ່າ : ທັບນັກກີລາຄົນພິການທີມຊາດລາວເຮົາ ແມ່ນໄດ້ຝຶກຊ້ອມກັນມາຢ່າງຕໍ່ເນື່ອງພາຍໃນປະເທດ ແລະ ການໄປເຂົ້າຮ່ວມການແຂ່ງຂັນແລ່ນ-ລານຊີງແຊ້ມໂລກ ໃນຄັ້ງນີ້ ກໍ່ມີຄວາມຫວັງວ່າ ຈະໄດ້ອັນດັບທີ່ດີຂຶ້ນ ແລະ ໄດ້ຕາມເປົ້າໝາຍທີ່ວາງໄວ້ ເພື່ອໃຫ້ໄດ້ຄະແນນຈະເຂົ້າຮ່ວມການແຂ່ງຂັນ ພາຣາແລມປິກເກມ ທີ່ນະຄອນຫຼວງໂຕກຽດ ປະເທດຍີ່ປຸ່ນ ເປັນເຈົ້າພາບ ໃນປີ 2020 ຈະເຖິງນີ້.
ສຳລັບ ການໄປເຂົ້າຮ່ວມງານແຂ່ງຂັນແລ່ນ-ລານຊີງແຊ້ມໂລກ ໃນຄັ້ງນີ້ ຍັງເປັນການກະກຽມ ແລະ ທົດສອບນັກກີລາແລ່ນຄົນພິການທີມຊາດລາວ ນຳອີກ ກ່ອນເຂົ້າຮ່ວມງານມະຫະກຳກີລາ ອາຊຽນພາຣາເກມ ທີ່ປະເທດຟີລິບປິນ ໃນຕົ້ນປີ 2020 ນຳອີກ.
(ໄກ່ແຈ້)