ວຽກສຳຄັນກວ່າ! "ແອັບເປິ້ນ" ບອກ "ຟຸກ" ຄົບຮອບວັນແຕ່ງດອງ ບໍ່ຕ້ອງລັອກຄິວ ໃຫ້ໄປວຽກຂອງໂຕເອງໂລດ

ຄົບຮອບ 2 ປີແລ້ວສຳລັບຄູ່ຂອງ ແອັບເປິ້ນ - ສີສະຫງຽນ ສີຫາລາດ ແລະ ໜຸ່ມ ຟຸກ - ຈິຣະ ດ່ານບະວອນກຽດ ເຊິ່ງແຕ່ງດອງຄອງຄູ່ກັນມາຕັ້ງແຕ່ທ້າຍປີ 2017 ໂດຍຄົບຮອບແຕ່ງດອງໃນປີນີ້ ສາວແອັບເປິ້ນກໍໄດ້ບອກຝ່າຍສາມີວ່າ ບໍ່ຕ້ອງລັອກຄິວເພື່ອສະຫຼອງຄົບຮອບໃຫ້ຕົນເອງ ໃຫ້ໄປເຮັດວຽກສະແດງຂອງຕົນເອງໂລດ ເພາະເປັນສິ່ງທີ່ສຳຄັນກວ່າ.
ແອັບເປິ້ນ ບອກໃນໂພສໃນອິນສະຕາແກຣມດັ່ງກ່າວອີກວ່າ ຕອນເດິກໆເມື່ອເຮັດວຽກແລ້ວ ກໍພົບກັນໄດ້ແລ້ວ.
ທັງນີ້ ປັດຈຸບັນ ແອັບເປິ້ນກຳລັງຖືພາທ້ອງແກ່ ແລະ ໄດ້ລະບຸວ່າ ກຳນົດເກີດລູກແມ່ນພາຍໃນອາທິດນີ້.
ແອັບເປິ້ນ ແລະ ຟຸກ ແມ່ນຄົບກັນມາໄດ້ 13 ປີແລ້ວ ໂດຍທັງສອງໄດ້ແຕ່ງດອງກັນໃນປີ 2017 ເຊິ່ງງານຈັດຂຶ້ນທັງຢູ່ທີ່ໄທ ແລະ ລາວ ໂດຍງານຢູ່ລາວນັ້ນໄດ້ຮັບຄວາມສົນໃຈຈາກສັງຄົມເປັນວົງກວ້າງ ທັງຈາກຄວາມມີຊື່ສຽງຂອງຄູ່ຮັກຄູ່ນີ້ ແລະ ເຫດການພິພາດພາຍໃນງານແຕ່ງກັບຜູ້ຮັບຈັດງານ.
ທີມຂ່າວບັນເທີງ muan.la ຂໍອວຍພອນເນື່ອງໃນວັນຄົບຮອບວັນແຕ່ງດອງຂອງທັງສອງ ຂໍໃຫ້ມີຄວາມສຸກ ແລະ ຄອງຮັກເບິ່ງແຍງກັນແບບນີ້ຕະຫຼອດໄປເດີ້.
ຂໍຂອບໃຈ
ພາບ : IG: appleminiberry , IG: fluke_jira