"ຕັອດ ລີນ້າ" ພ້ອມຜູ້ກໍາກັບ "ແມັດຕີ້ ໂດ" ຮ່ວມຍ່າງພົມແດງ Tokyo Film Festival 2019

ໃນວັນທີ 28 ຕຸລາ 2019 ຜ່ານມາ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ສາວ ຕັອດ ລີນ້າ ທີ່ຮັບບົດນັກສະແດງນໍາ ຮູບເງົາເລື່ອງ "ບໍ່ມີວັນຈາກ The Long Walk" ຂອງຜູ້ກໍາກັບຍິງຂອງລາວ ແມັດຕີ້ ໂດ (Mattie Do) ໄດ້ເຂົ້າຮ່ວມຍ່າງເທິງພົມແດງໃນງານ Tokyo Film Festival 2019, ໂດຍມີບັນດາຜູ້ກໍາກັບ ແລະ ດາລານັກສະແດງ ທີ່ຮູບເງົາໄດ້ຖືກສາຍໃນງານດັ່ງກ່າວ.
ສໍາລັບຮູບເງົາລາວ ເລື່ອງ ບໍ່ມີວັນຈາກ The Long Walk ເປັນຮູບເງົາແບບ Sci-Fi ເປັນເຫດການໃນອະນາຄົດໃນປີ 2065 ທີ່ແຝງໄປດ້ວຍເງື່ອນງຳ ອຳພາງຫຼາຍອັນ ແລະ ຕິດພັນກັບຄວາມເຊື່ອຂອງຄົນລາວໃນມຸມມອງຊາວຕ່າງຊາດ.
ທີ່ຜ່ານມາ ຮູບເງົາເລື່ອງນີ້ໄດ້ເຂົ້າຮ່ວມ ແລະ ສາຍໃນເທດສະການຮູບເງົານານາຊາດຢູ່ຫຼາຍປະເທດ ຈົນຫຼ້າສຸດມາຮອດປະເທດຍີ່ປຸ່ນ. ສ່ວນຢູ່ລາວ ແມ່ນຍັງບໍ່ທັນມີກຳນົດເຂົ້າສາຍເທື່ອ.
ພ້ອມນີ້ ຮູບເງົາເລື່ອງນີ້ຍັງໄດ້ຮັບລາງວັນຈາກເທດສະການຮູບເງົາມາແລ້ວ ເປັນຕົ້ນແມ່ນ ລາງວັນນັກສະແດງຊາຍດີເດັ່ນ ແລະ ລາງວັນກຳກັບພາບດີເດັ່ນ ຈາກເທດສະການຮູບເງົາສະຫຍອງຂວັນບຣູກລິນທີ່ປະເທດສະຫະລັດອາເມລິກາ ແລະ ລາງວັນຜູ່ກຳກັບສາກົນດີເດັ່ນ ຈາກເທດສະການຮູບເງົາ Lusca Fantastic Film Fest 2019.
ຂໍຂອບໃຈ
ພາບ : FB: Tot Lina