“ເພັງ ລາດວົງ” ຄວ້າແຊ້ມເພາະກາຍຊາຍ ຮຸ່ນນໍ້າໜັກ 65 ກິໂລກຼາມ ຊີງແຊ້ມປະເທດລາວ 2019

ທ້າວ ເພັງ ລາດວົງ ຄວ້າແຊ້ມການແຂ່ງຂັນກີລາເພາະກາຍ ຮຸ່ນນໍ້າໜັກ 65 ກິໂລກຣາມ ລາຍການ ຊີງແຊ້ມປະເທດລາວ 2019 ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ປະຈຳປີ 2019 ເພື່ອເປັນການຄັດເລືອກນັກກິລາທີ່ມີພອນສະຫວັນດີເດັ່ນກຽມຕິດທີມຊາດ ສົ່ງເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ.
ການແຂ່ງຂັນກິລາເພາະກາຍຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ວຽງຈັນ ຟິດເນັດ ຈຳກັດ ແລະ ບໍລິສັດອື່ນໆ ມີການຊີງໄຊກັນທັງໝົດ 5 ປະເພດ ປະກອບມີ: ເພາະກາຍຊາຍ ຮຸ່ນນໍ້າໜັກ 65 ກິໂລກຣາມ ແລະ ຮຸ່ນນໍ້າໜັກ 75 ກິໂລກຣາມ, ຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕີແມັດ ກັບ ເກີນ 170 ຊັງຕີແມັດ ແລະ ຍິງຫຸ່ນງາມບໍ່ຈໍາກັດຄວາມສູງ ໃຊ້ກະຕິກາສາກົນແຂ່ງໂພດ 6 ທ່າບັງຄັບ.
ຜ່ານການແຂ່ງຂັນໃນວັນດັ່ງກ່າວປະກົດວ່າ: ສຳລັບເພາະກາຍຮຸ່ນນໍ້າໜັກ 65 ກິໂລກຣາມ ຊະນະເລີດຕົກເປັນຂອງ ທ້າວ ເພັງ ລາດວົງ, ອັນດັບ 2 ທ້າວ ແກ້ວຕາ ພະພິລົມລາສັກ, ອັນດັບ 3 ທ້າວ ສິດທິພອນ ສຸດລິນທອງ, ອັນດັບ 4 ທ້າວ ຄໍາຫຼ້າ ແລະ ອັນດັບ 5 ທ້າວ ສຸນທອນ ພິມທອງ.
ສ່ວນເພາະກາຍຊາຍຮຸ່ນນໍ້າໜັກ 75 ກິໂລ ຊະນະເລີດ ທ້າວ ພຸດສະວັນ ສີສົມພູ, ອັນດັບ 2 ທ້າວ ອິນທາ ກອງຄໍາມະນີວົງ, ອັນດັບ 3 ທ້າວ ສຸທິດາວີ ວົງສຸທິ, ອັນດັບ 4 ທ້າວ ນຸໄຊ ແກ້ວມະນີ ແລະ ອັນດັບ 5 ທ້າວ ຕຸ້ຍ ໄຊຍະລາດ.
ສຳລັບປະເພດຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕີແມັດ ຊະນະເລີດ ທ້າວ ຂາວພອນ ພອນປະເສີດ, ອັນດັບ 2 ທ້າວ ອຸ້ຍ ສີລິເສດ, ອັນດັບ 3 ທ້າວ ຊຽງໄຮ ວິໄລສັກ, ອັນດັບ 4 ທ້າວ ອິນທະຫວາ ສີສຸວົງ ແລະ ອັນດັບ 5 ທ້າວ ສິນປະເສີດ ວົງພັນ; ປະເພດຊາຍຫຸ່ນງາມ ຄວາມສູງເກີນ 170 ຊັງຕີແມັດ ຊະນະເລີດ ທ້າວ ບຸນໄທ ແດງສະຫວັດ, ອັນດັບ 2 ທ້າວ ໄຊຍະສິດ ສະລິຍະເຕ່ນ, ອັນດັບ 3 ທ້າວ ເກດສະດາ ສິມມະວົງ, ອັນດັບ 4 ທ້າວ ໄຊຍະກອນ ຈັນທະມາດ ແລະ ອັນດັບ 5 ທ້າວ ບຸນຫຼອມ ແກ້ວດວງຕາ; ປະເພດຍິງຫຸ່ນງາມບໍ່ຈໍາກັດຄວາມສູງ ຊະນະເລີດ ນາງ ກອງແພງ ຂຸນວິໄນ, ອັນດັບ 2 ນາງ ເຈນຕະນາ ຄໍາບຸນເຮືອງ, ອັນດັບ 3 ນາງ ປາວິນາ, ອັນດັບ 4 ນາງ ວັນນະລີ ບຸນນະປານ ແລະ ອັນດັບ 5 ນາງ ສີກາ ລິຕ້າ.
ພິທີປິດການແຂ່ງຂັນ ຊີງແຊ້ມປະເທດລາວ 2019 ຊີງຂັນທ່ານລັດຖະມົນຕີກະຊວງ ສສກ ປະຈຳປີ 2019 ໄດ້ມີຂຶ້ນ ໃນວັນທີ 26 ຕຸລາ 2019 ຫຼັງດຳເນີນມາເປັນເວລາ 2 ວັນ ລະຫວ່າງວັນທີ 25-26 ຕຸລາ 2019 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ (ມຊ), ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສຈ.ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ, ທ່ານ ແແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ, ທ່ານ ຄໍາພະໄພວັນ ວົງໄຊ ຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ແລະ ທ່ານ ສະຖາພອນ ວິຈິດ ປະທານບໍລິສັດ ວຽງຈັນ ຟິດເນັດ ຈຳກັດ ພ້ອມດ້ວຍບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະນຳແຕ່ລະສູນຟິດເນັດ, ຄູຝຶກ, ນັກກີລາ ແລະ ນັກສຶກສາ.
(ສົງການ)