ສ່ອງ 'ໝີພູ Miss Global Laos 2019' ຫຼັງປະກວດມາຈົນຮອດມື້ນີ້ງາມສະກົດໃຈຫຼາຍຂຶ້ນ

ເຊື່ອວ່າຫຼາຍຄົນຍັງຄົງຈື່ກັນໄດ້ສຳລັບສາວ 'ໝີພູ - ພູຄຳ ທິບພົມວົງ' ທີ່ເປັນຕົວແທນສາວລາວໄປປະກວດ Miss Global 2019 ທີ່ປະເທດຟິລິບປິນເມື່ອຕົ້ນປີທີ່ຜ່ານມາ.
ເຊິ່ງໃນໄລຍະນີ້ເຖິງວ່າເຮົາອາດຈະບໍ່ຄ່ອຍໄດ້ເຫັນຜູ້ກ່ຽວອອກສື່ຫຼາຍເທົ່າໃດ ແຕ່ໃນດ້ານຂອງບັນຊີອິນສະຕາແກຣມຂອງສາວເຈົ້ານັ້ນມີການອັບເດດຮູບພາບລົງໃຫ້ເບິ່ງກັນຕະຫຼອດ ແລະ ຫຼາຍຄົນກໍລົງຄວາມເຫັນວ່າ ຫຼັງຈາກທີ່ປະກວດມາຈົນຮອດປັດຈຸບັນສາວຄົນນີ້ງາມຂຶ້ນຫຼາຍ!
ໝີພູ ເປັນສາວຫົວພັນ ປັດຈຸບັນເຮັດວຽກເປັນພະນັກງານສາຍການບິນຊື່ດັງຂອງລາວ ແລະ ມີຊື່ສຽງຈາກການປະກວດນາງງາມເມື່ອປີ 2018.
ເວທີດັ່ງກ່າວແມ່ນ Miss Tourism Queen Laos 2018 ເຊິ່ງ ໝີພູ ຄວ້າໄດ້ຕຳແໜ່ງ Miss Tourism Universe Laos 2018 ແລະ ໄຖືກແຕ່ງຕັ້ງເປັນ Miss Global Laos ໄປຮ່ວມປະກວດລະດັບໂລກກັບສາວງາມຕົວແທນຈາກກວ່າ 40 ປະເທດ ທີ່ປະເທດຟິລິບປິນເມື່ອເດືອນກຸມພາທີ່ຜ່ານມາ.
ຜົນງານຂອງສາວຄົນນີ້ຈາກເວທີດັ່ງກ່າວແມ່ນ ຄວ້າລາງວັນ Miss Fashion ຜົນຈາກການແຕ່ງກາຍດ້ວຍເຄື່ອງແຕ່ງກາຍທີ່ມີຄວາມໂດດເດັ່ນໃນລະຫວ່າງການປະກວດ ເຊິ່ງໄດ້ຮັບການອອກແບບຈາກຊ່າງແຟຊັນສີມືດີຂອງລາວຫຼາຍເຈົ້າ.
ປັດຈຸບັນ ເຮົາຍັງສາມາດເຫັນສາວຄົນນີ້ຜ່ານຕາຈາກຜົນງານຕ່າງໆທີ່ຝາກໄວ້ ບໍ່ວ່າຈະເປັນການສະແດງເອັມວີເພງ ຢາກກັບໄປວັນນັ້ນ ຂອງ ວິນລີ້ ວິໄລວັນ, ການຖ່າຍແບບແຟຊັນ, ຖ່າຍໂຄສະນາ ແລະ ການເດີນແບບໃນງານແຟຊັນໂຊຕ່າງໆ.
ຂໍຂອບໃຈ
ພາບ : IG: meepooh_tpv