Apple ເຕືອນຜູ້ໃຊ້ງານ iPhone ແລະ iPad ຮຸ່ນເກົ່າ ຢ່າລືມອັບເດດ iOS ກ່ອນມີບັນຫາໃນການນຳໃຊ້

Apple ປະກາດເຕືອນຜູ້ໃຊ້ງານ iPhone ແລະ iPad ຮຸ່ນເກົ່າ ຢ່າລືມອັບເດດ iOS ເພື່ອໃຫ້ລະບົບຮວມທັງແອັບພລິເຄຊັ່ນຕ່າງໆ ຈາກ App Store ຍັງນຳໃຊ້ໄດ້ປົກກະຕິກ່ອນວັນທີ 3 ພະຈິກນີ້.
ບັນຫາດັ່ງກ່າວເກີດຈາກ Global Positioning System network ຫຼື GPS ໄດ້ຣີເຊັດຄ່າເວລາໃໝ່ເມື່ອວັນທີ 6 ເມສາທີ່ຜ່ານມາ. ແຕ່ຈະບໍ່ມີຜົນກັບອຸປະກອນຮຸ່ນເກົ່າຈົນກວ່າຈະເຖິງວັນທີ 3 ພະຈິກນີ້.
ເປັນເລື່ອງສຳຄັນທີ່ຕ້ອງອັບເດດອຸປະກອນ iPhone iPad ຮຸ່ນເກົ່າກ່ອນວັນທີ 3 ພະຈິກນີ້ ເພື່ອໃຫ້ລະບົບ GPS, ເວລາ ແລະ ວັນທີສາມາດເຮັດວຽກໄດ້ປົກກະຕິ – Apple.
ອຸປະກອນທີ່ໄດ້ຮັບຜົນກະທົບຄື iPhone 5, iPad 4, iPhone 4s, iPad mini 1, iPad 2, ແລະ iPad 3 ຢ່າລືມອັບເດດເປັນ iOS 9.3.6 ຫຼື iOS 10.3.4 (iPhone 5, iPad 4).
ຫາກບໍ່ໄດ້ອັບເດດ, ຕົວເຄື່ອງຈະສູນເສຍການໃຊ້ງານຫຼາຍຢ່າງ ເຊັ່ນ: ລະບົບ GPS ບັນຫາດ້ານເວລາ ສົ່ງຜົນໃຫ້ລະບົບເຄືອຂ່າຍໃນເຄື່ອງມີບັນຫາ, ບໍ່ສາມາດໂຫຼດອີເມວ ຫຼື ມີບັນຫາການ Sync ຂໍ້ມູນກັບ iCloud ໄດ້. ເພາະສະນັ້ນ ກໍຢ່າລືມອັບເດດເຄື່ອງກັນເດີ.
ຂໍຂອບໃຈ
ຂໍ້ມູນ : Beartai via sanook!